“ການເຕີບໃຫຍ່” ຂອງຜູ້ແທນສະພາປະຊາຊົນ ທີ່ເກີດຫຼັງປີ 1990

“ການເຕີບໃຫຍ່” ຂອງຜູ້ແທນສະພາປະຊາຊົນ ທີ່ເກີດຫຼັງປີ 1990
ໃນລະຫວ່າງວັນທີ 23 -28 ມັງກອນນນີ້, ແຂວງຢູນນານໄດ້ດໍາເນີນ “ກອງປະຊຸມສອງສະພາ” (ກອງປະຊຸມສອງສະພາແມ່ນຊື່ຫຍໍ້ຂອງສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາປຶກສາການເມືອງປະຊາຊົນຈີນ). ກອງປະຊຸມສອງສະພາແຂວງຢູນນານປີນີ້, ແມ່ນກອງປະຊຸມ ຄັ້ງທີ 2 ຂອງສະພາປະຊາຊົນ ແຂວງຢູນນານ ສະໄໝທີ 14 ແລະ ກອງປະຊຸມຄັ້ງທີ 2 ສະໄໝທີ 13 ຂອງສະພາປຶກສາການເມືອງປະຊາຊົນແຂວງຢູນນານ.
ກອງປະຊຸມສອງສະພາ ເປັນເຫດການສຳຄັນໃນຊີວິດການເມືອງ ຂອງປະຊາຊົນບັນດາເຜົ່າໃນແຂວງຢູນນານ. ສໍາລັບກອງປະຊຸມສອງສະພາແຂວງຢູນນານປີນີ້, ມີຜູ້ແທນສະພາປະຊາຊົນຊຸດໜຶ່ງທີ່ເກີດຫຼັງປີ 1990 ຫຼື ຫຼັງປີ 1995 ໄດ້ດຶງດູດຄວາມສົນໃຈຈາກຄົນທັງຫຼາຍເປັນຢ່າງຍິ່ງ, ມື້ນີ້, ພວກເຮົາມາ ຮັບຟັງເລື່ອງການເຕີບໃຫຍ່ຂອງຜູ້ແທນສະພາປະຊາຊົນທີ່ເກີດຫຼັງປີ 1990 ນຳກັນ.
ທ່ານ ນາງ ຫົງຈື້ເຫວີນ ຜູ້ແທນສະພາປະຊາຊົນແຂວງຢູນນານ ກ່າວວ່າ: “ເຮັດໃຫ້ປະຊາຊົນຊົມໃຊ້ການບໍລິການສາທາລະນະສຸກ ທີ່ຍຸຕິທຳ ແລະ ເຂົ້າເຖິງໄດ້ຫຼາຍກວ່າເກົ່າ”
ນັບແຕ່ການດຳລົງຕຳແໜ່ງເປັນເວລາໜຶ່ງປີມານີ້, ທ່ານ ນາງ ຫົງຈື້ເຫວີນ ທີ່ເປັນຜູ້ແທນສະພາປະຊາຊົນເກີດຫຼັງປີ 1990 ທີ່ມາຈາກຂະແໜງສາທາລະນະສຸກຂອງເຂດເມືອງເກົ່າ ນະຄອນລີ້ຈ່ຽງ ແຂວງຢູນນານ ໄດ້ພະຍາຍາມຢ່າງໃຫຍ່ຫຼວງ ໃນດ້ານການຮໍ່າຮຽນ, ການທັດສະນະສຶກສາ ແລະ ການຄົ້ນຄວ້າ, ນາງ ໄດ້ກຽມພ້ອມໃນການປະກອບຄຳຄິດເຫັນ, ສະເໜີທີ່ດີ ຕໍ່ກອງປະຊຸມສອງສະພາແຂວງຢູນນານປີນີ້.
ທ່ານ ນາງ ຫົງຈື້ເຫວີນ ໄດ້ຍົກຕົວຢ່າງວ່າ: “ຂ້າພະເຈົ້າສັງເກດເຫັນວ່າ ແຂວງຢູນນານຕັ້ງຢູ່ໃນເຂດພູດອຍທີ່ສູງຈາກໜ້ານ້ຳທະເລ ຊຶ່ງເກີດມີ ພະຍາດຊຳເຮື້ອຫຼາຍຊະນິດເຊັ່ນ: ຄວາມດັນເລືອດສູງ ເປັນຕົ້ນ ໄດ້ເກີດຂຶ້ນເປັນຈຳນວນຫຼວງຫຼາຍ, ແຕ່ຄົນເຈັບທີ່ເປັນພະຍາດຊຳເຮື້ອຂອງແຂວງຢູນນານຫຼາຍຄົນ ແມ່ນມີຄວາມແຕກຕ່າງກັບຄົນເຈັບແຂວງອື່ນໆໃນລັກສະນະການຍອມກິນຢາ (ການກິນຢາຕາມການແນະນຳຂອງແພດໝໍ ຫຼື ການກິນຢາຕາມແຜນ) ຍ້ອນໄດ້ພິຈາລະນາເຖິງເງື່ອນໄຂທາງເສດຖະກິດ ຫຼື ດ້ານອື່ນໆ”. ທ່ານ ນາງ ຫົງຈື້ເຫວີນ ກ່າວວ່າ:“ ພວກເຮົາຫວັງວ່າ ຈະປະຕິບັດມາດຕະການແຈກຢາໂດຍບໍ່ເສຍຄ່າ ໃຫ້ແກ່ຄົນເຈັບທີ່ເປັນພະຍາດຊໍາເຮື້ອຕ່າງໆເຊັ່ນ: ພະຍາດເບົາຫວານ ແລະ ພະຍາດຄວາມດັນເລືອດສູງ”.
ໃນອະນາຄົດ, ນາງ ຫົງຈື້ເຫວີນ ຫວັງວ່າ ດ້ວຍຄວາມເປັນໄວໜຸ່ມ ຈະສາມາດປະກອບສ່ວນກຳລັງວັງຊາຂອງຕົນ ເຂົ້າໃນການກໍ່ສ້າງແຂວງຢູນນານ ມີສຸຂະພາບແຂງແຮງ, ເພື່ອໃຫ້ປະຊາຊົນສາມາດຊົມໃຊ້ການບໍລິການດ້ານສາທາລະນະສຸກທີ່ຍຸຕິທຳ ແລະ ເຂົ້າເຖິງໄດ້ນັບມື້ຫຼາຍຂຶ້ນ. “ພ້ອມດຽວກັນນັ້ນ, ຂ້າພະເຈົ້າຍັງຫວັງວ່າ ຈະມີໂອກາດປະກອບຄວາມເຫັນໃຫ້ຫຼາຍກວ່າເກົ່າ ເພື່ອກຸ່ມຄົນຕ່າງໆ.”
ທ່ານ ຫຼີຊົນຫຼີນ ຜູ້ແທນສະພາປະຊາຊົນແຂວງຢູນນານ ກ່າວວ່າ: “ເລັ່ງການກໍ່ສ້າງຊົນນະບົດທີ່ກົມກຽວ ແລະ ສວຍງາມ”
ທ່ານ ຫຼີຊົນຫຼີນ, ເກີດ ປີ 1995, ເປັນຮອງຫົວໜ້າ ໜ່ວຍການຜະລິດໂລຫະປະສົມຂອງພະແນກພາລະກິດໂລຫະປະສົມ ບໍລິສັດອາລູມິນຽມ ຢີຊິນ ເມືອງເຮີ້ຊິ້ງ ກິ່ງແຂວງປົກຄອງຕົນເອງເຜົ່າປາຍຕ້າຫຼີແຂວງຢູນນານ, ຕົ້ນຕໍຮັບຜິດຊອບການຄວບຄຸມຄຸນນະພາບຂອງເຕັກນິກຫຼໍ່ຫຼອມໂລຫະປະສົມອາລູມິນຽມ, ການສ້າງທີມງານມາດຕະຖານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ, ຍັງໄດ້ເຂົ້າຮ່ວມການປັບປຸງລະບຽບການດ້ານເຕັກນິກ, ການຄຸ້ມຄອງອຸປະກອນ, ການດັດສ້າງ ແລະ ອື່ນໆ, ໄດ້ເຮັດວຽກຢູ່ແຖວໜ້າຂອງການຜະລິດມາໂດຍຕະຫຼອດ.
ໃນໜຶ່ງປີທີ່ຜ່ານມາ, ທ່ານ ຫຼີຊົນຫຼີນ ໄດ້ເກັບກຳຄຳເຫັນຂອງປະຊາຊົນ ໂດຍຜ່ານການສຳຫຼວດຄົ້ນຄວ້າຫຼາຍຄັ້ງ, ໄດ້ເດີນທາງໄປເຖິງແຫ່ງຕ່າງໆໃນຕົວເມືອງ ແລະ ຊົນນະບົດ. ໃນໄລຍະການສຳຫຼວດຄົ້ນຄວ້າ, ທ່ານ ໄດ້ໄປຢ້ຽມຢາມຜົນງານຫຼາຍຢ່າງ ໃນການກໍ່ສ້າງຊົນນະບົດທີ່ສວຍງາມ ແລະ ໄດ້ຖອດຖອນບົດຮຽນຫຼາຍຢ່າງ. ນອກນີ້, ທ່ານ ຍັງໄດ້ພົບເຫັນວ່າ: ເມືອງເຮີ້ຊິ້ງ ທີ່ຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງແຂວງຢູນນານ ຍັງມີຫຼາຍບັນຫາທີ່ຍັງແກ້ໄຂບໍ່ຕົກເຊັ່ນ: ສະພາບແວດລ້ອມໃນບ້ານບໍ່ສະອາດ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ພັດທະນາບໍ່ໄດ້ດີປານໃດ ເນື່ອງຈາກວ່າພື້ນຖານໂຄງລ່າງຂອງຊົນນະບົດທ້ອງຖິ່ນຍັງອ່ອນແອຫຼາຍ.
ຕໍ່ບັນຫາດັ່ງກ່າວ, ໃນກອງປະຊຸມສອງສະພາແຂວງຢູນນານປີນີ້, ທ່ານ ຫຼີຊົນຫຼີນ ໄດ້ສຸມໃສ່ບັນຫາການປັບປຸງສະພາບແວດລ້ອມການດຳລົງຊີວິດຢູ່ຊົນນະບົດໃຫ້ດີຂຶ້ນ. ທ່ານ ຫຼີຊົນຫຼີນ ສະເໜີໃຫ້ເມືອງເຮີ້ຊິ້ງ ຊຸກຍູ້ວຽກງານຈຸດທົດລອງເພື່ອປັບປຸງສະພາບແວດລ້ອມການດຳລົງຊີວິດຢູ່ຊົນນະບົດໃຫ້ດີຂຶ້ນ, ເລັ່ງລັດປັບປຸງສະພາບແວດລ້ອມດຳລົງຊີວິດຢູ່ຊົນນະບົດ, ຍົກລະດັບການປັບປຸງສະພາບແວດລ້ອມການດຳລົງຊີວິດຢູ່ຊົນນະບົດທົ່ວເມືອງໃຫ້ສູງຂຶ້ນ, ສົ່ງເສີມການພັດທະນາແບບເຊື່ອມໂຍງເຂົ້າກັນ ລະຫວ່າງ ຕົວເມືອງ ກັບ ຊົນນະບົດ, ເລັ່ງລັດການກໍ່ສ້າງຊົນນະບົດທີ່ມີສະພາບແວດລ້ອມການດຳລົງຊີວິດທີ່ດີ, ມີສະພາບແວດລ້ອມປະກອບອາຊີບທີ່ດີ, ກົມກຽວກັນ ແລະ ສວຍງາມ.
“ຫວັງວ່າ ຈະສາມາດເຮັດແທ້ທຳຈິງຫຼາຍກວ່າເກົ່າ ເພື່ອໃຫ້ປະຊາຊົນ ມີສາຍຕາທີ່ສົດໄສ ແລະ ມີຮອຍຍິ້ມທີ່ໜ້າຮັກ, ທ່ານ ນາງ ຫຼີເຈີ້ງຈີ ຜູ້ແທນສະພາປະຊາຊົນແຂວງຢູນນານ ກ່າວດ້ວຍຄວາມໝັ້ນໃຈ”.
ທ່ານ ນາງ ຫຼີເຈີ້ງຈີ, ເກີດ ປີ 1990, ເປັນຫົວໜ້າໜ່ວຍຕຸລາການ ຕາແສງແຢວເຈີ ຫ້ອງການຕຸລາການ ເມືອງຊີວເປີຍ ກິ່ງແຂວງປົກຄອງຕົນເອງເຜົ່າຈ້ວງ-ເຜົ່າມົ້ງເຫວີນຊານ ແຂວງຢູນນານ. ພາຍຫຼັງໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນເປັນເວລາ 1 ປີມານີ້, ທ່ານ ໄດ້ໃຊ້ໂອກາດໄກ່ເກ່ຍຂໍ້ຂັດແຍ່ງໃນການເຮັດວຽກ ແລະ ການຢ້ຽມຢາມບັນດາຄອບຄົວ ເພື່ອລົງເລິກ ຊອກຮູ້ຄວາມຕ້ອງການ ແລະ ຄວາມຫຍຸ້ງຍາກຂອງປະຊາຊົນ. ໃນເວລາຫວ່າງ, ທ່ານ ຍັງສືບຕໍ່ສຶກສາກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຜູ້ແທນປະຊາຊົນ ເພື່ອສ້າງພື້ນຖານຄວາມຮູ້ຂອງຕົນໃຫ້ອຸດົມສົມບູນ. ທ່ານ ຍັງຈະໃຊ້ໂອກາດການທັດສະນະສຶກສາ ແລະ ການຄົ້ນຄວ້າຮ່ວມກັນ ເພື່ອຖອດຖອນບົດຮຽນນຳຜູ້ແທນປະຊາຊົນທີ່ມີປະສົບການ.
ທ່ານ ນາງ ຫຼີເຈີ້ງຈີ ທີ່ເຮັດວຽກຢູ່ຂັ້ນຮາກຖານເປັນເວລາຫຼາຍປີ, ທ່ານ ໄດ້ສະເໜີໃຫ້ສ້າງຄວາມເຂັ້ມແຂງ ແລະ ໝັ້ນຄົງໃຫ້ແກ່ກຳລັງຕຸລາການຂັ້ນຮາກຖານ. ພ້ອມດຽວກັນນັ້ນ, ລາວຍັງໄດ້ປຸກລະດົມຄວາມຫ້າວຫັນຂອງຜູ້ໄກ່ເກ່ຍປະຊາຊົນ ແລະ ສົ່ງເສີມບົດບາດຂອງການໄກ່ເກ່ຍປະຊາຊົນຢ່າງເຕັມທີ່.
ທ່ານ ນາງ ຫຼີເຈີ້ງຈີ ກ່າວວ່າ: ໃນຖານະເປັນຜູ້ແທນສະພາປະຊາຊົນທີ່ເກີດຫຼັງປີ 1990, ຂ້າພະເຈົ້າ ຈະເກັບກຳຄວາມເຫັນຂອງປະຊາຊົນໃຫ້ຫຼາຍກວ່າເກົ່າ ໂດຍຕິດຕໍ່ພົວພັນກັບ ວຽກງານຂອງຕົນ, ຫວັງວ່າ ຈະສາມາດສະເໜີ ຂໍ້ສະເໜີທີ່ມີຄຸນນະພາບສູງຫຼາຍກວ່າເກົ່າ ໃນການປະຕິບັດໜ້າທີ່ຂອງຕົນໃນຕໍ່ໜ້າ ແລະ ເຮັດແທ້ທຳຈິງຫຼາຍກວ່າເກົ່າ ເພື່ອປະຊາຊົນ.
ແຫຼ່ງຂ່າວ: ເວັບໄຊຢູນນານ, ຖະແຫຼງຂ່າວຢູນນານ, ຮູບພາບໂດຍ ຜູ້ຮັບສຳພາດ, ເວັບໄຊຢູນນານ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ