ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ
ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.

 

Barclays ລະບຸວ່າ: ການໃຊ້ຈ່າຍຜ່ານບັດຫຼຸດລົງ 0.2% ໃນປີ 2025 ຊຶ່ງເປັນການຊະລໍຕົວລົງຢ່າງຫຼວງຫຼາຍເມື່ອທຽບໃສ່ປີ 2024 ທີ່ມູນຄ່າການໃຊ້ຈ່າຍເພີ່ມຂຶ້ນ 1.6% ແລະ ເປັນການຫຼຸດລົງຄັ້ງທຳອິດນັບຕັ້ງແຕ່ປີ 2020 ຊຶ່ງໃນເວລານັ້ນມູນຄ່າການໃຊ້ຈ່າຍຜ່ານບັດຫຼຸດລົງ 7.1% ເນື່ອງຈາກມາດຕະການລັອກດາວ ເພື່ອຄວບຄຸມການລະບາດຂອງໂຄວິດ-19.

ຂໍ້ມູນຂອງ Barclays ຖືເປັນການຢືນຢັນວ່າການໃຊ້ຈ່າຍຂອງຄົວເຮືອນໃນອັງກິດອ່ອນແອລົງໃນໄລຍະທີ່ຄວາມໝັ້ນໃຈຂອງຜູ້ບໍລິໂພກຖືກກົດດັນຈາກອັດຕາເງິນເຟີ້ສູງ, ການວ່າງງານທີ່ເພີ່ມຂຶ້ນ ແລະ ຄວາມບໍ່ແນ່ນອນທາງດ້ານການເມືອງ.

ທັງນີ້, ການບໍລິໂພກທີ່ຊ້າລົງ ແລະ ການປະຢັດເງິນທີ່ຢູ່ໃນລະດັບສູງແມ່ນປັດໄຈຫຼັກທີ່ເຮັດໃຫ້ການເຕີບໂຕຂອງເສດຖະກິດອັງກິດຫຼຸດລົງ. ໃນທາງກົງກັນຂ້າມ, ການຟື້ນຕົວຂອງການໃຊ້ຈ່າຍແມ່ນມີຄວາມສຳຄັນຫຼາຍຕໍ່ການຂະຫຍາຍຕົວທາງເສດຖະກິດ, ເຖິງແມ່ນວ່າມັນຈະເປັນການເຕີບໂຕພຽງເລັກນ້ອຍຕາມທີ່ຜູ້ຄວບຄຸມງົບປະມານຄາດຄະເນໄວ້ໃນຊຸມປີຕໍ່ໜ້າກໍຕາມ.

ຢ່າງໃດກໍຕາມ, Barclays ສັງເກດເຫັນວ່າຊາວອັງກິດຍັງໃຊ້ຈ່າຍຈຳນວນໜ້ອຍໜຶ່ງໃນການຊື້ສິນຄ້າຟຸ່ມເຟືອຍ ລວມທັງການໃຊ້ຈ່າຍເພື່ອຊື້ປະສົບການຕ່າງໆ, ໂດຍສະເພາະຄອນເສີດຂອງນັກສິລະປິນທີ່ມີຊື່ສຽງເຊັ່ນ: Oasis, Coldplay ແລະ Sabrina Carpenter.

ເມື່ອແຍກຕາມໝວດໝູ່ ພົບວ່າ: ການໃຊ້ຈ່າຍໃນຢາ, ສຸຂະພາບ ແລະ ຄວາມງາມ ມີການເພີ່ມຂຶ້ນສູງທີ່ສຸດ 9.5%, ໃນຂະນະທີ່ການໃຊ້ຈ່າຍໃນສິນຄ້າທີ່ຈຳເປັນຫຼຸດລົງ 2.3% ເມື່ອທຽບກັບປີກ່ອນ ຊຶ່ງລວມທັງການຫຼຸດລົງ 1.7% ໃນການໃຊ້ຈ່າຍໃນຮ້ານສັບພະສິນຄ້າ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ທ່ານ ຕາຕັງ ຍູເລຍໂນ ເຈົ້າໜ້າທີ່ອາວຸໂສຈາກກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍ ວາງແຜນທີ່ຈະນຳເຂົ້ານ້ຳຕານ 3.1 ລ້ານໂຕນ ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳໃນປີ 2026. ໂດຍປະລິມານການນຳເຂົ້ານີ້ແມ່ນແນໃສ່ຕອບສະໜອງຄວາມຕ້ອງການຂອງຂະແໜງການຜະລິດເປັນຫຼັກ, ໂດຍເນັ້ນໜັກວ່າລັດຖະບານບໍ່ມີແຜນການທີ່ຈະນຳເຂົ້ານ້ຳຕານສຳລັບການບໍລິໂພກໃນຄົວເຮືອນ.
ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດ-ສັງຄົມ ຫວຽດນາມ ຈັດເວທີປາໄສວິທະຍາສາດ 2025 “ຄຸ້ມຄອງການພັດທະນາເສດຖະກິດ - ສັງຄົມຫວຽດນາມ ໃນສະພາບການຫັນເປັນດີຈີຕອນ” ເພື່ອແນໃສ່ບົດບາດຂອງການຫັນເປັນດີຈີຕອນ ໃນການປ່ຽນແປງໃໝ່ວິທີການຄຸ້ມຄອງ, ພັດທະນາເສດຖະກິດ - ສັງຄົມ ແລະ ສະເໜີບັນດາຂໍ້ສະເໜີແນະນະໂຍບາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນສັງກາດດີຈີຕອນ.
ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ, ສ ເກົາຫຼີ ໄດ້ສໍາເລັດການຍ້າຍສະຖານທີ່ທໍານຽບປະທານາທິບໍດີຢ່າງເປັນທາງການ ໂດຍໄດ້ຍ້າຍກັບຄືນສູ່ຊົງວະແດອີກຄັ້ງ ພາຍຫຼັງຖືກຍ້າຍໄປຢູ່ບ່ອນໃໝ່ເປັນເວລາ 3 ປີກັບ 7 ເດືອນ. ຈາກນັ້ນ, ທໍານຽບປະທານາທິບໍດີ ສ ເກົາຫຼີ ໄດ້ປ່ຽນຊື່ເປັນ “ຊົງວະແດ” ອີກຄັ້ງ.
ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: ກອງກຳລັງຕຳຫຼວດສິງກະໂປ (SPF) ໄດ້ເປີດເຜີຍໃຫ້ຮູ້ວ່າ: ຜູ້ກະທໍາຜິດໃນຄະດີສໍ້ໂກງ ຫຼື ອາຊະຍາກໍາທີ່ກ່ຽວຂ້ອງກັບການຫຼອກລວງໃນສິງກະໂປ ອາດຈະປະເຊີນກັບການລົງໂທດດ້ວຍການທຸບຕີດ້ວຍໄມ້ຄ້ອນ (caning) ຊຶ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 30 ທັນວາ 2025 ເປັນຕົ້ນໄປ, ພາຍໃຕ້ກົດ ໝາຍອາຍາສະບັບປັບປຸງ 2025 ທີ່ໄດ້ຮັບການອະນຸມັດຈາກລັດຖະສະພາໃນເດືອນພະຈິກທີ່ຜ່ານມາ.
ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ເພີ່ມເຕີມ