ສ່ວນການນຳເຂົ້າຜະລິດຕະພັນ ICT ໃນປີ 2025 ເພີ່ມຂຶ້ນ 5.8% ເປັນ 151.2 ຕື້ໂດລາ, ເຮັດໃຫ້ ສ ເກົາຫຼີ ມີຍອດເກີນດຸນການຄ້າສຳລັບຜະລິດຕະພັນ ICT ສູງເຖິງ 113 ຕື້ໂດລາ.
ກະຊວງດັ່ງກ່າວໄດ້ລະບຸໃນຖະແຫຼງການວ່າ: ເຖິງວ່າຈະມີສະພາບແວດລ້ອການຄ້າໂລກຈະປະເຊີນກັບຄວາມບໍ່ແນ່ນອນ, ແຕ່ການຂະຫຍາຍຕົວຂອງສູນຂໍ້ມູນ AI ທົ່ວໂລກ ບວກກັບຄວາມຕ້ອງການທີ່ເຂັ້ມແຂງສຳລັບ SSD (Solid-state Drives) ໄດ້ຊ່ວຍຊຸກຍູ້ການສົ່ງອອກໃຫ້ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ.
ຖ້າແຍກຕາມຂະແໜງການ, ການສົ່ງອອກເຊມິຄອນດັກເຕີ ເພີ່ມຂຶ້ນ 22.1% ໃນປີ 2025 ເປັນ 173.4 ຕື້ໂດລາ ໂດຍໄດ້ຮັບແຮງຂັບເຄື່ອນຈາກລາຄາຊິບໜ່ວຍຄວາມຈຳທົ່ວໂລກທີ່ສູງຂຶ້ນ. ໃນຂະນະທີ່ການສົ່ງອອກຄອມພິວເຕີ ແລະ ອຸປະກອນການສື່ສານ ເພີ່ມຂຶ້ນ 3.8% ແລະ 3.9% ຕາມລຳດັບ.
ເມື່ອແຍກຕາມຈຸດໝາຍປາຍທາງ, ການສົ່ງອອກໄປຍັງສະຫະລັດ ອາເມຣິກາ ເພີ່ມຂຶ້ນ 9.8% ເປັນ 32.5 ຕື້ໂດລາ, ໃນຂະນະທີ່ການສົ່ງອອກໄປປະເທດຈີນ ຊຶ່ງລວມທັງຮົງກົງ, ຫຼຸດລົງ 0.9% ເປັນ 97 ຕື້ໂດລາ.
ສະເພາະໃນເດືອນທັນວາພຽງເດືອນດຽວ, ການສົ່ງອອກ ICT ມີມູນຄ່າເຖິງ 30 ຕື້ໂດລາ, ເພີ່ມຂຶ້ນ 32.4% ເມື່ອທຽບໃສ່ປີກ່ອນ ຊຶ່ງເປັນສະຖິຕິສູງສຸດລະດັບໃໝ່ສຳລັບເດືອນທັນວາ. ສ່ວນການນຳເຂົ້າເພີ່ມຂຶ້ນ 12.1% ເປັນ 14.9 ຕື້ໂດລາ ຊຶ່ງເຮັດໃຫ້ການຄ້າ ICT ເກີນດຸນ 15 ຕື້ໂດລາ ສຳລັບເດືອນທັນວາ.
ຄໍາເຫັນ