ກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ “ເຕົ້າໂຮມສະຕິປັນຍາ ເຊື່ອມຕໍ່ຢ່າງບໍ່ມີຂອບເຂດຈຳກັດ”, ຈະສົ່ງສຽງຕໍ່ທົ່ວໂລກໃນ 3 ດ້ານ ຄື: ອຸດສາຫະກຳ, ເຕັກໂນໂລຊີ ແລະ ການຮ່ວມມື. ກອງປະຊຸມຈະສຸມໃສ່ນະວັດຕະກຳປະຍຸກຂອງອຸດສາ ຫະກຳລົດຍົນ ລວມທັງວິທະຍາສາດເຕັກໂນໂລຊີລ້ຳໜ້າ ເຊັ່ນ: ປັນຍາປະດິດ, ໂທລະຄົມຂໍ້ມູນຂ່າວສານ, ການນຳໃຊ້ຂໍ້ມູນ ແລະ ແຜ່ນຊິບເປັນຕົ້ນ ເພື່ອແບ່ງປັນການບຸກທະລຸດ້ານເຕັກໂນໂລຊີຫຼ້າສຸດ ແລະ ທ່າອ່ຽງດ້ານອຸດສາຫະກຳໃນຂົງເຂດລົດອັດສະລິຍະແບບເຊື່ອມຕໍ່ຂອງຈີນ ກັບເຈົ້າໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການລັດຖະບານ ແລະ ຜູ້ຊ່ຽວຊານປະເທດຕ່າງໆທົ່ວໂລກ.
ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ຂອງໂລກ ໃນຖານະເປັນກອງປະຊຸມວິຊາສະເພາະດ້ານລົດອັດສະລິຍະແບບເຊື່ອມຕໍ່ລະດັບຊາດກອງປະຊຸມທຳອິດຂອງຈີນທີ່ໄດ້ຮັບການອະນຸມັດຈາກລັດຖະບານ, ນັບແຕ່ປີ 2018 ເປັນຕົ້ນມາໄດ້ຈັດຂຶ້ນ 7 ຄັ້ງແລ້ວ ແລະ ໄດ້ກາຍເປັນເວທີສຳຄັນຂອງອຸດສາຫະກຳລົດຍົນທົ່ວໂລກທີ່ນຳພາການປະດິດສ້າງໃໝ່ດ້ານເຕັກໂນໂລຊີ, ຊຸກຍູ້ການແລກປ່ຽນລະຫວ່າງຊາດ, ເຕົ້າໂຮມໝາກຜົນ ແລະ ຄວາມເຫັນທີ່ເປັນເອກະພາບກັນ.
ຄໍາເຫັນ