ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ

ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ

ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ
ການເຊື່ອມຈອດ ມີບົດບາດສຳຄັນໃນການສະໜັບສະໜູນຂະບວນການສ້າງປະຊາຄົມອາຊຽນທີ່ມີການເຊື່ອມໂຍງ ຊຶ່ງປະກອບດ້ວຍເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສົາຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ, ໂດຍສະເພາະແມ່ນການສົ່ງເສີມ

 ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ ແລະ ການຟື້ນຟູຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືການສ້າງຄວາມເຂັ້ມແຂງເພື່ອຮັບມືກັບສິ່ງທ້າທາຍທີ່ເພີ່ມຂຶ້ນ.

ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດເອົາຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຊຶ່ງປະກອບມີ 9 ບຸລິມະສິດ, ໃນບົດນີ້ ພວກເຮົາຈະນຳສະເໜີບຸລິມະສິດ“ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ” ຂອງອາຊຽນ.

ໃນຂົງເຂດບຸລິມະສິດນີ້ຈະສຸມໃສ່ລົງເລິກການເຊື່ອມຈອດໃນຂົງເຂດຕ່າງໆເຊັ່ນ: ການກໍານົດລະບຽບຫຼັກການໃຫ້ສອດຄ່ອງກັນ, ການຍົກເລີກສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ ແລະເພິ່ມທະວີການເຊື່ອມຈອດທາງດ້ານຕ່ອງໂສ້ການສະໜອງໃນອາຊຽນຊຶ່ງຈະເຮັດໃຫ້ອາຊຽນ ມີກໍາລັງແຮງ ແລະ ເຂັ້ມແຂງຍິ່ງຂຶ້ນເມື່ອເສດຖະກິດພາກພື້ນມີການເຊື່ອມຈອດກັນດີກວ່າເກົ່າ.ບັນດາໜ້າວຽກບຸລິມະສິດທາງດ້ານເສດຖະກິດພາຍໃຕ້ບຸລິມະສິດນີ້ ແມ່ນປິ່ນອ້ອມການເຊື່ອມໂຍງທາງດ້ານເສດຖະກິດ.ນີ້ຈະເປັນການສົ່ງເສີມການເຊື່ອມຈອດດ້ານເສດຖະກິດລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືຂອງອາຊຽນໃຫ້ເຂັ້ມແຂງຂຶ້ນ. ການເຊື່ອມຈອດທີ່ເຂັ້ມແຂງ, ໂດຍສະເພາະດ້ານການຄ້າ ແລະ ການລົງທືນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາຊຽນ, ການສ້າງຄວາມເຂັ້ມແຂງໂດຍຜ່ານການຈະເລີນເຕີບໂຕ ແລະ ສະຖຽນລະພາບທາງດ້ານເສດຖະກິດ;ບັນດາໜ້າວຽກບຸລິມະສິດເພື່ອສະໜັບສະໜູນການເຊື່ອມໂຍງ ແລະ ການເຊື່ອມຈອດທາງດ້ານເສດຖະກິດປະກອບມີ: ອອກຖະແຫຼງການອາຊຽນ ວ່າດ້ວຍ ການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ; ຈະໃຫ້ສໍາເລັດການທົບທວນ ເພື່ອຍົກລະດັບສັນຍາຂອບການຮ່ວມມືດ້ານຊັບສິນທາງປັນຍາອາຊຽນ; ຈະໃຫ້ສໍາເລັດການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ-ຈີນ ສະບັບທີ 3ຢ່າງມີເນື້ອໃນ; ເຮັດໃຫ້ອານຸສັນຍາ ສະບັບທີສອງ ຂອງສັນຍາວ່າດ້ວຍການສ້າງເຂດການຄ້າເສລີ ອາຊຽນ-ອົສຕຣາລີ-ນິວຊີແລນ ມີຜົນບັງຄັບໃຊ້ແລະ ປັບປຸງຄືນຍຸດທະສາດການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ສົ່ງເສີມການຈະເລີນເຕີບໂຕດ້ານເສດຖະກິດແບບຍືນຍົງ ແລະ ກວມລວມໃນພາກພື້ນອາຊຽນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ເພີ່ມເຕີມ