ທ່ານເລຂາທິການໃຫຍ່ລະບຸວ່າ: ຜ່ານ 96 ລະດູບານໃໝ່ນັບແຕ່ເວລາສ້າງຕັ້ງ, ພິເສດແມ່ນ 80 ກວ່າປີ ພັກກຳອຳນາດ, ພັກກອມມູນິດ ຫວຽດນາມ ໄດ້ພິສູດໃຫ້ເຫັນພະລັງຊີວິດທີ່ໜຽວແໜ້ນ, ຄຸນທາດທີ່ເດັດດ່ຽວ ແລະ ເສັ້ນທາງນຳພາທີ່ຖືກຕ້ອງ, ນຳການປະຕິວັດຫວຽດນາມ ບັນລຸຈາກໄຊຊະນະນີ້ ຫາໄຊຊະນະອື່ນ. ເສັ້ນທາງ 96 ປີຜ່ານມາໄດ້ຢັ້ງຢືນວ່າ: ບໍ່ມີກຳລັງການເມືອງໃດນອກເໜືອຈາກພັກກອມມູນິດ ຫວຽດນາມ ມີອິດທິພົນຊື່ສຽງ, ມີຄວາມເກັ່ງກ້າສາມາດ ແລະ ຄຸນທາດໃນການນຳພາປະຕິວັດ ດ້ວຍເປົ້າໝາຍເພື່ອປະຊາຊົນ. ບົດບາດກຳອຳນາດ ແລະ ການນຳພາຢ່າງຮອບດ້ານຂອງພັກແມ່ນປັດໄຈຕັດສິນທຸກໄຊຊະນະຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ