ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ມະຫາວິທະຍາໄລ Tasmania ຂອງອົສຕຣາລີ ໄດ້ເປີດເຜີຍການສຶກສາກ່ຽວກັບຂໍ້ມູນໄພພິບັດທົ່ວໂລກ ໃນໄລຍະ 44 ປີ ຜ່ານວາລະສານວິທະຍາສາດ (Science) ຊຶ່ງການສຶກສາພົບວ່າ, ທົ່ວໂລກເກີດໄຟໄໝ້ປ່າທີ່ຮ້າຍແຮງເພີ່ມຂຶ້ນຢ່າງຫຼວງຫຼາຍ, ໂດຍ 43% ຂອງໄຟພິພິບັດທີ່ຮ້າຍແຮງທີ່ສຸດເກີດຂຶ້ນໃນທົດສະວັດທີ່ຜ່ານມາ, ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ລະດູການໄຟໄໝ້ປ່າຮ້ອນຂຶ້ນ, ແຫ້ງແລ້ງຂຶ້ນ ແລະ ຍາວນານຂຶ້ນ.

 

ຜົນການການສຶກສາລະບຸວ່າ: ໄພພິບັດທາງເສດຖະກິດມີຫຼາຍກວ່າ 4 ເທົ່າ, ສ່ວນໄພພິບັດທີ່ເຮັດໃຫ້ຄົນເສຍຊີວິດຕັ້ງແຕ່ 10 ຄົນຂຶ້ນໄປ ເພີ່ມຂຶ້ນ 3 ເທົ່າ ນັບຕັ້ງແຕ່ປີ 1980 ຊຶ່ງເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີມໍ່ໆມານີ້. ໂດຍຄວາມເສຍຫາຍເພີ່ມຂຶ້ນສູງທີ່ສຸດໃນປີ 2018 ຢູ່ທີ່ 28.3 ຕື້ໂດລາ ຊຶ່ງຫຼາຍກວ່າ 5 ເທົ່າຂອງຄ່າສະເລ່ຍ 44 ປີ ແລະ ເຄິ່ງໜຶ່ງຂອງໄຟໄໝ້ປ່າຮຸນແຮງທີ່ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍກວ່າ 43 ຕື້ໂດລາ ນັບຕັ້ງແຕ່ປີ 1980 ເກີດຂຶ້ນໃນທົດສະວັດທີ່ຜ່ານມາ.

ທ່ານ ຄາລຳ ຄັນນິງແຮມ ນັກຄົ້ນຄວ້າຈາກສູນໄຟໄໝ້ຂອງມະຫາວິທະຍາໄລ Tasmania ແລະເປັນຜູ້ນໍາຂອງການສຶກສາກ່າວວ່າ: ມັນບໍ່ແມ່ນພຽງແຕ່ໄຟໄໝ້ປ່າທີ່ມີຂະໜາດໃຫຍ່ຂຶ້ນເທົ່ານັ້ນ, ແຕ່ເປັນໄຟໄໝ້ປ່າທີ່ເກີດຂຶ້ນທ່າມກາງສະພາບອາກາດທີ່ຮຸນແຮງຂຶ້ນເລື້ອຍໆຈົນບໍ່ສາມາດຄວບຄຸມໄດ້ ສະແດງໃຫ້ເຫັນເຖິງຜົນກະທົບພື້ນຖານຂອງໄຟໄໝ້ປ່າຕໍ່ສັງຄົມ.

ນັກຄົ້ນຄວ້າໄດ້ພົບເຫັນວ່າ: ປ່າເມດິເຕີເລນຽນໃນພາກໃຕ້ຂອງເອີຣົບ, ຄາລິຟໍເນຍ, ພາກໃຕ້ຂອງ ອົສຕຣາລີ ແລະ ຊີລີ ລວມເຖິງປ່າ coniferous ທີ່ມີອາກາດຮ້ອນໃນພາກຕາເວັນຕົກຂອງອາເມຣິກາ ເໜືອ, ກໍາລັງປະສົບກັບໄພພິບັດໄຟໄໝ້ປ່າໃນອັດຕາທີ່ສູງເກີນກວ່າເນື້ອທີ່ດິນ.

ຜົນການສຶກສາຄົ້ນພົບວ່າເຄິ່ງໜຶ່ງຂອງໄພພິບັດທັງໝົດເກີດຂຶ້ນພາຍໃຕ້ສະພາບດິນຟ້າອາກາດທີ່ຮ້າຍແຮງທີ່ສຸດເທົ່າທີ່ເຄີຍບັນທຶກມາ ແລະ ສະພາບອາກາດລັກສະນະນີ້ເກີດຂຶ້ນເລື້ອຍໆ. ໂດຍຄວາມຮຸ່ນແຮງຂອງໄຟປ່າຮຸ່ນແຮງຂຶ້ນຫຼາຍກວ່າສອງເທົ່າ, ຄວາມແຫ້ງໃນຊັ້ນບັນຍາກາດເພີ່ມຂຶ້ນ 2.4 ເທົ່າ ແລະ ໄພແຫ້ງແລ້ງຮຸ່ນແຮງເພີ່ມຂຶ້ນ 3.4 ເທົ່າ ນັບຕັ້ງແຕ່ປີ 1980.

ການສຶກສາສະບັບນີ້ຮຽກຮ້ອງໃຫ້ມີຍຸດທະສາດການປັບຕົວແບບເລັ່ງດ່ວນ ແລະ ຮອບດ້ານ ຊຶ່ງປະສົມປະສານການຈັດການໄຟໄໝ້ປ່າແບບດັ່ງເດີມຂອງຄົນພື້ນເມືອງເຂົ້າກັບວິທີການທີ່ທັນສະໄໝເຊັ່ນ: ການຫຼຸດເຊື້ອໄຟໄຟປ່າ, ຍົກລະດັບມາດຕະຖານການກໍ່ສ້າງ ແລະ ການວາງແຜນການຍົກຍ້າຍ. ໂດຍອົສຕຣາລີ ເປັນຜູ້ນໍາພາການສຶກສາຄັ້ງນີ້, ເນື່ອງຈາກເປັນພື້ນທີ່ສ່ຽງໄຟໄໝ້ປ່າຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ