ການພັດທະນາລະບົບຈໍາໜ່າຍ ແລະ ການບໍລິການໄຟຟ້າມີປະສິດທິຜົນດີຂຶ້ນ

ການພັດທະນາລະບົບຈໍາໜ່າຍ ແລະ ການບໍລິການໄຟຟ້າມີປະສິດທິຜົນດີຂຶ້ນ
ໃນປີ 2023 ຜ່ານມາ,ບໍລິສັດໄຟຟ້າລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ແກ້ໄຂບັນຫາ ໄຟຕົກ, ໄຟມອດ ໃຫ້ຫຼຸດໜ້ອຍຖອຍລົງ ໂດຍໄດ້ສໍາເລັດການຝຶກອົບຮົມ ການນໍາໃຊ້ໂປຣແກຣມຖານຂໍ້ມູນລະບົບຈໍາຫນ່າຍ DDSP ແລະ ວຽກເກັບຂໍ້ມູນໄຟມອດ ແລະ ມອດໄຟ (SAIFI, SAIDI); ລົງຕິດຕາມກວດກາຄິດໄລ່ພະລັງງານຕົກເຮ່ຍ ຈຸດແບ່ງເຂດ ແຕ່ລະຈຸດ, ຕິດຕາມຍົກລະດັບຕາຂ່າຍ 22 kV Program CYMDIST, ປະເມີນຄືນການນໍາໃຊ້ CYMDIST, ວຽກຖານຂໍ້ມູນ ລະບົບຈໍາໜ່າຍ DDSP, ການວິໄຈພະລັງງານຕົກເຮ່ຍ ໃນເຕັກນິກ-ນອກເຕັກນິກ ແລະ ວຽກຂໍ້ຄົງຄ້າງໃນ ວຽກສະເພາະກິດ. ໄດ້ສໍາເລັດການເຄື່ອນໄຫວລົງຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດຄໍາສັ່ງວ່າດ້ວຍການປັບປຸງບັນດາ ລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01/02/2018 ແລະ ຄໍາສັ່ງວ່າດ້ວຍການປັບປຸງວຽກງານການບໍລິການ ການອອກ ໃບອະນຸຍາດ ລົງທຶນ ແລະ ການອອກອະນຸຍາດດໍາເນີນທຸລະກິດ ສະບັບເລກທີ 03/ນຍ, ລົງວັນທີ 21/01/2020, ຊຶ່ງເຫັນ ຄວນມີການແຕ່ງຕັ້ງຄະນະຮັບຜິດຊອບທັງສູນກາງ ແລະ ທ້ອງຖິ່ນ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍມີການກໍານົດສິດ ແລະໜ້າທີ່ ໃນການຈັດຕັ້ງປະຕິບັດຕົວຈິງຢ່າງມີຄວາມ ຮັບຜິດຊອບສູງ.ໄດ້ສືບຕໍ່ປັບປຸງ EDL Application ໃນການຕິດຕາມການຊົມໃຊ້ໄຟຟ້າໃນຄົວເຮືອນ, ການຊໍາລະຄ່າ ກະເເສໄຟຟ້າ ໃຫ້ທັນສະໄໝ ເຂົ້າເຖິງລູກຄ້າ. ພ້ອມກັນນີ້, ກໍຍັງໄດ້ອໍານວຍຄວາມສະດວກ ໃຫ້ລູກຄ້າສາມາດ ຊໍາລະຄ່າໄຟຟ້າຜ່ານລະບົບ BCEL One, Yes Pay, LDB Trust, U-Money,M-Money Applications... ໄດ້ສໍາເລັດການປັບປຸງຄ່າບໍລິການ ຂໍຊົມໃຊ້ໄຟຟ້າເຂົ້າໃໝ່ ສະບັບເລກທີ 0467/ຟຟລ, ລົງວັນທີ 14/02/2023. ໄດ້ສໍາເລັດການສ້າງລະບຽບ ດ້ານບໍລິການລູກຄ້າລາຍໃຫ່ຍ ທີ່ສະເໜີຂໍຊົມໃຊ້ໄຟຟ້າໃໝ່ ໃຫ້ເປັນແບບລວມສູນ ພ້ອມທັງມີການເເບ່ງຄວາມຮັບຜິດຊອບຢ່າງລະອຽດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.ສໍາເລັດການປັບປຸງລາຄາຄ່າບໍາລຸງຮັກສາໝໍ້ນັບໄຟ ທຸກປະເພດ ນັບແຕ່ປີ (2023-2029) ສະບັບເລກທີ 0809/ຟຟລ.ຫຟຟລ, ລົງວັນທີ 16/03/2023. (ໂດຍ: ຕະວິນຍານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ