ບົດລາຍງານຊີ້ໃຫ້ເຫັນວ່າ: ກຳປູເຈຍສົ່ງອອກສິນຄ້າມູນຄ່າ 4.21 ຕື້ໂດລາໄປຍັງຕະຫຼາດ EU ໃນໄລຍະເດືອນມັງກອນຫາເດືອນຕຸລາປີນີ້, ເພີ່ມຂຶ້ນ 17.3% ເມື່ອທຽບໃສ່ປີກ່ອນ.
ໃນຂະນະດຽວກັນ, ກຳປູເຈຍສົ່ງອອກສິນຄ້າມູນຄ່າ 4.8 ຕື້ໂດລາໄປຍັງບັນດາປະເທດສະມາຊິກອາຊຽນ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ປີກ່ອນ.
ຕະຫຼາດ EU ກວມເອົາ 16.2% ແລະຕະຫຼາດອາຊຽນກວມເອົາ 18.5% ຂອງປະລິມານການສົ່ງອອກທັງໝົດຂອງກຳປູເຈຍທີ່ 25.9 ຕື້ໂດລາໃນ 10 ເດືອນທຳອິດຂອງປີນີ້.
ທ່ານ ເພັນ ໂສວິຈິດ ເລຂາທິການຖາວອນຂອງກະຊວງການຄ້າ ແລະໂຄສົກຂອງກະຊວງດັ່ງກ່າວເປີດເຜີຍວ່າ: ຜະລິດຕະພັນສົ່ງອອກຫຼັກຂອງກຳປູເຈຍໄປຍັງ EU ປະກອບມີເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ, ອຸປະກອນເດີນທາງ, ກະເປົາ, ລົດຖີບ, ຢາງລົດແລະອຸປະກອນເອເລັກໂຕຣນິກບາງຢ່າງ, ພ້ອມທັງຜະລິດຕະພັນກະສິກຳທີ່ມີທ່າແຮງເຊັ່ນ: ເຂົ້າ, ໝາກຖົ່ວດິນ, ແປ້ງມັນຕົ້ນແລະກ້ວຍ." ສິນຄ້າສົ່ງອອກຫຼັກຂອງກຳປູເຈຍໄປຍັງອາຊຽນລວມມີເຄື່ອງນຸ່ງຫົ່ມ, ເກີບ, ອຸປະກອນເດີນທາງ, ກະເປົາ, ຢາງລົດ, ຜະລິດຕະພັນເອເລັກໂຕຣນິກແລະຜະລິດຕະພັນກະສິກຳ.
ຄໍາເຫັນ