ບົດລາຍງານຊີ້ໃຫ້ເຫັນວ່າ: ການສົ່ງອອກສິນຄ້າເອເລັກໂຕຣນິກເພີ່ມຂຶ້ນຢ່າງກ້າວກະໂດດເຖິງ 88.1%, ໃນຂະນະທີ່ການສົ່ງອອກສິນຄ້າທີ່ບໍ່ແມ່ນເອເລັກໂຕຣນິກເພີ່ມຂຶ້ນ 8%.
ອົງການວິສາຫະກິດສິງກະໂປ ລະບຸວ່າ: ສຳລັບປີ 2026, ການຂະຫຍາຍຕົວຂອງ NODX ຄາດວ່າຈະຖືກຂັບເຄື່ອນໂດຍເອເລັກໂຕຣນິກ, ທ່າມກາງຄວາມຕ້ອງການທີ່ເຂັ້ມແຂງສຳລັບປັນຍາປະດິດ (AI), ເຖິງວ່າຈະມີຄວາມບໍ່ແນ່ນອນຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ ແລະ ມາດຕະການພາສີອາກອນໃໝ່ຂອງສະຫະລັດ ອາເມຣິກາ ກໍຕາມ.
ນອກຈາກນັ້ນ, ອົງການດັ່ງກ່າວຍັງຄາດຄະເນການເຕີບໂຕຂອງ NODX ສຳລັບປີ 2026 ໄວ້ທີ່ 14-16% ຊຶ່ງສະທ້ອນໃຫ້ເຫັນເຖິງການດຳເນີນງານທີ່ເຂັ້ມແຂງເປັນພິເສດໃນໄລຍະເຄິ່ງທຳອິດຂອງປີ. ໂດຍຄາດວ່າການເຕີບໂຕຂອງ NODX ຈະຍັງຄົງເຂັ້ມແຂງໃນໄລຍະເຄິ່ງທີ່ສອງ, ເຖິງວ່າມີທ່າອ່ຽງຈະຊ້າລົງຍ້ອນພື້ນຖານທີ່ສູງໃນປີກ່ອນ.
ສ່ວນສິນຄ້າທີ່ນຳເຂົ້າ ແລະ ສົ່ງອອກຕໍ່ (re-export) ທີ່ບໍ່ລວມນ້ຳມັນ ເພີ່ມຂຶ້ນ 40.1% ເມື່ອທຽບກັບປີກ່ອນໃນໄຕມາດທີ 2 ປີ 2026, ຫຼັງຈາກເພີ່ມຂຶ້ນ 45.4% ໃນໄຕມາດທີ່ຜ່ານມາ. ການເຕີບໂຕນີ້ສ່ວນໃຫຍ່ແມ່ນຂັບເຄື່ອນໂດຍເອເລັກໂຕຣນິກ.
ໂດຍລວມແລ້ວ, ມູນຄ່າການຄ້າສິນຄ້າທັງໝົດຂະຫຍາຍຕົວ 40.2% ໃນໄຕມາດທີສອງ, ໃນຂະນະທີ່ການຄ້າການບໍລິການທັງໝົດເພີ່ມຂຶ້ນ 9.9%.
ຄໍາເຫັນ