ການສົ່ງອອກຂອງຍີ່ປຸ່ນ ໃນເດືອນກັນຍາ ເພີ່ມຂຶ້ນ 4.2%

ການສົ່ງອອກຂອງຍີ່ປຸ່ນ ໃນເດືອນກັນຍາ ເພີ່ມຂຶ້ນ 4.2%

ການສົ່ງອອກຂອງຍີ່ປຸ່ນ ໃນເດືອນກັນຍາ ເພີ່ມຂຶ້ນ 4.2%
ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ເງິນ​ຍີ່ປຸ່ນ​ປະກາດ​ໃນ​ວັນ​ທີ 22 ຕຸລາ​ນີ້​ວ່າ, ການ​ສົ່ງ​ອອກ​ໃນ​ເດືອນ​ກັນຍາ​ໄດ້​ເພີ່ມ​ຂຶ້ນ 4.2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ຊຶ່ງໄດ້​ຟື້ນ​ຕົວ​ຄືນ​ຫຼັງ​ຈາກຫຼຸດ​ລົງ 4 ​ເດືອນ​ຕິດຕໍ່​ກັນ ຍ້ອນການເຕີບໂຕທີ່ເຂັ້ມແຂງຂອງການສົ່ງອອກໄປອາຊີ ແລະ ສາມາດຊົດເຊີຍການຫຼຸດລົງຂອງການສົ່ງອອກໄປຍັງສະຫະລັດ ອາເມຣິກາ.

 

ຢ່າງໃດກໍຕາມ, ການສົ່ງອອກຂອງຍີ່ປຸ່ນໃນເດືອນກັນຍາ ໄດ້ເພີ່ມຂຶ້ນໜ້ອຍກວ່າທີ່ນັກວິເຄາະໄດ້ຄາດຄະເນໄວ້ວ່າຈະເພີ່ມຂຶ້ນ 4.6%.

ສ່ວນການນໍາເຂົ້າໃນເດືອນກັນຍາຂອງຍີ່ປຸ່ນເພີ່ມຂຶ້ນ 3.3%, ຟື້ນຕົວຈາກການຫຼຸດລົງ 5.2% ໃນເດືອນສິງຫາແລະ ສູງກວ່ານັກວິເຄາະຄາດຄະເນວ່າຈະເພີ່ມຂຶ້ນພຽງ 0.6%. ທັງນີ້, ຍີ່ປຸ່ນຂາດດຸນການຄ້າ 234.6 ຕື້ເຢນ (1.54 ຕື້ໂດລາ) ໃນເດືອນກັນຍາ ຜ່ານມາ.

ສຳລັບການສົ່ງອອກໄປອາຊີເພີ່ມຂຶ້ນ 9.2% ໃນເດືອນກັນຍາ ເມື່ອທຽບໃສ່ປີກາຍ, ໃນຂະນະທີ່ການສົ່ງອອກໄປສະຫະລັດ ອາເມຣິກາ, ຄູ່ຄ້າໃຫຍ່ອັນດັບສອງຂອງຍີ່ປຸ່ນຫຼຸດລົງ 13.3% ແລະ ການສົ່ງອອກໄປຈີນ ຊຶ່ງເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນເພີ່ມຂຶ້ນ 5.8%.

ໃນເຄິ່ງທໍາອິດຂອງປີງົບປະມານ 2025 ນັບເຖິງເດືອນກັນຍາ, ການສົ່ງອອກຂອງຍີ່ປຸ່ນໄປສະຫະລັດ ອາເມຣິກາ ໄດ້ຫຼຸດລົງ 10.2% ເມື່ອທຽບໃສ່ປີກາຍມາເປັນ 9.71 ພັນຕື້ເຢນ (64 ຕື້ໂດລາ), ເນື່ອງຈາກຜົນກະທົບຂອງອັດຕາພາສີຂອງລັດຖະບານທ່ານ ໂດໂນ ທຣໍາ ຕໍ່ສິນຄ້ານໍາເຂົ້າຂອງຍີ່ປຸ່ນ.

ໃນໄລຍະດັ່ງກ່າວ, ຍີ່ປຸ່ນມີຍອດເກີນດຸນການຄ້າກັບ ສະຫະລັດ ອາເມຣິກາ ຫຼຸດລົງ 22.6% ເປັນ 3,320 ຕື້ເຢນ, ໂດຍການສົ່ງອອກລົດຫຼຸດລົງ 22.7%. ໃນຂະນະດຽວກັນ, ການນໍາເຂົ້າຈາກສະຫະລັດ ອາເມຣິກາ ໄດ້ຫຼຸດລົງ 2% ເປັນ 6.39 ພັນຕື້ເຢນ.

ການເປີດເຜີຍຂໍ້ມູນການຄ້າລ້າສຸດມີຂຶ້ນພຽງໜຶ່ງວັນ ຫຼັງຈາກທ່ານນາງ ຊານາເອະ ທາຄາອິຈິ ໄດ້ຮັບເລືອກເປັນນາຍົກລັດຖະມົນຕີຍິງຄົນທຳອິດຂອງຍີ່ປຸ່ນ.

ທັງນີ້, ການທີ່ທ່ານນາງ ທາຄາອິຈິ ມີທ່າທີສະໜັບສະໜູນການຜ່ອນຄາຍນະໂຍບາຍການເງິນ ແລະ ການກະຕຸ້ນເສດຖະກິດໂດຍຜ່ານນະໂຍບາຍການເງິນຂະໜາດໃຫຍ່ມີທ່າອ່ຽງທີ່ຈະເຮັດໃຫ້ເງິນເຢນອ່ອນຄ່າ ຊຶ່ງເປັນຜົນປະໂຫຍດຕໍ່ບັນດາຜູ້ສົ່ງອອກຂອງຍີ່ປຸ່ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ເພີ່ມເຕີມ