ການເຕີບໂຕເສດຖະກິດປີນີ້ ມີຄາດໝາຍໄວ້ວ່າ GDP ເຕີບໂຕໃນລະດັບ 4,5%

ການເຕີບໂຕເສດຖະກິດປີນີ້ ມີຄາດໝາຍໄວ້ວ່າ GDP ເຕີບໂຕໃນລະດັບ 4,5%
ຄາດໝາຍການເຕີບໂຕເສດຖະກິດຂອງ ສປປ ລາວ ໃນປີ 2024 ນີ້ ໄດ້ມີມະຕິຮັບຮອງວ່າ:ລວມຍອດຜະລິດຕະພັນພາຍໃນ (GDP) ເຕີບໂຕ 4,5%, (GDP ຕາມລາຄາໃນປີ 293.786 ຕື້ກີບ); ພ້ອມດຽວກັນ, ກໍໄດ້ຄາດວ່າ GDPສະເລ່ຍຕໍ່ຫົວຄົນຈະຢູທີ່ 1.787 ໂດລາ, ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ 1.668 ໂດລາ.
    ບັນດາຄາດໝາຍດັ່ງກ່າວ, ລະບຸຄາດໝາຍໄວ້ໃນມະຕິ ກອງປະຊຸມສະພາແຫ່ງຊາດ ເລກທີ 118/ສພຊ, ລົງວັນທີ 21/11/2023 ວ່າດ້ວຍການຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2024.
ໃນມະຕິນີ້, ກໍຍັງໄດ້ມີການຮັບຮອງຄາດໝາຍແຕ່ລະຂະແໜງການທີ່ເຕີບໂຕເພີ່ມຂຶ້ນ ອັນຈະເປັນການປະກອບສ່ວນໃຫ້ການເຕີບໂຕຂອງ GDP ໂດຍໄດ້ຄາດວ່າຂະແໜງກະສິກຳ ເພິີ່ມຂຶ້ນ 2,6% ກວມເອົາ 20,8% ຂອງGDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 5,0% ກວມເອົາ 32,4% ຂອງ GDP, ຂະແໜງການບໍລິການ ເພີ່ມຂຶ້ນ 4,8% ກວມເອົາ 36,1% ຂອງGDP, ພາສີ-ອາກອນ ເພີ່ມຂຶ້ນ 3,9% ກວມເອົາ 10,7% ຂອງ GDP.
ນອກນີ້, ໃນເອກະສານຊ້ອນທ້າຍຂອງມະຕິດັ່ງກ່າວ ກໍຍັງໄດ້ລະບຸ 7 ຄາດໝາຍຂະແໜງການເສດຖະກິດ ວ່າ: 
1). ຜະລິດເຂົ້າເປືອກ ໃຫ້ໄດ້ 3,86 ລ້ານໂຕນ, ຜະລິດພືດສະບຽງອາຫານ ໃຫ້ໄດ້ 2,62 ລ້ານໂຕນ; ຜະລິດກະສິກໍາໃຫ້ເປັນສິນຄ້າ 8,66 ລ້ານໂຕນ, ການຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 554.000 ໂຕນ; 
2). ມູນຄ່າການສົ່ງອອກຜະລິດຕະພັນດ້ານກະສິກໍາໃຫ້ໄດ້ 1.200 ລ້ານໂດລາ, ໃນນັ້ນ, ພືດ ແລະ ຜະລິດຕະພັນພືດ 1.100 ລ້ານໂດລາ, ສັດ ແລະ ຜະລິດຕະພັນສັດ 100 ລ້ານໂດລາ;
3). ສ້າງມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ບັນລຸ 17.900,10 ຕື້ກີບ; 
4). ສ້າງມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) ໃຫ້ບັນລຸ 91.375 ຕື້ກີບ; 
5). ຜະລິດກະແສໄຟຟ້າ ໃຫ້ໄດ້ 51.112 ລ້ານກິໂລວັດໂມງ ເປັນມູນຄ່າ 56.564 ຕື້ກີບ, ໃນນັ້ນສົ່ງອອກໄປ ຕ່າງປະເທດ 41.867 ລ້ານກິໂລວັດໂມງເປັນມູນຄ່າ 2.812 ລ້ານໂດລາແລະ ຈໍາໜ່າຍພາຍໃນ ປະເທດ 11.502 ລ້ານກິໂລວັດໂມງເປັນມູນຄ່າ 747 ລ້ານໂດລາ;
6). ຜະລິດແຮ່ທາດ ໃຫ້ໄດ້ ມູນຄ່າ 27.013 ຕື້ກີບ, ໃນນັ້ນ ມູນຄ່າການຈໍາໜ່າຍແຮ່ທາດໄປຕ່າງປະເທດ ໃຫ້ໄດ້ 1.685 ລ້ານໂດລາ ແລະ ມູນຄ່າການຈໍາໜ່າຍແຮ່ທາດພາຍໃນປະເທດໃຫ້ໄດ້ 319ລ້ານໂດລາ;
7). ການບໍລິການຂົນສົ່ງສິນຄ້າ ໃຫ້ໄດ້ 14.002 ລ້ານໂຕນ, ຂົນສົ່ງໂດຍສານ ໃຫ້ໄດ້ 104.724 ລ້ານເທື່ອຄົນ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເສດຖະກິດ

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ເພີ່ມເຕີມ