ການສົ່ງອອກອອນໄລ ຂອງຫວຽດນາມ

ການສົ່ງອອກອອນໄລ ຂອງຫວຽດນາມ ຄາດວ່າຈະບັນລຸ 5,8 ຕື້ໂດລາ ໃນປີ 2028

ການສົ່ງອອກອອນໄລ ຂອງຫວຽດນາມ ຄາດວ່າຈະບັນລຸ 5,8 ຕື້ໂດລາ ໃນປີ 2028
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງຮ່າໂນ້ຍ, ສະຫະສະມາຄົມການຄ້າເອເລັກໂຕຣນິກ ຫວຽດນາມ ແລະ Access Partnership ໄດ້ສົມທົບກັນຈັດກອງປະຊຸມສຳມະນາພັດທະນາການສົ່ງອອກອອນໄລ

ເພື່ອແນໃສ່ດຶງດູດຄວາມສົນໃຈກ່ຽວກັບບົດບາດທີ່ນັບມື້ນັບສຳຄັນຂອງການຄ້າເອເລັກໂຕຣນິກສຳລັບບັນດາວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ກາງ ຢູ່ ຫວຽດນາມ.
ໃນກອງປະຊຸມ, ທ່ານນາງ ເມເກນ ລິມ ຜູ້ອຳນວຍການຝ່າຍຍຸດທະສາດເສດຖະກິດ Access Partnership (ຊຶ່ງເປັນອົງການຄົ້ນຄວ້າສາກົນ ກ່ຽວກັບການຄ້າເອເລັກໂຕຣນິກ), ໃຫ້ຮູ້ວ່າ: ປີ 2023, ມູນຄ່າສົ່ງອອກການຄ້າເອເລັກໂຕນິກ ຂອງ ຫວຽດນາມ ບັນລຸ ປະມານ 3,5 ຕື້ໂດລາ. ຄາດວ່າ ປີ 2028, ມູນຄ່າດັ່ງກ່າວ ຈະເພີ່ມຂຶ້ນທົບ 1,7 ເທົ່າ, ບັນລຸປະມານ 5,8 ຕື້ໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ເມັກຊິກ ໃກ້ຈະບັນລຸຂໍ້ຕົກລົງອັດຕາພາສີນຳເຂົ້າເຫຼັກ ແລະ ອາລູມິນຽມ

ເມັກຊິກ ໃກ້ຈະບັນລຸຂໍ້ຕົກລົງອັດຕາພາສີນຳເຂົ້າເຫຼັກ ແລະ ອາລູມິນຽມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ມິຖຸນາ ຜ່ານມາວ່າ: ທ່ານ ມາເຊໂລ ເອບຣາດ ລັດຖະມົນຕີກະຊວງເສດຖະກິດຂອງເມັກຊິກ ກ່າວວ່າ: ເມັກຊິກ ແລະ ສະຫະລັດ ອາເມຣິກາ ໃກ້ຈະບັນລຸຂໍ້ຕົກລົງກ່ຽວກັບອັດຕາພາສີທີ່ສະຫະລັດ ອາເມຣິກາ ໄດ້ກໍານົດການນໍາເຂົ້າເຫຼັກ ແລະ ອາລູມິນຽມ.
ນູແວນເຊລັງ ຜ່ອນຜັນກົດລະບຽບການອອກວີຊາ ເພື່ອດຶງດູດນັກລົງທຶນ

ນູແວນເຊລັງ ຜ່ອນຜັນກົດລະບຽບການອອກວີຊາ ເພື່ອດຶງດູດນັກລົງທຶນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ນູແວນເຊລັງ ເປີດເຜີຍຍອດການຍື່ນຂໍວີຊາ Active Investor Plus visa ສໍາລັບນັກລົງທຶນຕ່າງປະເທດທີ່ຕ້ອງການຍ້າຍເຂົ້າປະເທດ ເພີ່ມຂຶ້ນຢ່າງວ່ອງໄວ. ໃນຂະນະທີ່ລັດຖະບານຕ້ອງການດຶງດູດກຸ່ມຄົນທີ່ມີຄວາມຮັ່ງມີໃຫ້ເຂົ້າມາຫຼາຍຂຶ້ນ ເພື່ອຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງປະເທດ.
ອົງການສະຫະປະຊາຊາດ ກຽມຫຼຸດຈຳນວນພະນັກງານລົງ 20%

ອົງການສະຫະປະຊາຊາດ ກຽມຫຼຸດຈຳນວນພະນັກງານລົງ 20%

ຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ ຜ່ານມາວ່າ: ອົງການສະຫະປະຊາຊາດ (UN) ກຽມຫຼຸດຈຳນວນພະນັກງານລົງ 20% ແລະ ພິຈາລະນາການປັບໂຄງສ້າງອົງການທີ່ກ່ຽວຂ້ອງຄືນ ໃໝ່ 140 ກວ່າອົງການ, ພາຍຫຼັງສະຫະລັດ ອາເມຣິກາ ຕັດງົບປະມານສະໜັບສະໜູນ.
ລາຄາເຂົ້າສານໃນຍີ່ປຸ່ນຫຼຸດລົງ ຫຼັງຈາກເຂົ້າສຳຮອງຂອງລັດຖະບານວາງຂາຍ

ລາຄາເຂົ້າສານໃນຍີ່ປຸ່ນຫຼຸດລົງ ຫຼັງຈາກເຂົ້າສຳຮອງຂອງລັດຖະບານວາງຂາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນ ເປີດເຜີຍວ່າ, ລາຄາເຂົ້າສານຂາຍຍ່ອຍສະເລ່ຍໃນຍີ່ປຸ່ນ ໄດ້ຫຼຸດລົງເປັນ 3,000 ເຢນຕໍ່ 5 ກິໂລກຣາມ ຊຶ່ງຖືເປັນຄັ້ງທຳອິດໃນຮອບປະມານ 3 ເດືອນ.
ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ສ້າງຂຶ້ນເພື່ອຊຸກຍູ້ການພັດທະນາໃນພາກພື້ນ ແລະ ທົ່ວໂລກ

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ສ້າງຂຶ້ນເພື່ອຊຸກຍູ້ການພັດທະນາໃນພາກພື້ນ ແລະ ທົ່ວໂລກ

ຂ່າວສານຊີອາໄອລາຍງານວ່າ: ກອງປະຊຸມປະຈຳປີຄັ້ງທີ 10 ຂອງຄະນະບໍລິຫານງານທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ ໃນລະຫວ່າງວັນທີ 24-26 ມິຖຸນານີ້, ໂດຍມີແຂກ ເຂົ້າຮ່ວມ 3.500 ກວ່າທ່ານ ທີ່ມາຈາກເກືອບ 100 ປະເທດ ແລະ ເຂດແຄວ້ນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເຂົ້າ​ຮ່ວມ​ວາ​ລະ​ສົນ​ທະ​ນາ​ນະ​ໂຍ​ບາຍ ໃນເວ​ທີປາ​ໄສ​ເສດ​ຖະ​ກິດ​ໂລກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເຂົ້າ​ຮ່ວມ​ວາ​ລະ​ສົນ​ທະ​ນາ​ນະ​ໂຍ​ບາຍ ໃນເວ​ທີປາ​ໄສ​ເສດ​ຖະ​ກິດ​ໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ມິຖຸນາ ຜ່ານມາ, ໃນການເຂົ້າຮ່ວມວາລະສົນທະນານະໂຍບາຍ ຫົວຂໍ້ “ສັງກາດໃໝ່ຂອງ ຫວຽດນາມ: ຈາກວິໄສທັດໄປສູ່ການກະທຳ”, ໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ຢູ່ ນະຄອນທຽນຊີນ ປະເທດຈີນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບຄຳຖາມຫຼາຍຂໍ້ທີ່ກ່ຽວຂ້ອງເຖິງເສັ້ນທາງພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່. ວາລະສົນທະນາມີການເຂົ້າຮ່ວມຂອງທ່ານ ບອດ ເບຣດ (Borge Brende) ປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WEF ພ້ອມດ້ວຍຜູ້ແທນ 100 ກວ່າທ່ານ ຊຶ່ງເປັນຜູ້ຕາງໜ້າຂອງບັນດາລັດຖະບານ, ອົງການຈັດຕັ້ງ ແລະ ວິສາຫະກິດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ມິຖຸນາ ຜ່ານມາ, ເນື່ອງໃນໂອກາດທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ຈີນ, ທ່ານ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ໃນການພົບປະ, ນາຍົກລັດຖະມົນຕີສອງທ່ານເຫັນດີຕີລາຄາການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫຼາຍຢ່າງ ເຊັ່ນ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ມີຫຼາຍກົນໄກຮ່ວມມືໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາທ່ວງທ່າເຕີບໂຕ; ການຮ່ວມມືໃນການສ້າງເສັ້ນທາງລົດໄຟ, ການບິນກໍໄດ້ຮັບການຍູ້ແຮງເຊັ່ນດຽວກັນ.
ນັກຄົ້ນຄວ້າອິສຣາແອນ ຄົ້ນພົບກົນໄກຂອງສະໝອງ ທີ່ຄວບຄຸມອາການເຈັບປວດ

ນັກຄົ້ນຄວ້າອິສຣາແອນ ຄົ້ນພົບກົນໄກຂອງສະໝອງ ທີ່ຄວບຄຸມອາການເຈັບປວດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ມະຫາວິທະຍາໄລຮິບຣູ ແຫ່ງເຢຣູຊາເລັມ ລາຍງານວ່າ: ນັກວິທະຍາສາດຂອງອິສຣາແອນ ໄດ້ຄົ້ນພົບກົນໄກຂອງສະໝອງທີ່ຊ່ວຍຄວບຄຸມອາການເຈັບປວດໄລຍະສັ້ນແຕ່ບໍ່ສາມາດຄວບຄຸມອາການເຈັບປວດຊໍາເຮື້ອໄດ້ ຊຶ່ງສາມາດນຳໄປສູ່ການປິ່ນປົວທີ່ມີປະສິດທິພາບຫຼາຍຂຶ້ນ.
ກຳປູເຈຍ ຢືນຢັນມີຄົນເຈັບໄຂ້ຫວັດສັດປີກເພີ່ມຂຶ້ນ

ກຳປູເຈຍ ຢືນຢັນມີຄົນເຈັບໄຂ້ຫວັດສັດປີກເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາວ່າ: ກະຊວງສາທາລະນະສຸກກໍາປູເຈຍໄດ້ອອກຖະແຫຼງການກ່ຽວກັບການພົບຄົນເຈັບທີ່ເປັນໄຂ້ຫວັດສັດປີກ ສາຍພັນ H5N1 ຊຶ່ງເປັນເພດຍິງ ອາຍຸ 41 ປີ ອາໄສຢູ່ແຂວງສຽມຣຽບ ທາງພາກຕາເວັນຕົກສ່ຽງເໜືອຂອງປະເທດ.
ອາຊີ ຮ້ອນໄວຂຶ້ນເກືອບສອງເທົ່າຂອງອັດຕາສະເລ່ຍຂອງໂລກ

ອາຊີ ຮ້ອນໄວຂຶ້ນເກືອບສອງເທົ່າຂອງອັດຕາສະເລ່ຍຂອງໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ ຜ່ານມາວ່າ: ປີ 2024 ເປັນປີທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນ ຫຼື ເປັນປີທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ມີການບັນທຶກໄວ້, ລວມເຖິງຄື້ນຄວາມຮ້ອນທີ່ແຜ່ລາມ ແລະ ແກ່ຍາວເປັນເວລາດົນນານ ຊຶ່ງທ່າ​ອ່ຽງ​ຄວາມຮ້ອນ​ລະຫວ່າງ​ປີ 1991-2024 ​ເພີ່ມຂຶ້ນ​ເກືອບ​ສອງ​ເທົ່າ​ຂອງ​ໄລຍະ​ປີ 1961-1990.
ເພີ່ມເຕີມ