ເມື່ອແຍກຕາມປະເພດສິນຄ້າ, ການສົ່ງອອກsemiconductorເພີ່ມຂຶ້ນ 26.5% ເມື່ອທຽບກັບປີກ່ອນເປັນ 9.75 ຕື້ໂດລາ, ກວມເອົາ 25.3% ຂອງການສົ່ງອອກທັງໝົດຂອງ ສ ເກົາຫຼີໃນໄລຍະດັ່ງກ່າວ.
ໃນຂະນະດຽວກັນ, ການສົ່ງອອກລົດຍົນເພີ່ມຂຶ້ນ 22.9% ເປັນ 3.81 ຕື້ໂດລາ, ໃນຂະນະທີ່ການສົ່ງອອກທາງເຮືອເພີ່ມຂຶ້ນ 2.3% ເປັນ 1.15 ຕື້ໂດລາ.
ຢ່າງໃດກໍຕາມ, ການສົ່ງອອກນ້ຳມັນຫຼຸດລົງ 19.3% ເປັນ 2.14 ຕື້ໂດລາແລະ ການສົ່ງອອກເຫຼັກຫຼຸດລົງ 9.2% ເປັນ 2.25 ຕື້ໂດລາ.
ເມື່ອແຍກຕາມຈຸດໝາຍປາຍທາງ, ການສົ່ງອອກໄປຍັງຈີນເພີ່ມຂຶ້ນ 10.2% ເປັນ 8.22 ຕື້ໂດລາ, ໃນຂະນະທີ່ການສົ່ງອອກໄປຍັງສະຫະລັດ ອາເມຣິກາ ເພີ່ມຂຶ້ນ 5.7% ເປັນ 6.78 ຕື້ໂດລາ. ສ່ວນການສົ່ງອອກໄປຍັງສະຫະພາບເອີຣົບ (EU) ເພີ່ມຂຶ້ນ 4.9% ເປັນ 3.58 ຕື້ໂດລາ.
ດ້ານການນຳເຂົ້າເພີ່ມຂຶ້ນ 3.7% ເມື່ອທຽບກັບປີກ່ອນເປັນ 36.1 ຕື້ໂດລາ ຊຶ່ງສົ່ງຜົນໃຫ້ ສ ເກົາຫຼີເກີນດຸນການຄ້າ 2.4 ຕື້ໂດລາໃນ 20 ມື້ທຳອິດຂອງເດືອນພະຈິກ.
ສຳລັບເດືອນຕຸລາ, ການສົ່ງອອກຂອງ ສ ເກົາຫຼີເພີ່ມຂຶ້ນ 3.6% ເມື່ອທຽບກັບປີກ່ອນເປັນ 59.57 ຕື້ໂດລາ. ຍ້ອນຄວາມຕ້ອງການທີ່ເຂັ້ມແຂງສຳລັບsemiconductor, ໂດຍການສົ່ງອອກເພີ່ມຂຶ້ນເປັນເດືອນທີ 5 ຕິດຕໍ່ກັນ.
ຄໍາເຫັນ