ທ່ານ ຊານ ກ່າວວ່າ: ການສົ່ງອອກໄມ້ໄຜ່ທົ່ວໂລກໃນປີ 2024 ມີມູນຄ່າ 70.7 ຕື້ໂດລາ ແລະ ຄາດວ່າຈະບັນລຸ 74.2 ຕື້ໂດລາ ໃນປີ 2025. ໂດຍການເຈາະຕະຫຼາດທີ່ເຕີບໂຕນີ້ຈະເປັນຜົນດີຕໍ່ເສດຖະກິດຂອງມາເລເຊຍ.
ຂໍ້ມູນດັ່ງກ່າວສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງອຸດສາຫະກໍາໄມ້ໄຜ່ຕໍ່ການພັດທະນາ ແລະ ຄວາມຕ້ອງການລະດັບໂລກ ຊຶ່ງປັດຈຸບັນ, ມາເລເຊຍມີເນື້ອທີ່ປູກໄມ້ໄຜ່ປະມານ 4,000 ກວ່າເຮັກຕາ ຊຶ່ງສ່ວນໃຫຍ່ແມ່ນການພັດທະນາໂດຍພາກເອກະຊົນ ເພື່ອຕອບສະໜອງຄວາມຕ້ອງການພາຍໃນປະເທດ.
ທ່ານ ຊານ ກ່າວຕື່ມວ່າ: ປັດຈຸບັນມີຜູ້ປະກອບການທ້ອງຖິ່ນ 577 ກວ່າແຫ່ງທີ່ກ່ຽວຂ້ອງກັບຂະ ແໜງການຕ່າງໆຂອງອຸດສາຫະກຳໄມ້ໄຜ່. ໂດຍໄມ້ໄຜ່ບໍ່ໄດ້ຖືກເຫັນວ່າເປັນພຽງວັດສະດຸແບບພື້ນເມືອງ ອີກຕໍ່ໄປ ແຕ່ມີທ່າແຮງສູງໃນຖານະສິນຄ້າທັນສະໄໝທີ່ສາມາດແຂ່ງຂັນໄດ້.
ທ່ານ ຊານ ໃຫ້ຮູ້ວ່າ: ລັດຖະບານໃຫ້ບຸລິມະສິດການປະດິດສ້າງຜະລິດຕະພັນໄມ້ໄຜ່ທີ່ມີມູນຄ່າສູງ. ການພັດທະນາສີມືແຮງງານ ແລະ ການນຳເຕັກໂນໂລຊີທີ່ທັນສະໄໝ ໂດຍເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງໃນອຸດສາຫະກຳເຂົ້າຮ່ວມຢ່າງຄົບຖ້ວນ, ພ້ອມທັງປະສານງານກັບຄະນະກຳມະການອຸດສາຫະກຳໄມ້ຂອງມາເລເຊຍ ໃນການສຶກສາຜະລິດຕະພັນທີ່ມີມູນຄ່າເພີ່ມຢ່າງຕໍ່ເນື່ອງ.
ຄວາມພະຍາຍາມດັ່ງກ່າວບໍ່ພຽງແຕ່ຊຸກຍູ້ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາທີ່ກ່ຽວຂ້ອງກັບໄມ້ໄຜ່ເທົ່ານັ້ນ, ແຕ່ຍັງໄດ້ຮັບການສະໜັບສະໜູນຈາກການບໍລິການໃຫ້ຄໍາປຶກສາດ້ານເຕັກນິກ ແລະ ໂຄງການຝຶກອົບຮົມເພື່ອພັດທະນາຊັບພະຍາກອນມະນຸດໃນການປູກໄມ້ໄຜ່ ແລະ ເຕັກໂນໂລຊີໄມ້ໄຜ່ອີກດ້ວຍ.
ຄໍາເຫັນ