ການທູດວັດທະນະທໍາ ປະກອບສ່ວນຍົກສູງບົດບາດ ແລະ ພາບພົດທີ່ດີ ຂອງ ສປປ ລາວ ໃນເວທີສາກົນ (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ: 12/10/1945-12/10/2025)

ການທູດວັດທະນະທໍາ ປະກອບສ່ວນຍົກສູງບົດບາດ ແລະ ພາບພົດທີ່ດີ ຂອງ ສປປ ລາວ ໃນເວທີສາກົນ (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ: 12/10/1945-12/10/2025)

ສປປ ລາວ ໄດ້ໃຫ້ຄວາມສຳຄັນດ້ານການທູດວັດທະນະທຳ (Cultural Diplomacy) ໂດຍຮັບຮູ້ວ່າແມ່ນການນຳໃຊ້ຊັບພະຍາກອນທາງດ້ານວັດທະນະທຳ ເຊັ່ນ: ພາສາ, ສິລະປະ, ດົນຕີ, ວັນນະຄະດີ, ຮີດຄອງປະເພນີອັນດີງາມ, ຄວາມເຊື່ອ, ແນວຄວາມຄິດ, ຄ່ານິຍົມ, ການແຕ່ງກາຍ ລວມທັງ ອາຫານການກິນຢູ່ດໍາລົງຊີວິດທີ່ເປັນເອກະລັກຂອງລັດໃດໜຶ່ງ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ເສີມສ້າງສາຍພົວພັນທີ່ດີຊຶ່ງກັນ ແລະ ກັນ ລະຫວ່າງ ລັດກັບລັດ, ປະຊາຄົມກັບປະຊາຄົມ ກໍຄື ລະຫວ່າງ ອົງການຈັດຕັ້ງດ້ວຍກັນ ຊຶ່ງເປັນການສ້າງພື້ນຖານອັນສຳຄັນໃຫ້ການຮ່ວມມືໃນຂົງເຂດອື່ນໆ ເຊັ່ນ: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ, ວິທະຍາສາດ, ເຕັກໂນໂລຊີ ແລະ ອື່ນໆ. ນອກຈາກນັ້ນ, ການທູດວັດທະນະທໍາ ຍັງແມ່ນເຄື່ອງມືທີ່ມີພະລັງອໍານາດແບບນິ້ມນວນ (Soft Power) ຂອງຊາດໃດໜຶ່ງທີ່ສາມາດນຳໃຊ້ເຂົ້າໃນການສົ່ງເສີມຜົນປະໂຫຍດແຫ່ງຊາດຂອງຕົນໃນເວທີສາກົນ ກໍຄື ເພື່ອເປັນການຍົກສູງບົດບາດ, ອິດທິພົນ ແລະ ພາບພົດທີ່ດີຂອງປະເທດຕົນໃນເວທີສາກົນ ຜ່ານການສະແດງ ແລະ ນຳສະເໜີວັດທະນະທຳຂອງປະເທດຕົນໃຫ້ສາກົນຮັບຮູ້.

 

 

ສໍາລັບ ສປປ ລາວ, ການເຄື່ອນໄຫວການທູດວັດທະນະທໍາ ແມ່ນອົງປະກອບໜຶ່ງທີ່ສຳຄັນຂອງການເຄື່ອນໄຫວການທູດໂດຍລວມ ຂອງ ສປປ ລາວ. ນັບແຕ່ອະດີດຈົນເຖິງປັດຈຸບັນ, ການເຄື່ອນໄຫວທາງການທູດ ກໍຄືການພົວພັນການຕ່າງປະເທດຂອງລາວບໍ່ພຽງແຕ່ຕິດພັນກັບວຽກງານທາງດ້ານການ ເມືອງ ແລະ ຄວາມໝັ້ນຄົງເທົ່ານັ້ນ (ໂດຍເອີ້ນວ່າການທູດການເມືອງ), ແຕ່ຍັງໄດ້ຕິດພັນກັບວຽກງານເສດຖະກິດ (ການທູດເສດຖະກິດ) ແລະ ວັດທະນະທໍາ (ການທູດວັດທະນະທຳ ຫຼື ການທູດປະຊາຊົນ), ຊຶ່ງທັງສາມອົງປະກອບແມ່ນມີການເຊື່ອມໂຍງ ແລະ ເກາະກ່າຍກັນຢ່າງກົມກຽວສະໜິດແໜ້ນ ເພື່ອບັນລຸເປົ້າໝາຍລວມອັນສູງສຸດຂອງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ສປປ ລາວ.

ສປປ ລາວ ໄດ້ມີການເຄື່ອນໄຫວການທູດວັດທະນະທຳ ຢ່າງຕັ້ງໜ້າ, ກວ້າງຂວາງ ແລະ ເລິກເຊິ່ງ ໂດຍຢຶດໝັ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ ກໍຄື ນະໂຍບາຍການຕ່າງປະເທດຂອງພັກໃນແຕ່ລະໄລຍະ,ຊຶ່ງໄດ້ຕິດພັນ ແລະ ເກາະກ່າຍຢ່າງກົມກຽວກັບການເຄື່ອນໄຫວການທູດທາງການເມືອງ-ຄວາມໝັ້ນຄົງ ແລະ ການທູດເສດຖະກິດ ເຊັ່ນ: ການເຄື່ອນໄຫວຢ້ຽມຢາມ ຫຼື ເຂົ້າຮ່ວມກອງປະຊຸມສາກົນ ຢູ່ຕ່າງປະເທດ ຂອງບັນດາການນໍາຂັ້ນສູງຂອງພັກ-ລັດ ກໍຄືການຕ້ອນຮັບການນໍາຂັ້ນສູງຕ່າງປະເທດທີ່ເດີນທາງມາຢ້ຽມຢາມ ຫຼື ເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ ຢູ່ ສປປ ລາວ. ໂດຍລວມແລ້ວ ພາຍໃຕ້ການເຄື່ອນໄຫວທາງການທູດຢ່າງມີພິກໄຫວ, ຫ້າວຫັນ, ສ້າງສັນ, ມີຫຼັກການ ແລະ ຕໍ່ເນື່ອງ, ການເຄື່ອນໄຫວທາງການທູດຂອງລາວແມ່ນໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ເປັນຮູບປະທຳຫຼາຍດ້ານ ຊຶ່ງວຽກງານການທູດວັດທະນະທໍາກໍນອນຢູ່ໃນບັນດາຜົນສໍາເລັດເຫຼົ່ານັ້ນ ເປັນຕົ້ນແມ່ນ ສປປ ລາວ ໄດ້ມີການລົງນາມເອກະສານການຮ່ວມມືໃນຂົງເຂດວັດທະນະທຳ ກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດບ້ານໃກ້ເຮືອນຄຽງ ແລະ ເພື່ອນມິດອື່ນໆ ນັບມື້ນັບຫຼາຍຂຶ້ນ.

ສິ່ງສຳຄັນ, ຜົນສຳເລັດໃນການເຄື່ອນໄຫວທາງການທູດວັດທະນະທຳຂອງລາວ ບໍ່ພຽງແຕ່ໄດ້ເຫັນໃນບັນດາເອກະສານເທົ່ານັ້ນ, ແຕ່ຍັງໄດ້ສະແດງໃຫ້ເຫັນເປັນຮູບປະທຳ ໂດຍການຈັດຕັ້ງຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຕ່າງໆທີ່ຕິດພັນກັບການຮ່ວມມືໃນຂົງເຂດວັດທະນະທຳ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທັງໃນລະດັບອະນຸພາກພື້ນ, ພາກພື້ນ ໄປຈົນເຖິງລະດັບໂລກ ໃຫ້ເປັນໂຄງການ ແລະ ກິດຈະກຳຕ່າງໆ. ໃນນັ້ນ, ກໍແມ່ນການແລກປ່ຽນສິລະປະການສະແດງ, ການວາງສະແດງຮູບພາບວັດທະນະທໍາ, ງານສັບປະດາວັດທະນະທໍາ, ສັບປະດາຮູບເງົາ, ກອງປະຊຸມເວທີສໍາມະນາສົ່ງເສີມວຽກງານວິຊາການ ແລະ ງານບຸນລາວຢູ່ບັນດາປະເທດຕ່າງໆ ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ ແລະສ. ເກົາຫຼີ. ນອກນັ້ນ, ໃນພາກພື້ນເອີຣົບ ກໍໄດ້ມີການຈັດຕັ້ງສັບປະດາວັດທະນະທຳ ລະຫວ່າງ ສປປ ລາວ ກັບ ສ. ຣັດເຊຍ ແລະ ສ. ເບລາຣຸດຊີ, ຮ່ວມມືກັບ ສ. ຝຣັ່ງ ໃນການສະໜັບສະໜູນວຽກງານຄຸ້ມຄອງບູລະນະສະຖານທີ່ມໍຣະດົກໂລກຫຼວງພະບາງ ແລະ ວັດພູຈຳປາສັກ. ໃນຂະນະດຽວກັນ, ການເຄື່ອນໄຫວການທູດວັດທະນະທໍາຢູ່ພາຍໃນ ສປປ ລາວ ເຮົາ ໂດຍຜ່ານບັນດາເວທີ, ກອງປະຊຸມ ແລະ ການສໍາມະນາສາກົນຕ່າງໆ ຫຼື ບັນດາເທດສະການວັນບຸນສໍາຄັນຕ່າງໆ, ແນໃສ່ສ້າງຄວາມຮັບຮູ້ກ່ຽວກັບວັດທະນະທໍາອັນດີງາມຂອງລາວເຮົາໃຫ້ແກ່ບັນດານັກການທູດ, ຊ່ຽວຊານ, ອາສາສະໝັກ ແລະ ຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ວຽກງານ ແລະ ດໍາລົງຊີວິດຢູ່ລາວ, ເປັນຕົ້ນແມ່ນກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດ, ງານບຸນປີໃໝ່ລາວ, ງານລ້ຽງນໍ້າຊາຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດລາວ ແລະ ບັນດານັກການທູດເພດຍິງຕ່າງປະເທດປະຈໍາລາວ, ເທດສະການອາຫານລາວ ແລະ ຕ່າງປະເທດ, ເທດສະການວັດທະນະທໍາ ແລະ ອື່ນໆ.

ອີກດ້ານໜຶ່ງ, ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ (UNESCO) ເພື່ອສ້າງເງື່ອນໄຂໃຫ້ບັນດາແຫຼ່ງມໍຣະດົກທາງວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດຂອງ ສປປ ລາວ ຖືກຮັບຮອງເຂົ້າເປັນມໍຣະດົກໂລກ. ມາຮອດປັດຈຸບັນ, ຜ່ານການເຄື່ອນໄຫວພາຍໃຕ້ສົນທິສັນຍາປົກປັກຮັກສາມໍຣະດົກໂລກທາງດ້ານວັດທະນະທຳ ແລະ ທຳມະຊາດ ຂອງອົງການອຸຍແນັສໂກ (ຫຼື ສົນທິສັນຍາມໍຣະດົກໂລກ 1972), ໄດ້ຮັບຮອງເອົາແຫຼ່ງມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ຈໍານວນ 3 ແຫ່ງ ຄື: ເມືອງຫຼວງພະບາງ (1995), ວັດພູ ແລະ ເຂດພູມີທັດວັດທະນະທຳເມືອງບູຮານເສດຖາປຸຣະ (2001), ແລະ ທົ່ງໄຫຫີນ ຊຽງຂວາງ (2019); ແລະ ການເຄື່ອນໄຫວພາຍໃຕ້ສົນທິສັນຍາປົກປັກຮັກສາມໍຣະດົກນາມມະທໍາ ຂອງອົງການອຸຍແນັສໂກ (ຫຼື ສົນທິສັນຍາ 2003) ໄດ້ຮັບຮອງເອົາມໍຣະດົກທາງດ້ານວັດທະນະທໍານາມມະທໍາແຫ່ງຊາດ ເຂົ້າໃນບັນຊີຕົວແທນມໍຣະດົກນາມມະທຳຂອງມວນມະນຸດໂລກ ຈໍານວນ 3 ລາຍການ ຄື: ສຽງແຄນເຊື້ອຊາດລາວ (2017), ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ (2023), ແລະ ຟ້ອນລໍາວົງລາວ (2024). ພ້ອມດຽວກັນນັ້ນ, ການທູດວັດທະນະທໍາ ກໍຍັງສືບຕໍ່ປະກອບສ່ວນຊຸກຍູ້ຢ່າງຕັ້ງໜ້າ ໃນການຍົກສູງລະດັບຄວາມເຂົ້າໃຈ ກ່ຽວກັບ ສປປ ລາວ ໃນວຽກງານການເມືອງ ແລະ ປະຊາຊົນບັນດາປະເທດໃນໂລກ. ນອກຈາກນັ້ນ, ສປປ ລາວ ຍັງສືບຕໍ່ຊຸກຍູ້ບັນດາແຫຼ່ງທໍາມະຊາດ ແລະ ວັດທະນະທໍາ ຢູ່ໃນ ສປປ ລາວ ໃຫ້ເຂົ້າເປັນມໍຣະດົກໂລກຕື່ມອີກໃນອະນາຄົດ ເຊັ່ນ: ອຸທິຍານແຫ່ງຊາດຫີນໜາມໜໍ່ ຢູ່ ເມືອງບົວລະພາ, ແຂວງຄໍາມ່ວນ (ກໍາລັງຢູ່ໃນຂະບວນການພິຈາລະນາ ຂອງສູນມໍຣະດົກໂລກ) ເຂົ້າເປັນມໍຣະດົກໂລກແລ້ວ ໃນກອງປະຊຸມຄະນະກຳມະການມໍຣະດົກໂລກ ຄັ້ງທີ 47 ເດືອນ ກໍລະກົດ ປີ 2025 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງແລະ ແຫຼ່ງມໍຣະດົກທາງດ້ານວັດທະນະທຳແຫ່ງອື່ນ ຊຶ່ງປັດຈຸບັນແມ່ນໄດ້ຖືກບັນຈຸແລ້ວ ໃນບັນຊີສຳຮອງມໍຣະດົກໂລກ ຂອງອົງການອຸຍແນັສໂກ ເຊັ່ນ: ພະທາດຫຼວງວຽງຈັນ (ນະຄອນຫຼວງວຽງຈັນ 1992), ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ (ຄໍາມ່ວນ 2025)ແລະ ມີແຜນການສືບຕໍ່ຄົ້ນຄວ້າສະເໜີເອົາພະທາດອີງຮັງ(ສະຫວັນນະເຂດ), ເສົາຫີນຕັ້ງ (ຫົວພັນ) ເຂົ້າໃນບັນຊີສຳຮອງມໍຣະດົກໂລກໃນອະນາຄົດ ແລະ ອື່ນໆ.

ນອກຈາກນັ້ນ, ສປປ ລາວ ໄດ້ເຄື່ອນໄຫວວຽກງານການທູດວັດທະນະທໍາ ໃນເວທີພາກພື້ນ ໂດຍການສົ່ງເສີມການຮ່ວມມືໃນຂົງເຂດວັດທະນະທຳ ພາຍໃຕ້ປະຊາຄົມສັງຄົມ-ວັດທະນະທຳອາຊຽນ (ASEAN Socio-Cultural Community - ASCC) ໂດຍໄດ້ເຂົ້າຮ່ວມກິດຈະກຳທາງດ້ານວັດທະນະທຳທີ່ຫຼາກຫຼາຍ ເປັນຕົ້ນແມ່ນ ກິດຈະກຳການແລກປ່ຽນວັດທະນະທຳ ລະຫວ່າງ ປະເທດສະມາຊິກອາຊຽນ ເຊັ່ນ: ງານບຸນວັດທະນະທຳ, ການສະແດງສິລະປະ ແລະ ໂຄງການແລກປ່ຽນຊາວໜຸ່ມ ເພື່ອປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນທີ່ຖືປະຊາຊົນເປັນກົກ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ກໍຄື ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເປັນປຶກແຜ່ນ ລະຫວ່າງ ປະຊາຊົນກັບປະຊາຊົນໃນປະເທດສະມາຊິກອາຊຽນດ້ວຍກັນ, ໂດຍການສ້າງເອກະລັກຮ່ວມກັນ ແລະ ການປົກປ້ອງ ແລະ ສົ່ງເສີມຄຸນຄ່າມໍຣະດົກທາງວັດທະນະທຳຂອງພາກພື້ນໄວ້ໃຫ້ຍືນຍົງ.

ວຽກງານທີ່ພົ້ນເດັ່ນໃນເວທີພາກພື້ນ ກໍແມ່ນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມພາກພື້ນ ແລະ ສາກົນຕ່າງໆ ເວົ້າລວມ, ເວົ້າສະເພາະຂະແໜງການວັດທະນະທໍາ ເປັນຕົ້ນແມ່ນ ການເປັນປະທານກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ຄັ້ງທີ 15 ແລະ 16 ໃນປີ 2016, ແລະ ຄັ້ງທີ 31 ແລະ 32 ໃນປີ 2024; ກອງປະຊຸມເວທີທ່ອງທ່ຽວອາຊຽນ, ກອງປະຊຸມສໍາມະນາແຜ່ນແພພື້ນເມືອງອາຊຽນ ຄັ້ງທີ 9 ແລະ ກອງປະຊຸມອື່ນໆ ດ້ວຍຜົນສຳເລັດຢ່າງຈົບງາມ.

ບັນດາຜົນສໍາເລັດຂອງການເຄື່ອນໄຫວການທູດວັດທະນະທໍາ ໃນຕະຫຼອດໄລຍະຜ່ານມາ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະເພາະແມ່ນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານລາວ ຢ່າງໄດ້ຮັບໝາກຜົນ ແລະ ການສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ໃຫ້ແກ່ວົງຄະນະຍາດສາກົນ ຕໍ່ກັບປະເທດລາວ ກໍຄື ການສ້າງພາບພົດທີ່ດີ ແລະ ການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້ ທັງຊ່ວຍໃຫ້ ສປປ ລາວ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີກັບບັນດາປະເທດເພື່ອນມິດສາກົນໃນທົ່ວທຸກມູມໂລກ ເພື່ອຍາດແຍ່ງທຶນຮອນ, ເຕັກນິກ-ເຕັກໂນໂລຊີ ແລະ ຄວາມຮູ້ດ້ານການຄຸ້ມຄອງ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ປະກົດຜົນເປັນຈິງ ກໍຄື ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ໄຟຟ້າຫົງສາ ສະໜັບສະໜູນງົບປະມານຈັດງານປະເພນີຊ່ວງເຮືອ ເມືອງຊຽງຮ່ອນ ປະຈໍາປີ 2025

ໄຟຟ້າຫົງສາ ສະໜັບສະໜູນງົບປະມານຈັດງານປະເພນີຊ່ວງເຮືອ ເມືອງຊຽງຮ່ອນ ປະຈໍາປີ 2025

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເດີນໜ້າສົ່ງເສີມວັດທະນະທໍາທ້ອງຖິ່ນ ແລະ ຮ່ວມເປັນສ່ວນໜຶ່ງໃນງານປະເພນີບຸນຊ່ວງເຮືອ ເຊິ່ງເປັນເອກະລັກທີ່ສໍາຄັນຂອງ ເມືອງຊຽງຮ່ອນ ໂດຍໃນປີ 2025 ນີ້, ງານບຸນຊ່ວງເຮືອ ເມືອງຊຽງຮ່ອນ ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ ບ້ານໃໝ່ໜອງຊາງ.
ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ໃນສະພາບພູມສາດ-ການເມືອງຂອງໂລກທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ໄວວາ, ການທູດແບບດັ້ງເດີມ ຫຼື ການທູດຊ່ອງທາງທີໜຶ່ງ (Track OneDiplomacy)ເຊິ່ງໝາຍເຖິງການຕິດຕໍ່ພົວພັນລະຫວ່າງລັດຕໍ່ລັດແມ່ນບໍ່ພຽງພໍທີ່ຈະຮັບມືກັບສະພາບການຫັນປ່ຽນຂອງໂລກທີ່ມີຄວາມສະຫຼັບສັບຊ້ອນຕໍ່ບັນຫາໃໝ່ໆທີ່ເກີດຂຶ້ນໄດ້ຢ່າງທັນການ. ການທູດຊ່ອງທາງທີ 2 (Track Two)ແມ່ນການສົນທະນາທີ່ບໍ່ແມ່ນຊ່ອງທາງທີ 1 ໂດຍມີການເຂົ້າຮ່ວມຂອງນັກວິຊາການ, ມະຫາວິທະຍາໄລ, ສະຖາບັນ-ຄັງປັນຍາ ແລະ ອົງການພາກສັງຄົມ–ພົນລະເຮືອນ,ໄດ້ກາຍເປັນເຄື່ອງມື ຫຼື ຊ່ອງທາງໜຶ່ງທີ່ປອດໄພໃນການນໍາສະເໜີແນວຄິດໃໝ່ ເພື່ອນໍາເອົາແນວຄິດເຫຼົ່ານັ້ນສະເໜີແນະຕໍ່ລັດຖະບານເພື່ອນໍາມາໝູນໃຊ້ເຂົ້າໃນການວາງນະໂຍບາຍ.ການທູດຊ່ອງທາງທີ2ນີ້ ຍັງສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນຂອງຄັງປັນຍາພາກພື້ນ ແລະ ສາກົນ,ໂດຍບໍ່ແມ່ນການແຂ່ງຂັນກັບການທູດຊ່ອງທາງທີ 1,ແຕ່ເປັນກົງລໍ້ໜູນ ຊ່ວຍເສີມສ້າງໃຫ້ການຕັດສິນໃຈຂອງລັດມີຂໍ້ມູນຮອບດ້ານ ແລະ ທັນກັບສະພາບການຂອງຍຸກສະ ໄໝ.
ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂອ້ລົມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ

ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂອ້ລົມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ

ໃນວັນທີ 6 ພະຈິກ 2025 ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານທີ່ແຂວງຫຼວງພະບາງ, ແລະໄດ້ພົບປະໂອ້ລົມການນໍາຫຼັກແຫຼ່ງ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ຂອງແຂວງ ທີ່ຫ້ອງປະຊຸມຂອງພະແນກ.
ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ເພີ່ມເຕີມ