ບໍລິສັດທີ່ປຶກສາ Benchmark Mineral Intelligence (BMI) ລະບຸວ່າ: ການປ່ຽນແປງນະໂຍບາຍຄັ້ງສຳຄັນ, ບໍ່ວ່າຈະເປັນການປີ້ນກັບດ້ານການສົ່ງເສີມລົດໄຟຟ້າຂອງທ່ານ ໂດໂນ ທຣໍາ ປະທານາທິບໍດີສະຫະລັດ ອາເມຣິກາ ແລະ ລວມທັງການຜ່ອນຄາຍມາດຕະຖານການປ່ອຍມົນລະພິດຂອງສະຫະພາບເອີຣົບ (EU) ໄດ້ເຮັດໃຫ້ຕະຫຼາດ EV ທົ່ວໂລກສັ່ນສະເທືອນໃນປີ 2025 ຊຶ່ງປ່ຽນແປງຕະຫຼາດນີ້ຢ່າງສິ້ນເຊີງ.
ຂ່າວລະບຸວ່າ: ການລົງທະບຽນລົດ EV ທົ່ວໂລກ ຊຶ່ງໃຊ້ເປັນຕົວຊີ້ວັດຂອງຍອດຂາຍ, ເພີ່ມຂຶ້ນ 6% ໃນເດືອນທັນວາ ເປັນເກືອບ 2.1 ລ້ານຄັນ, ເຮັດໃຫ້ຍອດລວມສຳລັບປີ 2025 ເປັນ 20.7 ລ້ານຄັນ.
ໃນປະເທດຈີນ, ການລົງທະບຽນລົດ EV ເພີ່ມຂຶ້ນພຽງ 2% ໃນເດືອນທັນວາ ເປັນຫຼາຍກວ່າ 1.3 ລ້ານຄັນ ຊຶ່ງເປັນອັດຕາການເຕີບໂຕຕໍ່າສຸດນັບຕັ້ງແຕ່ເດືອນກຸມພາ 2024 ແລະ ເຮັດໃຫ້ຍອດຂາຍລົດ EV ທັງໝົດຂອງປີເພີ່ມຂຶ້ນ 17% ເປັນ 12.9 ລ້ານຄັນ. ໂດຍຈີນຜະລິດ EV ຄິດເປັນ 71% ຂອງຍອດຂາຍທົ່ວໂລກ.
ໃນຂະນະດຽວກັນ, ການລົງທະບຽນໃນອາເມຣິກາເໜືອຫຼຸດລົງ 39% ໃນເດືອນທັນວາ ເຫຼືອພຽງ 100,000 ກວ່າຄັນ ຫຼັງຈາກສິ້ນສຸດມາດຕະການສິນເຊື່ອພາສີລົດ EV ຂອງສະຫະລັດ ອາເມຣິກາ ໃນເດືອນຕຸລາປີຜ່ານມາ ແລະ ເມື່ອລວມຍອດທັງໝົດສຳລັບປີ 2025, ການລົງທະບຽນໃນພາກພື້ນນີ້ຫຼຸດລົງ 4%.
ໃນເອີຣົບ, ການລົງທະບຽນເພີ່ມຂຶ້ນ 34% ໃນເດືອນທັນວາ ເປັນຫຼາຍກວ່າ 450,000 ຄັນ ແລະ ເພີ່ມຂຶ້ນ 33% ສຳລັບໝົດປີ. ໃນຂະນະທີ່ພາກພື້ນອື່ນໆຂອງໂລກມີຍອດຂາຍເພີ່ມຂຶ້ນ 41% ໃນເດືອນທັນວາ ເປັນຫຼາຍກວ່າ 160,000 ຄັນ ແລະ ເພີ່ມຂຶ້ນ 48% ສຳລັບປີ 2025.
BMI ຄາດຄະເນວ່າ: ຍອດຂາຍລົດໄຟຟ້າທົ່ວໂລກຈະບັນລຸ 23.9 ລ້ານຄັນໃນປີ 2026, ເພີ່ມຂຶ້ນ 15.7%. ໂດຍການເຕີບໂຕໃນປະເທດຈີນຈະເລັ່ງຂຶ້ນເປັນ 21%, ໃນຂະນະທີ່ຍອດຂາຍລົດໄຟຟ້າໃນເອີຣົບ ແລະ ພາກພື້ນອື່ນໆ ຂອງໂລກຈະຊ້າລົງເຫຼືອ 15% ແລະ 26% ຕາມລຳດັບ. ສ່ວນໃນອາເມຣິກາເໜືອຄາດວ່າຈະຫົດຕົວຮຸ່ນແຮງຂຶ້ນເຖິງ 23%, ຫຼັງຈາກຫຼຸດລົງ 29% ໃນຕະຫຼາດສະຫະລັດ ອາເມຣິກາ.
ຄໍາເຫັນ