ຂ່າວລະບຸວ່າ: ອີງຕາມໂຕເລກຂໍ້ມູນຫຼ້າສຸດທີ່ອົງການພາສີແຫ່ງຊາດຈີນລາຍການໃຫ້ຮູ້ວ່າ, ປີ 2025 ຍອດມູນຄ່າການສົ່ງອອກຫຸ່ນຍົນອຸດສາຫະກໍາຂອງຈີນຫຼາຍກວ່າການນໍາເຂົ້າເປັນເທື່ອທໍາອິດ ເຮັດໃຫ້ຈີນກາຍເປັນປະເທດສົ່ງອອກຫຸ່ນຍົນອຸດສາຫະກໍາສຸດທິ. ໃນ 6 ເດືອນຕົ້ນປີນີ້, ມູນຄ່າການສົ່ງອອກຫຸ່ນຍົນອຸດສາຫະກໍາຂອງຈີນມີເຖິງ 6 ຕື້ 290 ລ້ານຢວນ, ເພີ່ມຂຶ້ນ 18.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ໂດຍໄດ້ສົ່ງອອກຫຸ່ນຍົນອຸດສາຫະກໍາສູ່ 141 ປະເທດ ແລະ ເຂດແຄວ້ນທົ່ວໂລກ.
ບຸກຄົນພາຍໃນວົງການອຸດສາຫະກໍາດັ່ງກ່າວເຫັນວ່າ: ຫຸ່ນຍົນອຸດສາຫະກໍາຂອງຈີນມີຕ່ອງໂສ້ອຸດສາຫະກໍາທີ່ສົມບູນຄົບຖ້ວນ, ທັງມີທ່າແຮງອັນພົ້ນເດັ່ນໃນດ້ານຕົ້ນທຶນ ແລະ ການຕອບສະໜອງຄວາມຕ້ອງການຂອງລູກຄ້າຫຼັງການຈໍາໜ່າຍ ເຮັດໃຫ້ຫຸ່ນຍົນອຸດສາຫະກໍາຂອງຈີນສາມາດສອດຄ່ອງກັບຄວາມຕ້ອງການສ່ວນບຸກຄົນໂດຍສະເພາະຢູ່ຕະຫຼາດຕ່າງປະເທດ.
ຄໍາເຫັນ