ຂ່າວລະບຸວ່າ: ຍອດວົງເງິນສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໃນເດືອນກໍລະກົດ ບັນລຸ 4,670 ຕື້ກວ່າໂດລາ, ເພີ່ມຂຶ້ນ 4.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ໃນ 7 ເດືອນຜ່ານມາ ບັນລຸ 27 ຕື້ກວ່າໂດລາ, ເພີ່ມຂຶ້ນ 2.67% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໝາກຜົນດັ່ງກ່າວໄດ້ສ່ອງແສງເຖິງຄວາມມານະພະຍາຍາມຂອງທົ່ວຂະແໜງໃນການຊອກຫາໃບສັ່ງຊື້ສິນຄ້າ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ.
ຈຸດເດັ່ນຂອງການສົ່ງອອກໃນ 7 ເດືອນຜ່ານມານັ້ນແມ່ນການບັນລຸລະດັບເຕີບໂຕທີ່ໜ້າປະທັບໃຈຂອງໝວດສິນຄ້າ ຄື: ເສັ້ນຝ້າຍ, ວັດສະດຸສຳຮອງເຄື່ອງຕ່ຳແຜ່ນຕັດຫຍິບ, ຜ້າແພ... ບັນດາໝວດສິນຄ້ານີ້ໄດ້ຮັບການເຕີບໂຕຢ່າງແຮງເປັນການສະແດງໃຫ້ເຫັນທ່າອ່ຽງການຫັນປ່ຽນຢ່າງຕັ້ງໜ້າຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ, ບໍ່ພຽງແຕ່ຢຸດຢູ່ຂັ້ນຕອນຕັດຫຍິບເທົ່ານັ້ນ, ຫາກຍັງເປັນເຈົ້າການສະໜອງແຫຼ່ງວັດສະດຸສຳຮອງໃຫ້ແກ່ລະບົບຜະລິດທົ່ວໂລກເທື່ອລະກ້າວອີກດ້ວຍ.
ຄໍາເຫັນ