ເຈົ້າໜ້າທີ່ຈາກບໍລິສັດນ້ຳມັນບາສຣາ ອອຍ (BOC) ຂອງ ອີຣັກ ຊຶ່ງເປັນຜູ້ຄວບຄຸມການຜະລິດ ແລະ ການສົ່ງອອກຈາກບໍ່ນ້ຳມັນພາກໃຕ້ ກ່າວວ່າ: ສະຖານທີ່ເກັບຮັກສານ້ຳມັນດິບໄດ້ບັນລຸລະດັບສູງສຸດແລ້ວ ແລະ ການຜະລິດທີ່ຍັງເຫຼືອຫຼັງຈາກການຫຼຸດຜ່ອນກຳລັງການຜະລິດຄັ້ງໃຫຍ່ຈະຖືກສົ່ງໄປໂຮງກັ່ນນ້ຳມັນພາຍໃນປະເທດ.
ຂ່າວລະບຸວ່າ: ການສົ່ງອອກນໍ້າມັນຂອງອີຣັກ ຊຶ່ງເປັນສະມາຊິກ OPEC ໄດ້ຫຼຸດລົງຢ່າງໄວວາ ໂດຍສະເລ່ຍ 800,000 ບາເຣວຕໍ່ມື້ ໃນວັນ 8 ມີນາຜ່ານມາ, ໂດຍມີພຽງເຮືອບັນທຸກນໍ້າມັນພຽງ 2 ລຳເທົ່ານັ້ນທີ່ບັນທຸກສິນຄ້າ ຍ້ອນວ່າເຮືອລຳອື່ນໆບໍ່ສາມາດຜ່ານຊ່ອງແຄບເຂົ້າໄປໃນທ່າເຮືອທາງພາກໃຕ້ຂອງອີຣັກໄດ້ຢ່າງເສລີ. ໂຕເລກດັ່ງກ່າວຫຼຸດລົງຢ່າງຫຼວງຫຼາຍ ເມື່ອພິຈາລະນາຈາກເອກະສານຂອງກະຊວງນ້ຳມັນທີ່ສະແດງໃຫ້ເຫັນວ່າ: ການສົ່ງອອກນໍ້າມັນຈາກບໍ່ນ້ຳມັນພາກໃຕ້ມີທັງໝົດ 3.334 ລ້ານບາເຣວຕໍ່ມື້ ໃນເດືອນກຸມພາ.
ການຫຼຸດລົງຂອງປະລິມານການຜະລິດ ແລະ ການສົ່ງອອກນ້ຳມັນໃນຄັ້ງນີ້ ຄາດວ່າຈະເຮັດໃຫ້ສະຖານະການທາງການເງິນຂອງອີຣັກທີ່ອ່ອນແອຢູ່ແລ້ວເຄັ່ງຕຶງ, ຍ້ອນວ່າລັດຖະບານອາໄສລາຍຮັບຈາກການຂາຍນ້ຳມັນດິບສຳລັບການໃຊ້ຈ່າຍຂອງພາກລັດ, ໂດຍລາຍຮັບຈາກນ້ຳມັນຄິດເປັນຫຼາຍກວ່າ 90% ຂອງລາຍຮັບທັງໝົດຂອງປະເທດ.
ເຈົ້າໜ້າທີ່ອາວຸໂສຈາກກະຊວງນ້ຳມັນຂອງອີຣັກກ່າວວ່າ: ສະຖານະການທີ່ກຳລັງເກີດຂຶ້ນເປັນໄພຂົ່ມຂູ່ທີ່ຮ້າຍແຮງທີ່ສຸດຕໍ່ການດຳເນີນງານຂອງອີຣັກໃນຮອບຫຼາຍກວ່າ 20 ປີ.
ຄໍາເຫັນ