ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ
ວຽກງານບໍລິການ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ສໍາລັບການດໍາລົງຊີວິດໃນສັງຄົມ, ໂດຍສະເພາະ ແມ່ນການບໍລິການໃຫ້ມີຄວາມອາດ-ສະດວກ, ວ່ອງໄວ ເພື່ອໃຫ້ສັງຄົມມີຄວາມເພິ່ງພໍໃຈ ໃນການເຄື່ອນໄຫວວຽກງານອື່ນຢ່າງມີຜົນສໍາເລັດ.
ການປກສາງ,ປອຍນາເປອນ ຍງເປນອປະສກກະທບທາງດານສງແວດລອມ - image 1
 

 

ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ຊີ້ແຈ້ງ ຕໍ່ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກ ສະພາປະຊາຊົນ ນວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IV ທີ່ຫ້ອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ກ່ຽວກັບການຄຸ້ມຄອງຮ່ອງລະບາຍນໍ້າໃນ ນວ ຊຶ່ງໄດ້ລາຍງານ ວ່າ: ໄລຍະຜ່ານມາ, ອົງການປົກຄອງ ນວ ກໍຄື ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ສົມທົບພາກສ່ວນກ່ຽວຂ້ອງ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມ, ກວດກາ, ປົກປັກຮັກສາ, ສ້ອມແປງ ແລະ ໄດ້ເຮັດອະນາໄມ, ລວງຮ່ອງລະບາຍນໍ້າ ໃນ ນວ ເປັນຕົ້ນ: ຮ່ອງນໍ້າສັກ, ຮ່ອງແຊງ ແລະ ຮ່ອງທອງ, ເພື່ອຮອງຮັບປະລິມານນໍ້າຈາກຄົວເຮືອນ, ຊຸມຊົນ, ຮອງຮັບປະລິມານນໍ້າຝົນໃນລະດູຝົນ, ຫຼີກລ່ຽງບັນຫານໍ້າອັ່ງໃນຕົວເມືອງ ກໍຄື ການຕ້ານຖ້ວມ. ເຖິງແນວໃດກໍຕາມ ການຄຸ້ມຄອງ-ປົກປັກຮັກສາ ລະບົບຮ່ອງລະບາຍນໍ້າໃນຕົວເມືອງ ຍັງພົບບັນຫາຄວາມຫຍຸ້ງຍາກໃນຫຼາຍດ້ານ ຕິດພັນກັບການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ ໂດຍສະເພາະ ຍັງມີສະພາບການບຸກລຸກ ເຊັ່ນ: ການປຸກສ້າງກວມເຂດສະຫງວນ ຂອງຮ່ອງລະບາຍນໍ້າ, ຖົມດິນຕັນແລວການໄຫຼຂອງນໍ້າ, ການຖິ້ມຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອລົງໃສ່ຮ່ອງນໍ້າ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການອະນາໄມ. ນອກນັ້ນ, ການປ່ອຍນໍ້າເປື້ອນຈາກຄົວເຮືອນ, ຊຸມຊົນ ທີ່ບໍ່ໄດ້ຜ່ານການບຳບັດ, ປ່ອຍໂດຍກົງລົງສູ່ຮ່ອງລະບາຍນໍ້າ ເກີດຜົນກະທົບທາງດ້ານສິ່ງແວດລ້ອມ ລວມທັງການພັດທະນາ ນໍາໃຊ້ພື້ນທີ່ຮ່ອງດໍາເນີນກິດຈະການຕ່າງໆ ກໍຍັງສ້າງຄວາມຫຍຸ້ງຍາກ ໃນການອະນາໄມ-ລວງຮ່ອງ ແລະ ບັນຫາອື່ນໆ.

ການແກ້ໄຂບັນຫາທີ່ເກີດຂຶ້ນ, ອົງການປົກຄອງ ນວ ຖືເປັນບັນຫາທີ່ສໍາຄັນ ໄດ້ມອບໃຫ້ ບັນດາພາກສ່ວນກ່ຽວຂ້ອງ ເປັນຕົ້ນພະແນກໂຍທາທິການ ແລະ ຂົນສົ່ງ ນວ ອອກໜັງສືແຈ້ງການ ເຖິງພາກສ່ວນຜູ້ພັດທະນາໄດ້ຮັບຊາບ ແລະ ເຂົ້າໃຈ ໃນການຈັດຕັ້ງປະຕິບັດການຄຸ້ມຄອງ, ປົກປັກຮັກສາ, ການອະນາໄມ, ລວງຮ່ອງ ໂດຍສະເພາະ ໄລຍະຜ່ານມາ ໄດ້ລົງແນະນໍາທາງດ້ານເຕັກນິກ, ກຳນົດເປີດຈຸດລົງອະນາໄມ ແລະ ຕ້ອງເຮັດອະນາໄມຢ່າງໜ້ອຍ 1 ຄັ້ງ/ປີ, ໄດ້ສົມທົບກັບອົງການປົກຄອງເມືອງ, ບ້ານ, ໂຄສະນາເຜີຍແຜ່ ບັນດານິຕິກຳ ຕິດພັນກັບການປົກປັກຮັກສາ, ການມີສ່ວນຮ່ວມ ລວມທັງຂໍ້ຫ້າມ ກໍຄື ມາດຕະການຕໍ່ຜູ້ສ້າງຜົນເສຍຫາຍຕໍ່ຮ່ອງລະບາຍນໍ້າ, ຄົ້ນຄວ້າ, ສຶກສາກົນໄກການແກ້ໄຂສະພາບນໍ້າເປື້ອນ ທີ່ສົ່ງຜົນກະທົບດ້ານສິ່ງແວດລ້ອມ ເຊັ່ນ: ແຜນການດູດນໍ້າຂອງ ເຂົ້າຄອງລະບາຍນໍ້າ, ເພື່ອເປັນການລ້າງຮ່ອງລະບາຍນໍ້າ ໃນລະດູແລ້ງ ຊຶ່ງປະກອບມີ 3 ຈຸດ ຄື: ຈຸດບ້ານອາກາດ, ຈຸດປາກປ່າສັກ ແລະ ຈຸດໂຮງແຮມແລນມາກ.

ໃນຕໍ່ໜ້າ ຖ້າຫາກວ່າ ປວງຊົນເພີ່ມຄວາມເອົາໃຈໃສ່ ບໍ່ປຸກສ້າງກວມຮ່ອງລະບາຍນໍ້າ, ບໍ່ຖິ້ມສິ່ງເປື້ອນ-ເສດເຫຼືອລົງຮ່ອງນໍ້າ ການລະບາຍນໍ້າໃນຕົວເມືອງ-ນະຄອນຫຼວງວຽງຈັນ ກໍຈະລະບາຍໄດ້ດີຂຶ້ນ ແລະ ຈະບໍ່ມີກິ່ນເນົ່າເໝັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ໃນວັນທີ 16 ທັນວາຜ່ານມານີ້, ອົງການປົກເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025ຂຶ້ນ, ເປັນກຽດເຂົ້າຮ່ວມມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີແຂກຖືກເຊີນ ແລິ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ວັນທີ 15 ທັນວາຜ່ານມານີ້, ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ,ໄດ້ມີພິທີ ປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໃຫ້ແກ່ນັກໂທດ ທີ່ມີການປະພຶດດີ ໃນໂອກາດວັນສະຖາປະນາ ສາທາລະນະລັດ ໄປຊາທິປະໄຕ ປະຊາຊົນລາວ (ວັນທີ່ 2 ທັນວາ) ຄົບຮອບ 50 ປີ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ.
ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2025, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.
ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV, ໃນວັນທີ 17 ທັນວານີ້, ທີ່ຫ້ອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີຮອງປະທານ ຮອງເຈົ້າຄອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 17 ທັນວານີ້, ໃຫ້ກຽດປາຖະກະຖາໂດຍທ່ານ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ແລະ ປະກອບສ່ວນເຂົ້າໃນວຽກງານສ້າງພະລາທິການກັບທີ່ ຂອງກຳລັງປ້ອງກັນຊາດ, ໃນວັນທີ 16 ທັນວານີ້ທີ່ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບ ແນວພັນສັດລ້ຽງ (ງົວ), ແນວພັນສາລີ, ອຸປະກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3, ໂດຍໃຫ້ກຽດກ່າວມອບຂອງ ທ່ານ ລິນຄຳ ດວງສະຫວັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,ມີບັນດາທ່ານການນຳແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ3 ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ວັນທີ 16 ທັນວາຜ່ານມາ, ກອງບັນຊາການທະຫານຊາຍແດນ ນໍາໂດຍສະຫາຍ ພັນໂທ ອິນປອນ ບໍລິບູນ ຫົວໜ້າພະແນກໂຄສະນາ ກອງບັນຊາການທະຫານຊາຍແດນ ໄດ້ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານປະທານ ສຸພານຸວົງ ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດ.
ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ  ໃນຂອບເຂດທົ່ວປະເທດ

ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ

- ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 945/ ປກສ, ລົງວັນທີ 03 ພຶດສະພາ 2025, ເພື່ອປະຕິບັດຕາມແຈ້ງການສະບັບ ເລກທີ 8719/ຄກຖ, ລົງວັນທີ 16 ທັນວາ 2025 ເລື່ອງ: ໃຫ້ພົນລະເມືອງລາວມາເຮັດບັດປະຈຳຕົວດີຈີຕອນໃນຂອບເຂດທົ່ວປະເທດ.
ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ເພີ່ມເຕີມ