ຂ່າວລະບຸວ່າ: ໃນໄລຍະດັ່ງກ່າວ, ນ້ຳປະປາ, ຖະໜົນຫົນທາງ, ໄຟຟ້າ, ແກ໊ສທຳມະຊາດ ແລະ ການສື່ສານ ໄດ້ເລັ່ງລັດເຂົ້າສູ່ແຕ່ລະຄອບຄົວໃນຊົນນະບົດ, ພື້ນຖານໂຄງລ່າງແບບໃໝ່ໄດ້ເລັ່ງລັດການກໍ່ສ້າງ. ນັບມາຮອດທ້າຍປີ 2024, ໄລຍະຄວາມຍາວຂອງທາງຫຼວງຢູ່ຊົນນະບົດຈີນມີເຖິງ 4 ລ້ານ 6 ແສນ 4 ໝື່ນກິໂລແມັດ, ບັນລຸເປົ້າໝາຍທີ່ເຮັດໃຫ້ 3 ໝື່ນຕາແສງ ແລະ 5 ແສນກວ່າບ້ານບໍລິຫານມີທາງປູຢາງ ຫຼື ທາງຊີມັງ. ອັດຕາການນຳໃຊ້ນ້ຳປະປາໃນຊົນນະບົດບັນລຸເຖິງ 94%.
ອັດຕາຄວາມໝັ້ນທ່ຽງຂອງການສະໜອງໄຟຟ້າຂອງເຄືອຂ່າຍໄຟຟ້າຢູ່ຊົນນະບົດຈີນມີເຖິງ 99.9%; ບ້ານບໍລິຫານມີ 90% ຂຶ້ນໄປໄດ້ເຊື່ອມຕໍ່ສັນຍານ 5G.
ຄໍາເຫັນ