ຂໍ້ມູນຈາກອົງການອະນາໄມໂລກ (WHO) ຊີ້ໃຫ້ເຫັນວ່າ: ມົນລະພິດທາງອາກາດມີສ່ວນກ່ຽວຂ້ອງກັບການເສຍຊີວິດກ່ອນໄວອັນຄວນປະມານ 7 ລ້ານຄົນຕໍ່ປີ ແລະ ໄມໂຄຣພລາສຕິກທີ່ລອຍຢູ່ໃນອາກາດ ຊຶ່ງມາຈາກພົມສັງເຄາະ, ເຄື່ອງນຸ່ງຫົ່ມ ແລະ ຝຸ່ນໃນຄົວເຮືອນ ອາດສົ່ງຜົນກະທົບຕໍ່ລະບົບຫາຍໃຈ.
ທ່ານ ເກຊາຟ ຣາຈ ເປົາເດລ ຜູ້ຂຽນການຄົ້ນຄວ້າ ແລະ ນັກຄົ້ນຄວ້າອາວຸໂສດ້ານພະຍາດທາງເດີນຫາຍໃຈຊໍາເຮື້ອຈາກມະຫາວິທະຍາໄລເຕັກໂນໂລຊີຊິດນີ ໄດ້ກ່າວວ່າ: ໄມໂຄຣພລາສຕິກ ແມ່ນຊິ້ນສ່ວນພລາສຕິກຂະໜາດນ້ອຍກວ່າ 5 ມິນລິແມັດ ຊຶ່ງເກີດຈາກພລາສຕິກຂະໜາດໃຫຍ່ທີ່ແຕກອອກເປັນຊິ້ນສ່ວນ ຫຼື ເສັ້ນໃຍ.
ທ່ານ ເປົາເດລ ອະທິບາຍວ່າ: ປອດມີຄວາມສ່ຽງຕໍ່ການເສຍຫາຍຈາກໄມໂຄຣພລາສຕິກເປັນພິເສດ ເນື່ອງຈາກມີພື້ນຜີວຂະໜາດໃຫຍ່ ແລະ ສາມາດຈຳກັດອະນຸພາກໄດ້ຈຳກັດ, ໂດຍສະເພາະແມ່ນອະນຸພາກຂະໜາດນ້ອຍທີ່ສາມາດເຈາະເຂົ້າໄປໃນປອດໄດ້ເລິກ. ທ່ານກ່າວຕື່ມວ່າ: ເນື້ອງອກມະເຮັງປອດມີປະລິມານໄມໂຄຣພລາສຕິກຫຼາຍກວ່າເນື້ອເຍື່ອປອດທີ່ມີສຸຂະພາບດີ.
ຄໍາເຫັນ