ການສ້ອມແປງເສັ້ນທາງ 13 ໃຕ້ໄລຍະທາງທີ 3 ຄາດວ່າຈະໃຫ້ສຳເລັດກ່ອນເດືອນກໍລະກົດ 2024  

ການສ້ອມແປງເສັ້ນທາງ 13 ໃຕ້ໄລຍະທາງທີ 3 ຄາດວ່າຈະໃຫ້ສຳເລັດກ່ອນເດືອນກໍລະກົດ 2024  
ບໍລິສັດ China International Water & Electric Corp (CWE) ໜຶ່ງໃນບໍລິສັດຜູ້ຮັບເໝົາສ້ອມແປງເສັ້ນທາງ 13 ໃຕ້ໂດຍສະເພາະສັນຍາທີ 3 ໄລຍະທາງແຕ່ແຂວງບໍລິຄໍາໄຊ ແລະ ຄໍາມ່ວນ, ແຕ່ກິໂລແມັດທີ 190 ຫາ ກິໂລແມັດທີ 268 ຄວາມຍາວ 78 ກິໂລແມັດຢຶນຢັນວ່າ ການສ້ອມແປງຈະໃຫ້ສໍາເລັດຕາມແຜນການທີ່ວາງໄວ້. 
    ທ່ານ ຟາງ ຈ້ຽນຢົງ ຮອງຜູ້ບໍລິຫານໂຄງການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ໄລຍະທາງທີ 3. ພາຍຫຼັງໃຊ້ເວລາສ້ອມແປງ 30 ເດືອນ ມາເຖິງປັດຈຸບັນມີຄວາມຄືບໜ້າເກືອບ 100% ຄາດວ່າຈະໃຫ້ສຳເລັດກ່ອນກຳນົດເວລາຂອງສັນຍາ ກໍຄືຈະໃຫ້ສຳເລັດທັງໝົດທຸກໜ້າວຽກກ່ອນເດືອນກໍລະກົດ 2024.
    ທ່ານ ຟາງ ຈ້ຽນຢົງ ໃຫ້ຮູ້ຕື່ມວ່າ: ສຳລັບວຽກສ້ອມແປງພວກເຮົາປະຕິບັດຕາມເງື່ອນໄຂສັນຍາ, ຕາມມາດຕະ ຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງວາງອອກ ແລະ ຄຳແນະນຳຂອງທີ່ປຶກສາຄວບຄຸມໂຄງການ ເຮັດໃຫ້ເສັ້ນທາງມີຄຸນນະພາບ ສາມາດນຳໃຊ້ໄດ້ຍາວນານ, ຊຶ່ງພວກເຮົາຈະໄດ້ຮັບຜິດຊອບເປັນເວລາ 10 ປີຄື 3 ປີກໍ່ສ້າງ ແລະ 7 ປີບູລະນະຮັກສາ ເພື່ອໃຫ້ໄດ້ຕາມລະດັບບໍລິການ (service level).
ແຫຼ່ງຂ່າວ: ວສລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງເມືອງຫຼາ ຕ້ອນຮັບຄະນະຜູ້ສະໝັກເລືອກຕັ້ງ ສສຊ-ສສຂ ເຂດ 4 ແລະ ຮັບຟັງການສະເໜີຕົວ

ພະນັກງານຫຼັກແຫຼ່ງເມືອງຫຼາ ຕ້ອນຮັບຄະນະຜູ້ສະໝັກເລືອກຕັ້ງ ສສຊ-ສສຂ ເຂດ 4 ແລະ ຮັບຟັງການສະເໜີຕົວ

ໃນວັນທີ9 ກຸມພາ 2026, ທີ່ສະໂມສອນເມືອງຫລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມພົບປະລະຫວ່າງ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງທີ 4 ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວເມືອງຫຼາ ເພື່ອຮັບຟັງການນຳສະເໜີຕົວ ແລະ ແຜນການເຄື່ອນໄຫວຂອງຜູ້ສະໝັກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວິລະວອນພັນທະວົງຮອງຫົວໜ້າຄະນະໂຄສະນາອົມຮົມສູນກາງພັກ, ພ້ອມດ້ວຍຄະນະຜູ້ສະໝັກເລືອກຕັ້ງ ສສຊ ແລະ ສສຂ.
ຄະນະຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກພົບປະຜູ້ມີສິດເລືອກຕັ້ງຢູ່ກອງພັນໃຫຍ່ທະຫານຮາບ 502

ຄະນະຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກພົບປະຜູ້ມີສິດເລືອກຕັ້ງຢູ່ກອງພັນໃຫຍ່ທະຫານຮາບ 502

ຄະນະຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ, ຄະນະທີ 1 ຈໍານວນ 10 ທ່ານຍິງ 2 ທ່ານ, ໄດ້ສືບຕໍ່ລົງເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງຢູ່ກອງພັນໃຫຍ່ທະຫານຮາບ 502.
ການຂະຫຍາຍຕົວຂອງການບິນໃນພາກພື້ນອາຊີ-ປາຊີຟິກ

ການຂະຫຍາຍຕົວຂອງການບິນໃນພາກພື້ນອາຊີ-ປາຊີຟິກ

ສາຍການບິນ Vietjet ໄດ້ປະກາດຜົນສຳເລັດທາງຍຸດທະສາດຢ່າງຕໍ່ເນື່ອງ ເພື່ອສະໜັບສະໜູນການຂະຫຍາຍຕົວໃນໄລຍະຍາວທົ່ວພາກພື້ນອາຊີ-ປາຊີຟິກ. ໂດຍ Vietjet ຈະມີບົດບາດເປັນຄູ່ຮ່ວມງານຂອງ “ສູນກາງການເງິນການບິນອາຊີ-ປາຊີຟິກ” (Asia-Pacific Aviation Financial Hub) ທີ່ໄດ້ສະເໜີຕົວໃໝ່, ພ້ອມທັງມີຂໍ້ຕົກລົງກ່ຽວກັບເຄື່ອງຈັກເຮືອບິນໃໝ່ ແລະ ການຮ່ວມມືດ້ານການເງິນການບິນ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ພົບປະຜູ້ມີສິດເລືອກຕັ້ງ ຢູ່ກະຊວງປອ້ງກັນປະເທດ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ພົບປະຜູ້ມີສິດເລືອກຕັ້ງ ຢູ່ກະຊວງປອ້ງກັນປະເທດ

ໃນວັນທີ 6 ກຸມພາ ຜ່ານມານີ້, ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ນະຄອນຫຼວງວຽງຈັນ, ນໍາໂດຍ ສະຫາຍ ທະນົງໄຊ ຄຸດໄພທູນ ກໍາມະການສໍາຮອງສູນກາງພັກ ກໍາມະການພັກນະຄອນຫຼວງ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ການລົງທຶນນະຄອນຫຼວງວຽງຈັນ, ພ້ອມຜູ້ຮັບສະໝັກຈໍານວນ 12 ສະຫາຍ ໄດ້ພົບປະນາຍທະຫານ ແລະ ພະນັກງານຫຼັກແຫຼ່ງ ກະຊວງປ້ອງກັນປະເທດ, ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານຫຼັກເເຫຼ່ງຈາກບັນດາອົງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ຜູ້ສະໝັກເລືອກຕັ້ງ ສສຊ ເຂດ 1 ນະຄອນຫຼວງວຽງຈັນເຄື່ອນໄຫວຫາສຽງຢູ່ກະຊວງປ້ອງກັນຄວາມສະຫງົບ

ຜູ້ສະໝັກເລືອກຕັ້ງ ສສຊ ເຂດ 1 ນະຄອນຫຼວງວຽງຈັນເຄື່ອນໄຫວຫາສຽງຢູ່ກະຊວງປ້ອງກັນຄວາມສະຫງົບ

ວັນທີ 6 ກຸມພາ ຜ່ານມານີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ (ສະໜາມມ້າ), ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກຳມະການເລືອກຕັ້ງຂັ້ນ ນວ ພ້ອມດ້ວຍບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວຫາສຽງ ແລະ ພົບປະນາຍຕຳຫຼວດຫຼັກແຫຼ່ງຂອງກະຊວງປ້ອງກັນຄວາມສະຫງົບ, ໂດຍມີ ພົຈວ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ຫົວໜ້າຄະນະຮັບຜິດ ຊອບປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຂອງກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະນຳກະຊວງ ພ້ອມດ້ວຍນາຍຕຳຫຼວດຂັ້ນນຳພາ-ບັນຊາ ເຂົ້າຮ່ວມ.
ພະນັກງານຫຼັກແຫຼ່ງເມືອງມະຫາໄຊ ແລະ ຍົມມະລາດ ຕ້ອນຮັບການເຄື່ອນໄຫວພົບປະຂອງທ່ານປະທານຄະນະກວດກາສູນກາງພັກ

ພະນັກງານຫຼັກແຫຼ່ງເມືອງມະຫາໄຊ ແລະ ຍົມມະລາດ ຕ້ອນຮັບການເຄື່ອນໄຫວພົບປະຂອງທ່ານປະທານຄະນະກວດກາສູນກາງພັກ

ວັນທີ 8 ກຸມພາ 2026, ເລຂາພັກເມືອງ, ຄະນະກຳມະການປົກຄອງເມືອງ, ບັນດາພະນັກງານຫຼັກແຫຼ່ງ ແລະ ອຳນາດການປົກຄອງບ້ານ ຂອງເມືອງມະຫາໄຊ ແລະ ເມືອງຍົມມະລາດ ແຂວງຄໍາມ່ວນ ໄດ້ຕ້ອນຮັບການລົງເຄື່ອນໄຫວພົບປະ ຂອງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ໂດຍມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ, ບັນດາການນຳຂອງແຂວງຄໍາມ່ວນຮ່ວມຕິດຕາມ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕ ຢູ່ຕາແສງພູກະທະ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕ ຢູ່ຕາແສງພູກະທະ

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຄະນະທີ 2 ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງ ຢູ່ຕາແສງພູກະທະ ເມືອງຮົ່ມ ແຂວງໄຊສົມບູນ ໃນວັນທີ 8 ກຸມພາ 2026ນີ້, ໂດຍການນໍາພາຂອງທ່ານ ພອຍຄໍາ ຮຸ່ງບຸນຍວງກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ຜູ້ສະໝັກເບີທີ 2 ພ້ອມດ້ວຍຜູ້ສະໝັກຮັບເລືອກຕັ້ງ ໃນຄະນະທີ2 ມີຈໍານວນ 5 ທ່ານຍິງ 1 ທ່ານ ໂດຍມີການນໍາເມືອງຮົ່ມ ຕະຫຼອດຮອດພໍ່ແມ່ປະຊາຊົນ ຕາແສງພູກະທະ ເຂົ້າຮ່ວມຕ້ອນຮັບ ຢ່າງອົບອຸ່ນ.
ຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ພົບປະຜູ້ມີສິດເລືອກຕັ້ງ ທີ່ບ້ານສະໝັນ

ຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ພົບປະຜູ້ມີສິດເລືອກຕັ້ງ ທີ່ບ້ານສະໝັນ

ຄະນະຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ, ຄະນະທີ 1 ຈໍານວນ 10 ທ່ານຍິງ 2 ທ່ານ, ໄດ້ສືບຕໍ່ລົງເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານສະໝັນກຸ່ມ 7 ສັກເມືອງ, ເມືອງໂພນທອງ ແຂວງຈໍາປາສັກ.
ມອບອຸປະກອນການສຶກສາກວ່າ 760 ລ້ານກີບ ເສີມສ້າງການຮຽນ-ການສອນ ມຊ ກ້າວສູ່ສາກົນ

ມອບອຸປະກອນການສຶກສາກວ່າ 760 ລ້ານກີບ ເສີມສ້າງການຮຽນ-ການສອນ ມຊ ກ້າວສູ່ສາກົນ

ພິທີມອບ-ຮັບອຸປະກອນການສຶກສາຈັດຂຶ້ນໃນວັນທີ 4 ກຸມພາຜ່ານມາ ທີ່ຫ້ອງຮັບແຂກ ຕຶກຄະນະອຳນວຍການ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ກຽດມອບໂດຍທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໃຫ້ກຽດກ່າວຮັບ ພ້ອມຄະນະອຳນວຍການ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງ

ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງ

ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ຈຳນວນ 25 ທ່ານ ລົງສະເໜີໂຕ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງ ນວ ປະທານຄະນະກຳມະການເລືອກຕັ້ງ, ມີບັນດາຜູ້ສະໝັກຮັບເລືອກຕັ້ງ ພ້ອມດ້ວຍການນຳ ນວ, ຄະນະກຳມະການ, ອະນຸກຳມະ ການເລືອກຕັ້ງ, ບັນດາອົງການຈັດຕັ້ງ, ອົງການທຽບເທົ່າ, ນັກທຸລະກິດ, ພະນັກງານຫຼັກແຫຼ່ງ, ຜູ້ມີສິດເລືອກຕັ້ງ ໃນ ນວ ເຂົ້າຮ່ວມ.
ເພີ່ມເຕີມ