ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກອງກຳລັງຕຳຫຼວດສິງກະໂປລາຍງານວ່າ, ຈຳນວນຄະດີສໍ້ໂກງ ແລະ ອາຊະຍາກຳທາງອິນເຕີເນັດໃນສິງກະໂປຫຼຸດລົງ 17.9% ເຫຼືອ 18,391 ຄະດີ ໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາ 2026, ເມື່ອທຽບກັບ 22,397 ຄະດີ ໃນໄລຍະດຽວກັນຂອງປີກາຍ. ສະແດງເຖິງທ່າອ່ຽງທີ່ເລີ່ມຫຼຸດລົງຕັ້ງແຕ່ປີ 2025. ໂດຍຄະດີສໍ້ໂກງຄິດເປັນ 91.5% ຂອງຄະດີທັງໝົດ, ຫຼຸດລົງ 14.4% ເຫຼືອ 16,821 ຄະດີ ຈາກ 19,644 ຄະດີ ໃນປີ 2025.
ໃນຂະນະດຽວກັນ, ມູນຄ່າຄວາມເສຍຫາຍຈາກຄະດີສໍ້ໂກງຫຼຸດລົງ 17.9% ເຫຼືອປະມານ 410.6 ລ້ານໂດລາສິງກະໂປ ຈາກ 500.2 ລ້ານໂດລາສິງກະໂປ ໃນເຄິ່ງທຳອິດຂອງປີ. ໂດຍຕຳຫຼວດສິງກະໂປລະບຸວ່າການຕ້ານການສໍ້ໂກງຍັງຄົງເປັນບຸລິມະສິດສຳຄັນຂອງຊາດ, ເຖິງວ່າສະຖານະການໂດຍລວມໄດ້ດີຂຶ້ນ, ແຕ່ຈຳນວນຄະດີ ແລະ ມູນຄ່າຄວາມເສຍຫາຍທີ່ເພີ່ມຂຶ້ນຍັງຄົງເປັນສາເຫດທີ່ໜ້າເປັນຫ່ວງ.
ຄໍາເຫັນ