ປະເທດຜະລິດນ້ຳມັນເຊື້ອໄຟ ຈະຮັກສາມາດຕະການເພີ່ມການຜະລິດ

ປະເທດຜະລິດນ້ຳມັນເຊື້ອໄຟ ຈະຮັກສາມາດຕະການເພີ່ມການຜະລິດ

ປະເທດຜະລິດນ້ຳມັນເຊື້ອໄຟ ຈະຮັກສາມາດຕະການເພີ່ມການຜະລິດ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 5 ຕຸ​ລາ​ ຜ່ານມາ, ອົງການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ​ອອກ​ຖະ​ແຫຼງ​ການ​ວ່າ: OPEC ແລະ ປະ​ເທດ​ຜະ​ລິດ​ນ້ຳ​ມັນເຊື້ອໄຟຕົ້ນ​ຕໍ 8 ປະເທດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ OPEC ໄດ້ຕົກ​ລົງຈະ​ຮັກ​ສາ​ມາດ​ຕະ​ການ​ເພີ່ມ​ການ​ຜະ​ລິດ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້ ຊຶ່ງຈະເພີ່ມ​ການ​ຜະ​ລິດ​ນ້ຳ​ມັນ​ດິບມື້​ລະ​ 137.000 ບາ​ເຣວ.

ໃນວັນດຽວກັນ, ຜູ້ແທນຈາກ ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ອາຣັບ ເອມີເຣດ, ກູເວດ, ກາຊັກສະຖານ, ອານເຊລີ ແລະ ໂອມັນ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືສະພາບການໃນປັດຈຸບັນ ແລະ ອະນາຄົດຂອງຕະຫຼາດນ້ຳມັນເຊື້ອໄຟສາກົນ.

ຖະແຫຼງການລະບຸວ່າ: ເນື່ອງຈາກວ່າຄວາມຄາດໝາຍຕໍ່ເສດຖະກິດທົ່ວໂລກໃນປັດຈຸບັນແມ່ນອ່າວໝັ້ນທ່ຽງ, ການສະສົມນ້ຳມັນເຊື້ອໄຟໃນສາງຢູ່ໃນລະດັບຕ່ຳ, 8 ປະເທດດັ່ງກ່າວຈຶ່ງຕົກລົງຈະເພີ່ມປະລິມານການຜະລິດ. ມາດຕະການເພີ່ມການຜະລິດເທື່ອນີ້ເປັນການດັດແປງມາດຕະການຫຼຸດການຜະລິດແບບສະໝັກໃຈທີ່ດຳເນີນກ່ອນໜ້ານີ້. ເພື່ອຮັກສາຄວາມໝັ້ນທ່ຽງຂອງຕະຫຼາດນ້ຳມັນເຊື້ອໄຟ, 8 ປະເທດດັ່ງກ່າວຈະປັບປຸງຈັງຫວະເພີ່ມການຜະລິດແບບຄ່ອງແຄ້ວ ໂດຍອີງຕາມສະພາບການຕະຫຼາດ.

ຄໍາເຫັນ

ຂ່າວຕ່າງປະເທດ

   ​ ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

​ ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ອຳນາດການປົກຄອງນະຄອນ​ກຽວ​ໂຕ​ ໄດ້​ປະ​ກາດ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ໂຮງ​ແຮມ​ໃໝ່ ຊຶ່ງຈະມີ​ຜົນ​ສັກ​ສິດ​ໃນ​ເດືອນ​ມີ​ນາ​ປີ 2026, ເພື່ອ​ແກ້​ໄຂ​ບັນ​ຫາ​ນັກ​ທ່ອງ​ທ່ຽວແອອັດ. ອຳນາດການປົກຄອງນະຄອນກຽວໂຕ ໄດ້ເພີ່ມພາສີໂຮງແຮມຕໍ່ນັກທ່ອງທ່ຽວ, ໂດຍມີອັດຕາພາສີສູງສຸດເຖິງ 10,000 ເຢນ ເພື່ອຫວັງຫຼຸດຜ່ອນຈໍານວນນັກທ່ອງທ່ຽວຫຼາຍເກີນໄປ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວນະຄອນກຽວໂຕ.
ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ຂອງໂລກ ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ຂອງໂລກ ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ຕຸລາ ຜ່ານມາວ່າ: ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ ຫຼື ICV ຂອງໂລກ 2025 ທີ່ກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານ,ກະຊວງຄົມມະນາຄົມຂົນສົ່ງ ແລະ ອົງການປົກຄອງນະຄອນຫຼວງປັກກິ່ງເປັນເຈົ້າພາບຮ່ວມ ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 16 ຫາ ວັນທີ 18 ຕຸລານີ້.
ຫວຽດນາມ ເປີດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 13

ຫວຽດນາມ ເປີດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 13

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 6 ຕຸລາ ຜ່ານມາ, ກອງປະຊຸມໃຫຍ່ຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ເປີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. ທ່ານ ເລືອງເກື່ອງ ກຳມະການກົມການເມືອງ ປະທານປະເທດແຫ່ງ ສສ ຫວຽດນາມ ບໍລິຫານວາລະເປີດ.
ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ມະຫາວິທະຍາໄລ Tasmania ຂອງອົສຕຣາລີ ໄດ້ເປີດເຜີຍການສຶກສາກ່ຽວກັບຂໍ້ມູນໄພພິບັດທົ່ວໂລກ ໃນໄລຍະ 44 ປີ ຜ່ານວາລະສານວິທະຍາສາດ (Science) ຊຶ່ງການສຶກສາພົບວ່າ, ທົ່ວໂລກເກີດໄຟໄໝ້ປ່າທີ່ຮ້າຍແຮງເພີ່ມຂຶ້ນຢ່າງຫຼວງຫຼາຍ, ໂດຍ 43% ຂອງໄຟພິພິບັດທີ່ຮ້າຍແຮງທີ່ສຸດເກີດຂຶ້ນໃນທົດສະວັດທີ່ຜ່ານມາ, ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ລະດູການໄຟໄໝ້ປ່າຮ້ອນຂຶ້ນ, ແຫ້ງແລ້ງຂຶ້ນ ແລະ ຍາວນານຂຶ້ນ.
OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ຄາດ​ວ່າ​ຄວາມ​ຕ້ອງການ​ນ້ຳມັນ​​ທົ່ວ​ໂລກ​ຈະ​ເພີ່ມ​ຂຶ້ນ​ຈາກ 308 ລ້ານ​ບາ​ເຣນ​ຕໍ່​ມື້​ເປັນ 378 ລ້ານ​ບາ​ເຣນ​ຕໍ່ມື້​ໃນ​ປີ 2050 ​ຊຶ່ງ​ເປັນ​ອັດຕາ​ການ​ເຕີບ​ໂຕ 23%.
ມາເລເຊຍ ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດໂລກ

ມາເລເຊຍ ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດໂລກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຊານ ຟຸງ ຮິນ ຮອງລັດຖະມົນຕີກະຊວງອຸດສາຫະກຳປູກຝັງ ແລະ ສິນຄ້າ ຂອງມາເລເຊຍ ໄດ້ເປີດເຜີຍວ່າ: ມາເລເຊຍ ມີແຜນທີ່ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ຂອງຕົນເພື່ອເພີ່ມສ່ວນແບ່ງການຕະຫຼາດ ຈາກຄວາມຕ້ອງການທົ່ວໂລກທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ເດືອນ​ກັນ​ຍາຜ່ານມາ ​ດັດ​ຊະ​ນີ​ລາຄາສິນ​ຄ້າ​ລາຍ​ໃຫຍ່​ຂອງ​ຈີນສູງ​ຂຶ້ນ​ 5 ເດືອນ​ລຽນ​ຕິດ

ເດືອນ​ກັນ​ຍາຜ່ານມາ ​ດັດ​ຊະ​ນີ​ລາຄາສິນ​ຄ້າ​ລາຍ​ໃຫຍ່​ຂອງ​ຈີນສູງ​ຂຶ້ນ​ 5 ເດືອນ​ລຽນ​ຕິດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 5 ຕຸ​ລາ ຜ່ານມາ, ສະ​ຫະ​ພັນ​ການ​ຈໍ​ລະ​ຈອນ ແລະ ການ​ຈັດ​ຊື້​ສິນ​ຄ້າ​ຈີນ​ໄດ້​ປະກາດ​ໂຕເລກ​ດັດ​ຊະ​ນີ​ລາ​ຄາ​ສິນ​ຄ້າ​ລາຍ​ໃຫຍ່​ຂອງ​ຈີນ​ປະ​ຈຳ​ເດືອນ​ກັນ​ຍາ ໃນລະດັບ 111,9 ຈຸດ, ເພີ່ມ​ຂຶ້ນ 0.2% ເມື່ອ​ທຽບ​ໃສ່​ເດືອນ​ສິງ​ຫາປີ 2025, ໄດ້​ເພີ່ມ​ຂຶ້ນ​ເປັນ​ເວ​ລາ 5 ເດືອນ​ລຽນ​ຕິດ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ວິ​ສາ​ຫະ​ກິດ​ມີ​ຄວາມຄາດ​ໝາຍ​ທີ່​ດີຕໍ່ອະນາຄົດ ແລະ ສືບຕໍ່ຂະຫຍາຍການ​ຜະ​ລິດ​ທຸ​ລະກິດ, ຕະຫຼາດ​ສິນ​ຄ້າ​ລາ​ຍ​ໃຫຍ່​ໄດ້ເຄື່ອນໄຫວ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ລວມ.
ຫວຽດນາມ ວາງເປົ້າໝາຍບັນລຸລະດັບເຕີບໂຕ 8.3 – 8.5% ໃນປີ 2025

ຫວຽດນາມ ວາງເປົ້າໝາຍບັນລຸລະດັບເຕີບໂຕ 8.3 – 8.5% ໃນປີ 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ຕຸລາ ຜ່ານມາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມປະຈຳເດືອນກັນຍາ ຂອງລັດຖະບານ ແລະ ກອງປະຊຸມທາງໄກລະຫວ່າງລັດຖະບານ ກັບບັນດາທ້ອງຖິ່ນໃນທົ່ວປະເທດ.
ກອງ​ປ​ະ​ຊຸມປະ​ທານ​ສະ​ພາກຸ່ມ G20 ຮຽກ​ຮ້ອງ​ໃຫ້​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລະ​ດັບ​ໂລກ

ກອງ​ປ​ະ​ຊຸມປະ​ທານ​ສະ​ພາກຸ່ມ G20 ຮຽກ​ຮ້ອງ​ໃຫ້​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລະ​ດັບ​ໂລກ

ຂ່າວສານຊີອາໄອລາຍງານວ່າ: ໃນທ້າຍອາທິດຜ່ານມາ,ກອງ​ປ​ະ​ຊຸມ​ປະ​ທານ​ສະ​ພາປະ​ເທດ​ສະ​ມາ​ຊິກກຸ່ມ 20 ປະ​ເທດ​ ຫຼື G20 ຄັ້ງ​ທີ 11 ​ໄດ້ເປີດ​ຂຶ້ນ​ຢູ່ເມືອງ​ເຄຣ​ອິນ​ມົນ​ ເມືອງ​ນ້ອຍ​ທີ່​ຢູ່​ແຄມ​ທະ​ເລຂອງ​ແຂວງເວສ​ເທີນ​ແຄບ​​ຂອງ​ອາຟ​ຣິ​ກາ​ໃຕ້. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລະ​ດັບ​ໂລກ.
ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ກາງ​ຟີ​ລິບ​ປິນ​ເພີ່ມ​ຂຶ້ນ​ເປັນ 72 ຄົນ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ກາງ​ຟີ​ລິບ​ປິນ​ເພີ່ມ​ຂຶ້ນ​ເປັນ 72 ຄົນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 2 ຕຸ​ລາ ຜ່ານມາ, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ການ​ຫຼຸດ​ຜ່ອນໄພ​ພິ​ບັດ​ແຫ່ງ​ຊາດ​ຟີ​ລິບ​ປິນ​ແຈ້ງ​ໃຫ້​ຮູ້​ວ່າ, ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 6.9 ລິກ​ເຕີ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ກາງ​ຟີ​ລິບ​ປິນ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາ​ນີ້​ໄດ້​ເຮັດ​ໃຫ້​ມີ​​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ເປັນ 72 ຄົນ, ອີກ 294 ຄົນໄດ້​ຮັບ​ບາດ​ເຈັບ.
ເພີ່ມເຕີມ