ການສົ່ງອອກລົດໄປສະຫະລັດ ອາເມຣິກາ ຫຼຸດລົງ 7.5% ເປັນ 2.38 ຕື້ໂດລາ ໃນເດືອນກັນຍາ, ໃນຂະນະທີ່ການສົ່ງອອກໄປສະຫະພາບເອີຣົບ (EU) ແລະ ອາຊີເພີ່ມຂຶ້ນໃນອັດຕາສອງໂຕເລກ ເປັນ 958 ລ້ານໂດລາ ແລະ 823 ລ້ານໂດລາ ຕາມລໍາດັບ.
ສ່ວນການສົ່ງອອກລົດທີ່ເປັນມິດກັບສິ່ງແວດລ້ອມໄດ້ເພີ່ມຂຶ້ນ 22.9% ເປັນ 2.67 ຕື້ໂດລາ ໃນເດືອນກັນຍາ.
ສຳລັບຈຳນວນພາຫະນະທີ່ສົ່ງອອກໃນເດືອນກັນຍາແມ່ນ 228,153 ຄັນ, ເພີ່ມຂຶ້ນ 11.0% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນຂະນະທີ່ການສົ່ງອອກອາໄຫຼ່ລົດເພີ່ມຂຶ້ນ 6% ເປັນ 1.92 ຕື້ໂດລາ.
ຂ່າວລາຍງານວ່າ: ຈຳນວນພາຫະນະທີ່ຜະລິດໃນໂຮງງານພາຍໃນປະເທດເພີ່ມຂຶ້ນ 8.9% ເປັນ 334,319 ຄັນ ໃນເດືອນກັນຍາ ເມື່ອທຽບໃສ່ປີກາຍ ແລະ ຈຳນວນພາຫະນະທີ່ຈຳໜ່າຍພາຍໃນປະເທດ ຊຶ່ງລວມທັງລົດທີ່ຜະລິດພາຍໃນປະເທດ ແລະ ລົດນຳເຂົ້າ ໄດ້ບັນລຸ 157,898 ຄັນ ໃນເດືອນກັນຍາ ເພີ່ມຂຶ້ນ 20,8% ເມື່ອທຽບໃສ່ປີກາຍ.
ຄໍາເຫັນ