ການສໍ້ລາດບັງຫຼວງ ມີຄວາມເສຍຫາຍ

ການສໍ້ລາດບັງຫຼວງ ມີຄວາມເສຍຫາຍ ທັງໝົດ 115.08 ຕື້ກີບ

ການສໍ້ລາດບັງຫຼວງ ມີຄວາມເສຍຫາຍ ທັງໝົດ 115.08 ຕື້ກີບ
ໂດຍ:ພູວຽງຄຳ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ

 

 ໄດ້ລາຍງານຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2024ໃນວັນທີ 3 ກຸມພານີ້ວ່າ:

ວຽກງານກວດກາລັດ ໄດ້ຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຈຳນວນທັງໝົດ 43 ໂຄງການ, ລວມມູນຄ່າ 10,172.07 ຕື້ກີບ, 7,632,660 ໂດລາ ແລະ 37.40 ຕື້ຢວນ, ໃນນີ້ ກວດກາໂຄງການທີ່ກໍ່ສ້າງສໍາເລັດແລ້ວ 5 ໂຄງການ, ສືບຕໍ່ກວດກາໂຄງການທີ່ບໍ່ທັນສໍາເລັດການກໍ່ສ້າງ 38 ໂຄງການ ລວມມູນຄ່າ 8,891.63 ຕື້ກີບ, ໃນນີ້ ໄດ້ກວດກາແລ້ວຈໍານວນ 28 ໂຄງການ; ກວດກາການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນປັດຈຸບັນໄດ້ຊົດເຊີຍແລ້ວ 6,504 ຄອບຄົວ ເປັນເງິນ 1,599.63 ຕື້ກີບ; ຍັງຄ້າງ 371 ຄອບຄົວ ທີ່ຈະຕ້ອງໄດ້ສືບຕໍ່ຊົດເຊີຍ.

ພ້ອມນີ້ຍັງໄດ້ກວດກາຕາມຄຳສັ່ງຄື: ກວດກາ ແລະ ປັບປຸງລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ, ກວດກາເຂດເສດຖະກິດພິເສດໃນທົ່ວປະເທດ; ໄດ້ກວດກາຕາມມະຕິສະພາສະບັບເລກທີ 113/ສພຊຄື: ກວດກາແຫຼ່ງລາຍຮັບ-ລາຍຈ່າຍ ແລະ ຄຸ້ມຄອງການນຳໃຊ້ເງິນກອງທຶນທາງເລີ່ມແຕ່ປີ 2020-2023; ກວດກາການນໍາເຂົ້ານໍ້າມັນຍົກເວັ້ນພາສີ-ອາກອນແຕ່ປີ 2019-2023 ເພື່ອເຂົ້າມາຮັບໃຊ້ໂຄງການ, ຮັບໃຊ້ສະຖານທູດ ແລະ ຮັບໃຊ້ອົງການຈັດຕັ້ງສາກົນ; ກວດກາການນຳເຂົ້າ ແລະ ເສຍພາສີພາຫະນະທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການແຕ່ປີ 2019 ຈົນຮອດປັດຈຸບັນ; ກວດກາ 17 ບໍລິສັດທີ່ຂຸດຄົ້ນ ແລະ ສົ່ງອອກແຮ່ທາດ (ແບບທົດລອງ); ກວດກາການລົງທຶນຂອງລັດຕາມຜົນການກວດສອບທີ່ຍັງຄ້າງຈຳນວນ 43 ໂຄງການ; ສືບຕໍ່ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ຂຶ້ນໄປ ແລະ 10 ຕື້ລົງມາທີ່ຍັງຄ້າງ; ກວດກາຄວາມຮັບຜິດຊອບຂອງພະນັກງານຈໍານວນໜຶ່ງທີ່ກ່ຽວຂ້ອງກັບການປະຕິບັດໂຄງການຢູ່ແຂວງເຊກອງ, ອັດຕະປື ແລະ ແຂວງຫົວພັນ; ສຳລັບວຽກງານສະກັດ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ດໍາເນີນການສອບສວນຄະດີການສໍ້ລາດບັງຫຼວງ ສຳເລັດ 4 ເລື່ອງ ມີຄວາມເສຍຫາຍທັງໝົດ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາ ແລະ 7.8 ລ້ານຢວນ; ໃນນີ້ ເກັບກູ້ໄດ້ແລ້ວ 63.62 ຕື້ກີບ,200,000 ບາດ, 4,700 ໂດລາ ແລະ 5.19 ລ້ານຢວນ; ຍັງເກັບກູ້ບໍ່ໄດ້ 51.46 ຕື້ກີບ, 3.0 ລ້ານບາດ, 25.67 ລ້ານໂດລາ ແລະ 2.63 ລ້ານຢວນ; ມີເປົ້າໝາຍພົວພັນທັງໝົດ 208 ຄົນ, ດໍາເນີນຄະດີ 40 ຄົນ (ຕ່າງປະເທດ 2 ຄົນ), ນໍາໃຊ້ມາດຕະການກັກຕົວ 39 ຄົນ ແລະ ແກ້ໄຂທາງລະບຽບບໍລິຫານ 168 ຄົນ; ກຳລັງດໍາເນີນການສືບສວນ-ສອບສວນ 2 ເລື່ອງ, ມີຄວາມເສຍຫາຍທັງໝົດ 382.6 ລ້ານກີບ, 1.6 ລ້ານບາດ ແລະ 7.2 ລ້ານໂດລາ, ເກັບກູ້ໄດ້ 382.6 ລ້ານກີບ, 1.6 ລ້ານບາດ ແລະ 7.2 ລ້ານໂດລາ, ມີເປົ້າໝາຍ ພົວພັນ 6 ຄົນ, ດໍາເນີນຄະດີ 6 ຄົນ, ໃນນີ້ ນໍາໃຊ້ມາດຕະການກັກຕົວ 5 ຄົນ; ວຽກງານຄົ້ນຄວ້າພິຈາລະນາຄຳຮ້ອງ ແລະ ຄຳສະເໜີ ໄດ້ຮັບຄໍາ ຮ້ອງ ແລະ ຄຳສະເໜີ ທັງໝົດ 1.232 ສະບັບ ແລະ ຄໍາຮ້ອງຄ້າງມາແຕ່ປີ 2023 ທັງໝົດ 64 ສະບັບ ລວມຄໍາຮ້ອງ ທັງໝົດ 1.296 ສະບັບ, ໃນນີ້ ໄດ້ສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ຈຳນວນ 229 ສະບັບ,ຄົ້ນຄວ້າພິຈາລະນາແກ້ໄຂແລ້ວ 341 ສະບັບ, ແຈ້ງຕອບເຈົ້າຂອງຄໍາຮ້ອງ 43 ສະບັບ, ເກັບໄວ້ເພື່ອຕິດຕາມ 82 ສະບັບ, ເຈົ້າຂອງຄໍາຮ້ອງຖອນຄືນ 2 ສະບັບ ແລະ ປັດຈຸບັນຍັງມີຄຳຮ້ອງທີ່ຈະສືບຕໍ່ຄົ້ນຄວ້າພິຈາລະນາ 304 ສະບັບ; ຄຳຮ້ອງ-ຄໍາສະເໜີ ທີ່ພົ້ນເດັ່ນແມ່ນບໍ່ພໍໃຈຕໍ່ການແກ້ໄຂຂອງອົງການບໍລິຫານລັດ, ການປະຕິບັດໜ້າທີ່ຂອງພະນັກງານລັດ ແລະ ເຈົ້າໜ້າທີ່ຕຳຫຼວດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ