ກະແສນິຍົມ “ກາຍເປັນຄົນຈີນ” ສ່ອງແສງໃຫ້ເຫັນເຖິງພະລັງແຮງແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ

ກະແສນິຍົມ “ກາຍເປັນຄົນຈີນ” ສ່ອງແສງໃຫ້ເຫັນເຖິງພະລັງແຮງແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ

ກະແສນິຍົມ “ກາຍເປັນຄົນຈີນ” ສ່ອງແສງໃຫ້ເຫັນເຖິງພະລັງແຮງແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ
ຊາບໍາລຸງສຸຂະພາບໃນຕອນເຊົ້າສົ່ງກິ່ນອັນຫອມຫວນ, ລີລາຂອງກັງຟູຫຼັງຕອນທ່ຽງເພື່ອຜ່ອນຄາຍຮ່າງກາຍ, ເກີບແຕະທີ່ໃຊ້ໃນເຮືອນມີຄວາມອ່ອນນຸ້ມສະບາຍຕີນ, ອາຫານຈີນຢູ່ເທິງໂຕະອາຫານມີຄວາມແຊບນົວປະຈັກຕາ......ປັດຈຸບັນ, ກະແສນິຍົມກາຍເປັນຄົນຈີນທາງ TikTok ກໍາລັງແຜ່ລາມໄປໃນທົ່ວໂລກ, ໂດຍຊາວເນັດຈາກຫຼາຍປະເທດໄດ້ພາກັນຮຽນວິຖີຊີວິດແບບຈີນ ແລະ ກາຍເປັນ “ຄົນຈີນທາງດ້ານຈິດໃຈ”. ປະກົດການດ້ານວັດທະນະທໍາທີ່ໄດ້ຮັບຄວາມນິຍົມຊົມຊອບໃນໂລກດັ່ງກ່າວ, ບໍ່ພຽງແຕ່ໄດ້ສະທ້ອນໃຫ້ເຫັນຢ່າງມີຊີວິດຊີວາວ່າ: ກໍາລັງແຮງດຶງດູດດ້ານວັດທະນະທໍາ ຫຼື softpower ຂອງຈີນໄດ້ຮັບການຍົກສູງຂຶ້ນຢ່າງໝັ້ນທ່ຽງເທົ່ານັ້ນ, ຍັງໄດ້ພິສູດໃຫ້ເຫັນເຖິງພະລັງແຮງຂອງການຖອດຖອນບົດຮຽນຊຶ່ງກັນ ແລະ ກັນດ້ານອະລິຍະທໍາທີ່ໄດ້ຈາກການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນນໍາອີກ.

 

ກະແສນຍມ “ກາຍເປນຄນຈນ” ສອງແສງໃຫເຫນເຖງພະລງແຮງແຫງການເປດປະຕສພາຍນອກທມລະດບສງຂອງຈນ - image 1
 

ແຕກຕ່າງຈາກ “ກະແສນິຍົມຈີນ” ໃນເມື່ອກ່ອນທີ່ສຸມໃສ່ສັນຍາລັກຕ່າງໆຂອງຈີນ ເຊັ່ນ: ກັງຟູ ແລະ ກໍາແພງເມືອງຈີນ ເປັນຕົ້ນ, ກະແສນິຍົມຮອບນີ້ມີຮາກຖານມາຈາກຊີວິດປະຈໍາວັນໂດຍໄດ້ຖ່າຍທອດປັດຊະຍາໃນການດໍາລົງຊີວິດແບບຈີນທີ່ຢູ່ພາກຕາເວັນອອກຈາກອາຫານການກິນ, ການກະທໍາ ກໍຄື ວາຈາຂອງຄົນຈີນ. ສັງເກດໄດ້ຈາກ: ວິດີໂອຂອງສາວເຊື້ອສາຍຈີນທີ່ຮຽນແບບການເບິ່ງແຍງບໍາລຸງສຸຂະພາບຈາກແມ່ຄົນຈີນນັ້ນ ໄດ້ຮັບການຕອບຮັບຢ່າງກວ້າງຂວາງຈາກຊາວເນັດໃນທົ່ວໂລກແບບເໜືອຄວາມຄາດຄິດ. ຢູ່ທ່າມກາງສັງຄົມປັດຈຸບັນທີ່ມີຄວາມຮີບດ່ວນ ແລະ ມີຄວາມກົດດັນສູງ, ແນວຄິດຮັກສາສຸຂະພາບ, ຄວາມອົບອຸ່ນ ກໍຄືປັດຊະຍາທີ່ແຝງຊ້ອນຢູ່ໃນຊີວິດຂອງວິຖີຊີວິດແບບຈີນໄດ້ສະໜອງຢາວິເສດດ້ານການຕໍ່ຕ້ານຄວາມກັງວົນ ແລະ ກັບຄືນສູ່ຄວາມບໍລິສຸດອັນດັ້ງເດີມໃຫ້ແກ່ຄົນທັງຫຼາຍ. ການຖ່າຍທອດຄຸນຄ່າທີ່ໃກ້ຊິດກັບທາດແທ້ຂອງຄວາມເປັນມະນຸດແບບນີ້ໄດ້ທັບມ້າງຄວາມປິດກັ້ນດ້ານພາສາ ແລະ ວັດທະນະທໍາ, ເຮັດໃຫ້ມະນຸດທີ່ມີຜີວພັນຕ່າງກັນ ແລະ ມາຈາກພາກພື້ນທີ່ຕ່າງກັນນັ້ນສາມາດເຊື່ອມໂຍງທາງດ້ານອາລົມຈິດ, ພ້ອມທັງເຮັດໃຫ້ວັດທະນະທໍາຈີນມີຄວາມເປັນຈິງ, ມີຊີວິດຊີວາ ກໍຄື ຄວາມອົບອຸ່ນຫຼາຍກວ່າເກົ່າ.

ຢູ່ເບື້ອງຫຼັງຂອງກະແສນິຍົມທີ່ເພີ່ມຂຶ້ນນີ້ແມ່ນມີການຄໍ້າປະກັນຢ່າງໜັກແໜ້ນທີ່ເກີດຈາກການຂະຫຍາຍການເປີດປະຕູສູ່ພາຍນອກທີ່ມີລະດັບສູງຢ່າງຕໍ່ເນື່ອງຂອງຈີນ, ມີຂົວຕໍ່ແຫ່ງການແລກປ່ຽນດ້ານວັດທະນະທໍາທີ່ສ້າງຂຶ້ນໂດຍມາດຕະການອໍານວຍຄວາມສະດວກຕ່າງໆຂອງຈີນ. ໃນຊຸມປີມໍ່ໆມານີ້, ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາແຕ່ຝ່າຍດຽວ ຫຼື ຍົກເວັ້ນວີຊາຊຶ່ງກັນ ແລະ ກັນຢ່າງຮອບດ້ານຕໍ່ 76 ປະເທດ, ນະໂຍບາຍຂອງຈີນທີ່ຍົກເວັ້ນວີຊາຜ່ານຈີນໄປປະເທດທີ 3 ພາຍໃນ 240 ຊົ່ວໂມງມີຂອບເຂດການນໍາໃຊ້ກວມເອົາ 55 ປະເທດ ແລະ 65 ດ່ານເຂົ້າເມືອງຂອງຈີນ, ເຮັດໃຫ້ການເດີນທາງເຂົ້າມາທ່ອງທ່ຽວຈີນແບບ“ບໍ່ຕ້ອງວາງແຜນຫຍັງ” ສໍາລັບຊາວຕ່າງປະເທດກາຍເປັນຄວາມຈິງ. 3 ໄຕມາດທໍາອິດຂອງປີ 2025, ຊາວຕ່າງປະເທດທີ່ເດີນທາງເຂົ້າເມືອງຈີນໂດຍຍົກເວັ້ນຊີວາມີຫຼາຍກວ່າ 20,890,000 ເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024; ໃນໄລຍະພັກປີໃໝ່ສາກົນ 2026, ຈໍານວນຄົນທີ່ເຂົ້າເມືອງຈີນໂດຍຍົກເວັ້ນວີຊາເພີ່ມຂຶ້ນ 35.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ນອກນີ້, ລົດຕັກຊີຢູ່ຫຼາຍຕົວເມືອງຂອງຈີນໄດ້ປະກອບອຸປະກອນແປພາສາດ້ວຍປັນຍາປະດິດ ຫຼື AI, ຮ້ານຄ້າຫຼາຍກວ່າ 7,000 ຮ້ານໃນທົ່ວປະເທດຈີນເປີດບໍລິການ “ຄືນເງິນພາສີທັນທີ”, Alipay ສໍາລັບສາກົນບັນລຸການເຊື່ອມໂຍງເຂົ້າກັບການຊໍາລະເງິນຂ້າມແດນ, ມາດຕະການເປີດປະຕູສູ່ພາຍນອກທີ່ລະອຽດຮອບຄອບເຫຼົ່ານີ້ເຮັດໃຫ້ຄວາມສົນໃຈຕໍ່ວັດທະນະທໍາຈີນທາງອອນລາຍຂອງຊາວເນັດຕ່າງປະເທດກາຍເປັນປະສົບການເຂົ້າເຖິງຈີນທາງອ໊ອຟລາຍທີ່ເລິກເຊິ່ງ ແລະ ເຮັດໃຫ້ວິຖີຊີວິດແບບຈີນກາຍເປັນສິ່ງທີ່ສາມາດຈັບຕ້ອງໄດ້ຢ່າງແທ້ຈິງ.

ກະແສນຍມ “ກາຍເປນຄນຈນ” ສອງແສງໃຫເຫນເຖງພະລງແຮງແຫງການເປດປະຕສພາຍນອກທມລະດບສງຂອງຈນ - image 2
 

ສິ່ງທີ່ເປັນໜ້າສົນໃຈຫຼາຍກວ່ານີ້ຄື: “ກະແສນິຍົມດ້ານວັດທະນະທໍາ” ຮອບນີ້ກັບ “ກະແສນິຍົມດ້ານເສດຖະກິດ” ພວມສ້າງເປັນຮອບວຽນທີ່ດີ, ເຮັດໃຫ້ການເປີດປະຕູສູ່ພາຍນອກຂອງຈີນມີເນື້ອໃນອັນອຸດົມສົມບູນຫຼາຍກວ່າເກົ່າ. ການທີ່ຊາວຕ່າງປະເທດສ້າງກະແສນິຍົມຕໍ່ວິຖີຊີວິດແບບຈີນ, ໄດ້ຊຸກຍູ້ການສົ່ງອອກຜະລິດຕະພັນຕ່າງໆຂອງຈີນໄປຕ່າງປະເທດໂດຍກົງ ເຊັ່ນ: ຊາບໍາລຸງສຸຂະພາບ, ຄີມບໍາລຸງຜີວທີ່ຜະລິດຈາກພືດທໍາມະຊາດ, ເຄື່ອງນຸ່ງ ແລະ ເຄື່ອງປະດັບເອ້ແບບດັ້ງເດີມຂອງຈີນ ເປັນຕົ້ນ, ຄາດວ່າຕະຫຼາດເຄື່ອງດື່ມນໍ້າຊາບໍາລຸງສຸຂະພາບໃນປີ 2025 ຂອງຈີນມີເຖິງ 64 ຕື້ 270 ລ້ານຢວນ, ເພີ່ມຂຶ້ນ 25.3% ເມື່ອທຽບໃສ່ປີ 2024. ນອກນີ້, ການຄ້າເອເລັກໂຕຣນິກຂ້າມຊາດໄດ້ກາຍເປັນ “ຊ່ອງທາງວ່ອງໄວ” ຂອງການສົ່ງອອກວັດທະນະທໍາໄປສູ່ຕ່າງປະເທດ, ປະລິມານການຈໍາໜ່າຍຊຸດເຜົ່າຮັ້ນ ແລະ ເຄື່ອງແຕ່ງໜ້າແບບຈີນໃນເວທີການຄ້າເອເລັກໂຕຣນິກຕ່າງປະເທດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຂະນະທີ່ຍີ່ຫໍ້ພື້ນເມືອງຕ່າງໆຂອງຈີນ ເຊັ່ນ: ມີ້ເຊຍ (MIXUE Ice Cream and Tea) ແລະ ຮ້ານຊາຈີນສະໄໝໃໝ່ ເປັນຕົ້ນ ກາຍເປັນຮ້ານຄ້າທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຊາວໜຸ່ມຕ່າງປະເທດ ໂດຍຜ່ານການເປີດຮ້ານຄ້າຢູ່ຕ່າງປະເທດ ແລະ ການເຜີຍແຜ່ວິດີໂອສັ້ນ.

ອີງຕາມບົດລາຍງານ “ດັດຊະນີກໍາລັງແຮງດຶງດູດຈາກ soft power ທົ່ວໂລກປີ 2026” ທີ່ບໍລິສັດການເງິນທີ່ມີຊື່ສຽງຂອງອັງກິດເປີດເຜີຍໃຫ້ຮູ້ວ່າ: ຈີນເປັນປະເທດດຽວທີ່ການຈັດອັນດັບໄດ້ຫຍັບຂຶ້ນໜ້າໃນ 10 ປະເທດອັນດັບທໍາອິດທີ່ມີsoft power ເຂັ້ມແຂງຂອງໂລກ, ໃນນັ້ນ, ຕົວຊີ້ວັດຫຼາຍປະການຂອງຈີນເປັນອັນດັບ 1 ຂອງໂລກ. ຢູ່ເບື້ອງຫຼັງຂອງຜົນສໍາເລັດດັ່ງກ່າວແມ່ນການສະສົມເປັນເວລາຫຼາຍປີຈາກການວາງແຜນໄລຍະຍາວຂອງຈີນ ເຊັ່ນ: ການລົງທຶນ ແລະ ການຮ່ວມມືກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບການພັດທະນາກ້າວສູ່ລວງເລິກຢ່າງຕໍ່ເນື່ອງ, ຄວາມກ້າວໜ້າຂອງວິທະຍາສາດເຕັກໂນໂລຊີທີ່ເປັນພະລັງຂັບເຄື່ອນການປະດິດສ້າງໃໝ່ມີຄວາມເຂັ້ມແຂງ, ແນວຄິດການພັດທະນາແບບຍືນຍົງໄດ້ຮັບການຈັດຕັ້ງປະຕິບັດຢ່າງເດັດດ່ຽວ, ການສ້າງຍີ່ຫໍ້ຜະລິດຕະພັນລະດັບໂລກຢ່າງລະອຽດລະອໍ ກໍຄື ການຊຸກຍູ້ການແລກປ່ຽນດ້ານວັດທະນະທໍາຢ່າງຕໍ່ເນື່ອງ. ກະແສນິຍົມ“ກາຍເປັນຄົນຈີນ” ເປັນຄໍາອະທິບາຍທີ່ມີຊີວິດຊີວາທີ່ softpower ຂອງຈີນໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ.

ກະແສນຍມ “ກາຍເປນຄນຈນ” ສອງແສງໃຫເຫນເຖງພະລງແຮງແຫງການເປດປະຕສພາຍນອກທມລະດບສງຂອງຈນ - image 3
 

ຊາບໍາລຸງສຸຂະພາບອຸ່ນໆຈອກໜຶ່ງ, ເຂົ້າປຽກແບບຈີນອຸ່ນໆຖ້ວຍໜຶ່ງ, ລ້ວນແຕ່ສາມາດກາຍເປັນທູດແຫ່ງການແລກປ່ຽນດ້ານອະລິຍະທໍາໄດ້; ການເຂົ້າມາທ່ອງທ່ຽວຈີນທີ່ສະດວກສະບາຍຄັ້ງໜຶ່ງ, ຄວາມຮູ້ສຶກຮ່ວມທາງດ້ານວັດທະນະທໍາຄັ້ງໜຶ່ງ, ລ້ວນແຕ່ສາມາດເຕົ້າໂຮມຄວາມເປັນເອກະພາບກັນແຫ່ງການເປີດປະຕູ ແລະ ການຮ່ວມມືໄດ້. ກະແສນິຍົມ “ກາຍເປັນຄົນຈີນ” ຢູ່ຕ່າງປະເທດເປັນພາບສະທ້ອນທີ່ມີຊີວິດຊີວາແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ, ຍິ່ງເປັນພຶດຕິກຳຕົວຈິງທີ່ປະສົບຜົນສໍາເລັດຈາກການຖອດຖອນບົດຮຽນຊຶ່ງກັນ ແລະ ກັນດ້ານອະລິຍະທໍາ. ໃນອະນາຄົດ, ຄຽງຄູ່ກັບການເປີດປະຕູສູ່ພາຍນອກຂອງຈີນກ້າວສູ່ລວງເລິກຢ່າງບໍ່ຢຸດຢັ່ງ, ປັດໄຈຕ່າງໆທີ່ຕິດແທດກັບຊີວິດປະຈໍາວັນຂອງຈີນຈະເຂົ້າສູ່ໂລກຫຼາຍຂຶ້ນກວ່າເກົ່າ, ເຮັດໃຫ້ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດຝັງຮາກເລິກໄວ້ຢູ່ໃນຈິດໃຈຂອງມະນຸດຢູ່ທ່າມກາງການແລກປ່ຽນ ແລະ ການຖອດຖອນບົດຮຽນຊຶ່ງກັນ ແລະ ກັນດ້ານອະລິຍະທໍາ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ ​ຍັງ​​ແມ່ນ​ຜູ້​ປະ​ກອບ​ສ່ວນທີ່​ໃຫຍ່​ທີ່​ສຸດ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ

ຈີນ ​ຍັງ​​ແມ່ນ​ຜູ້​ປະ​ກອບ​ສ່ວນທີ່​ໃຫຍ່​ທີ່​ສຸດ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້ ຢູ່​ນະ​ຄອນ​ເຊີ​ແນວ​ ປະ​ເທດ​ສະ​ວິດ, ທ່ານ​ ບອ​ຣກ ເບ​ຣນ​ເດ ປະ​ທານກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຈີນ​ຍັງ​​ແມ່ນ​ຜູ້​ປະ​ກອບ​ສ່ວນ​ທີ່ໃຫຍ່​ທີ່​ສຸດ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.
ທີມນັກຄົ້ນຄວ້າພັດທະນາເຕັກໂນໂລຊີປ່ຽນກາກບອນເປັນເຊື້ອໄຟການບິນທີ່ມີກາກບ່ອນຕໍ່າ

ທີມນັກຄົ້ນຄວ້າພັດທະນາເຕັກໂນໂລຊີປ່ຽນກາກບອນເປັນເຊື້ອໄຟການບິນທີ່ມີກາກບ່ອນຕໍ່າ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ທີມງານນັກຄົ້ນຄວ້າຈາກສະຖາບັນເຕັກໂນໂລຊີ Royal Melbourne (RMIT) ຂອງອົສຕຣາລີ ໄດ້ພັດທະນາເຕັກໂນໂລຊີການປ່ຽນແປງກາກບອນທີ່ສາມາດຊ່ວຍປ່ຽນການປ່ອຍອາຍພິດຈາກອຸດສາຫະກໍາໃຫ້ກາຍເປັນວັດຖຸດິບສໍາລັບນໍ້າເຊື້ອໄຟເຮືອບິນທີ່ມີກາກບອນຕໍ່າ.
ເກີດພາຍຸຫິມະຮ້າຍແຮງຢູ່ ສະຫະລັດ ອາເມຣິກາ

ເກີດພາຍຸຫິມະຮ້າຍແຮງຢູ່ ສະຫະລັດ ອາເມຣິກາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 26 ມັງກອນ ຜ່ານມາວ່າ: ໃນຕອນເຊົ້າວັນທີ 25 ມັງກອນ ຜ່ານມາ, ພາຍຸໃນລະດູໜາວທີ່ມີຂອບຂະໜາດໃຫຍ່ໃນປະຫວັດສາດໄດ້ຖະຫຼົ່ມດິນແດນສ່ວນຫຼາຍຢູ່ ສະຫະລັດ ອາເມຣິກາ, ມີຈຳນວນເກືອບ 250 ຄົນຢູ່ 40 ກວ່າລັດ ນອນໃນກຸ່ມກ່າວເຕືອນດິນຟ້າອາກາດອັນຕະລາຍ. ພາຍຸຫິມະເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ 850.000 ກວ່າຄົນຢູ່ທາງພາກໃຕ້ ແລະ ຫຼາຍເຂດພວມດຳລົງຊີວິດໃນສະພາບບໍ່ມີໄຟຟ້າໃຊ້. ພາຍຸຫິມະນີ້ໄດ້ກໍ່ໃຫ້ເກີດການຂາດວັກຂາດຕອນດ້ານຄົມມະນາຄົມທີ່ຮ້າຍແຮງ ແລະ ມີຢ່າງໜ້ອຍສຸດ 10.000 ກວ່າຖ້ຽວບິນຖືກຍົກເລີກ ແລະ ມີນັບພັນຖ້ຽວບິນໃນທົ່ວປະເທດ ສະຫະລັດ ອາເມຣິກາ ຕ້ອງໂຈະ.
ຫວຽດນາມ ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ຄວບຄຸມໄພເງິນເຟີ້

ຫວຽດນາມ ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ຄວບຄຸມໄພເງິນເຟີ້

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ມັງກອນ ຜ່ານມາ ຢູ່ຮ່ານະຄອນຫຼວງໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການຄຸ້ມຄອງ, ບໍລິຫານເສດຖະກິດມະຫາພາກ (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງ ຄະນະຊີ້ນຳ.
ສຳເລັດການຝຶກຊ້ອມຮ່ວມງານລາຕີສະຫຼອງບຸນກຸດຈີນ 2026 ຂອງ CMG ຄັ້ງທີ 2

ສຳເລັດການຝຶກຊ້ອມຮ່ວມງານລາຕີສະຫຼອງບຸນກຸດຈີນ 2026 ຂອງ CMG ຄັ້ງທີ 2

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 25 ມັງກອນນີ້, ການຝຶກຊ້ອມຮ່ວມຄັ້ງທີ 2 ສຳລັບງານລາຕີສະຫຼອງບຸນກຸດຈີນ 2026 ທີ່ຈັດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ສຳເລັດດ້ວຍດີ ຊຶ່ງທຸກຂັ້ນຕອນຂອງງານໄດ້ດຳເນີນຢ່າງໂລ່ງລ່ຽນ ແລະ ເປັນລະບຽບ, ໜ່ວຍງານກຳກັບໄດ້ປັບປຸງລາຍລະອຽດຂອງລາຍການຕ່າງໆໃຫ້ສົມບູນແບບເລື້ອຍໆ, ສະແດງໃຫ້ເຫັນເຖິງບັນຍາກາດທີ່ຄຶກຄື້ນມ່ວນຊື່ນ.
ດິນພູເຈື່ອນຢູ່ອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ

ດິນພູເຈື່ອນຢູ່ອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າຂອງວັນທີ 24 ມັງກອນ ຜ່ານມານີ້, ຢູ່ເມືອງກາບຸປາເຕນ ບັນດຸງ ປາຣັດ ແຂວງຈາວາ ປາຣັດ ປະເທດອິນໂດເນເຊຍ ໄດ້ເກີດດິນພູເຈື່ອນ, ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ, ນອກນີ້ມີ 71 ຄົນຂາດການຕິດຕໍ່, ພາກສ່ວນທີ່ກ່ຽວຂ້ອງພວມດໍາເນີນການຊ່ວຍເຫຼືອກູ້ໄພ.
ເກີດ​ການ​ແຜ່ລະ​ບາດ​ຂອງ​​ເຊື້ອພະ​ຍາດ​ນີ​ປາຢູ່​ອິນ​ເດຍ ອັດ​ຕາ​ການເສຍ​ຊີ​ວິດ​ສູງ​ເຖິງ 75%

ເກີດ​ການ​ແຜ່ລະ​ບາດ​ຂອງ​​ເຊື້ອພະ​ຍາດ​ນີ​ປາຢູ່​ອິນ​ເດຍ ອັດ​ຕາ​ການເສຍ​ຊີ​ວິດ​ສູງ​ເຖິງ 75%

ຂ່າວສານຊີອາໄອລາຍງານວ່າ: ເມື່ອມໍ່ໆມານີ້, ຢູ່ລັດເບັນການຕາເວັນຕົກຂອງອິນເດຍ ໄດ້ເກີດການແຜ່ລະບາດຂອງເຊື້ອພະຍາດນີປາ (NipahVirus) ຜູ້ຕິດເຊື້ອສ່ວນໃຫຍ່ຢູ່ເຂດໂກນກາຕາ, ໃນນີ້ ຄົນເຈັບຜູ້ໜຶ່ງມີອາການໜັກ ແລະ ເກືອບຮ້ອຍຄົນຖືກກັກບໍລິເວນ.
ປີ 2025 ປະ​ລິ​ມານການ​ຂາຍ​ໄຟ​ຟ້າ​ໃນ​ຕະຫຼາດ​​ທົ່ວປະເທດຈີນ​ບັນ​ລຸ​ເຖິງ 6,600 ຕື້​ກິ​ໂລ​ວັດ​ໂມງ

ປີ 2025 ປະ​ລິ​ມານການ​ຂາຍ​ໄຟ​ຟ້າ​ໃນ​ຕະຫຼາດ​​ທົ່ວປະເທດຈີນ​ບັນ​ລຸ​ເຖິງ 6,600 ຕື້​ກິ​ໂລ​ວັດ​ໂມງ

ຂ່າວສານຊີອາໄອລາຍງານໃນວັນທີ 25 ມັງກອນ ຜ່ານມາວ່າ: ອົງການພະລັງງານແຫ່ງຊາດຈີນໄດ້ເຜີຍແຜ່ຂໍ້ມູນໂດຍສະແດງໃຫ້ເຫັນວ່າ, ປີ 2025 ຕະຫຼາດໄຟຟ້າທົ່ວປະເທດຈີນໄດ້ສຳເລັດການຄ້າຂາຍໄຟຟ້າ 6,639.4 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 7.4% ເມື່ອທຽບໃສ່ປີ 2024, ກວມເອົາ 64% ຂອງປະລິມານການນຳໃຊ້ໄຟຟ້າທົ່ວສັງຄົມຈີນ, ເພີ່ມຂຶ້ນ 1.3% ເມື່ອທຽບໃສ່ປີ 2024.
ຫວຽດນາມ ຍູ້​ແຮງ​ໜ້າ​ທີ່​ຈຸດ​ສຸມ​ປະ​ຕິ​ບັດ​ເປົ້າ​ໝາຍການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2026

ຫວຽດນາມ ຍູ້​ແຮງ​ໜ້າ​ທີ່​ຈຸດ​ສຸມ​ປະ​ຕິ​ບັດ​ເປົ້າ​ໝາຍການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2026

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 25 ມັງກອນ ຜ່ານມາວ່າ: ທ່ານ ຟ້າມມິງຈິງ ນາຍົກລັດ ຖະມົນຕີຫວຽດນາມ ຫາກໍລົງນາມໃນຈົດໝາຍລັດຖະການ ສະບັບເລກທີ 06 ອອກວັນທີ 24 ມັງກອນ 2026 ກ່ຽວກັບການຍູ້ແຮງບາງໜ້າທີ່, ມາດຕະການຈຸດສຸມ ແນໃສ່ປະຕິບັດເປົ້າໝາຍການເຕີບໂຕເສດຖະກິດປີ 2026 ຊຶ່ງເປັນປີທີ່ມີຄວາມໝາຍສຳຄັນເປັນພິເສດ, ປີທໍາອິດຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ (2026 – 2030) ແລະ ເລີ່ມຕົ້ນສັງກາດການພັດທະນາໃໝ່ຂອງປະເທດຊາດ.
ເພີ່ມເຕີມ