ທ່ານ ຟ້າມມິງຈິງຊີ້ແຈງວ່າ: ຫົວຂໍ້ຂອງເວທີປາໄສປີນີ້ ມີລັກສະນະສະຖານະການ ແລະ ມີຄວາມໝາຍເລິກເຊິ່ງ, ເມື່ອໄດ້ວາງອອກໃນສະພາບການໂລກ ແລະ ຫວຽດນາມພວມຖືການຫັນເປັນສີຂຽວ ແລະ ຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາກຳລັງໜູນຫຼັກແຫຼ່ງໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງ.
ທ່ານໃຫ້ຮູ້ວ່າ:ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງທີ່ພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ, ເພື່ອປະກອບສ່ວນເຮັດໃຫ້ສະພາບການລົງທຶນດຳເນີນທຸລະກິດມີຄວາມໂປ່ງໄສ, ການສຳຜັດຂອງວິສາຫະກິດມີຄວາມສະດວກກວ່າ, ຈະແຈ້ງກວ່າ. ການພັດທະນາສີຂຽວແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ພວກເຮົາຕ້ອງພັດທະນາສີຂຽວເພື່ອຫຼຸດຜ່ອນການປ່ອຍກາກບອນລົງເປັນ0 ໃນປີ 2050.
ຄໍາເຫັນ