ກະຊວງ ຮສສ ມອບເງິນ 100 ລ້ານກີບ ໃຫ້ກອງທຶນໄພພິບັດ

ກະຊວງ ຮສສ ມອບເງິນ 100 ລ້ານກີບ ໃຫ້ກອງທຶນໄພພິບັດ
ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຢູ່ແຂວງບໍລິຄຳໄຊ ໃນວັນທີ 4 ຕຸລາ ຜ່ານມາ ຊຶ່ງທ່ານໄດ້ເຂົ້າພົບ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ເພື່ອແຈ້ງຈຸດປະສົງໃຫ້ທ່ານເຈົ້າແຂວງ ໄດ້ຮັບຊາບ ພ້ອມສະເໜີໃຫ້ຊຸກຍູ້ວຽກງານຕ່າງໆຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ໃຫ້ຫຼາຍຕື່ມ ເປັນຕົ້ນ: ວຽກງານການຂຶ້ນທະບຽນແຮງງານ, ການຄຸ້ມຄອງແຮງງານທັງພາຍໃນ ແລະ ຕ່າງປະເທດ, ການຮັບມືກັບໄພພິບັດ ແລະ ວຽກງານລະເບີດບໍ່ທັນແຕກ ຢູ່ພາຍໃນແຂວງ ພ້ອມນີ້ ທ່ານລັດຖະມົນຕີ ຮສສ ຍັງໄດ້ນຳເງິນ ຈຳນວນ 100 ລ້ານກີບ ມອບໃຫ້ກອງທຶນໄພພິບັດແຂວງຕື່ມອີກ ເພື່ອນຳໃຊ້ເຂົ້າໃນວຽກງານໄພພິບັດຕ່າງໆພາຍໃນແຂວງໃຫ້ທວ່ງທັນກັບສະພາບການ.
ຈາກນັ້ນ, ທ່ານ ນາງ ໃບຄຳ ຂັດທິຍະ  ກໍໄດ້ເຂົ້າຮ່ວມເປັນປະທານກອງປະຊຸມພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ໂດຍມີ ທ່ານ ແສງເພັດ ມູນລະໄມ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີພະນັກງານ ຮສສແຂວງ ເຂົ້າຮ່ວມ. ໂອກາດ ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ໂອ້ລົມເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີ ການຫັນປ່ຽນຢ່າງເລິກເຊິງຮອບດ້ານ, ໂປ່ງໃສແບບມືອາຊີບ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ, ປັບປຸງແບບແຜນວິທີການເຮັດວຽກ ບົນຫຼັກການນໍາພາລວມສູນປະຊາທິປະ ໄຕ, ການນໍາພາເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີການຕິດຕາມ, ກວດກາ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ, ແກ້ໄຂບັນຫາທີ່ຄົງຄ້າງຢ່າງເປັນລະບົບ ເພື່ອເຮັດໃຫ້ທຸກວຽກງານສາມາດຂັບເຄື່ອນໄປຂ້າງໜ້າໄດ້ເປັນຢ່າງດີ ເປັນຕົ້ນແມ່ນວຽກການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ ໃນການເຄື່ອນຍ້າຍແຮງງານຢ່າງຖືກຕ້ອງ ແລະ ໃຫ້ໄດ້ຮັບການປົກປ້ອງສິດຜົນປະໂຫຍດເປັນຢ່າງດີ, ວຽກງານສີມືແຮງງານ ເປັນໃຈກາງໃນການປະສານສົມທົບກັບພາກສ່ວນຕ່າງໆ ໂດຍຝຶກອົບຮົມວິຊາຊີບ ໃຫ້ແກ່ປະຊາຊົນແຮງງານລາວ ເຊັ່ນ: ການປູກ-ການລ້ຽງ ຜະລິດເປັນສິນຄ້າ, ການບໍລິການ ແລະ ການຄ້າຂາຍໃຫ້ເປັນສິນຄ້າປະຈຳທ້ອງຖິ່ນຕ່າງໆ ເພື່ອພັດທະນາວິຊາຊີບ ໃຫ້ປະຊາຊົນໄດ້ມີວຽກເຮັດງານທຳ ສ້າງລາຍຮັບເຂົ້າໃນຄອບຄົວ. ພ້ອມນີ້, ວຽກງານປະກັນສຸຂະພາບ ກໍໃຫ້ເປັນລະບົບການບໍລິການ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ປະກັນຕົນ ສິ່ງສຳຄັນຫັນການບໍລິການພາກລັດໄປສູ່ສັງຄົມ ແມ່ນຕ້ອງໄດ້ຄົ້ນຄວ້າ, ເຊື່ອມຊຶມ ບັນດານິຕິກຳຕ່າງໆຂອງຂະແໜງ ຮສສ  ແລະ ຂອງແຂວງ ຕິດພັນກັບການກຳນົດແຜນຕຳແໜ່ງງານ, ບຳລຸງສ້າງ ພະນັກງານ ເພື່ອສ້າງບຸກຄະລາກອນໃຫ້ມີຄວາມຮູ້ ຄວາມສາມາດ ເພື່ອຮອງຮັບກັບວຽກງານໃນຂະແໜງການຂອງຕົນໃຫ້ດີຂຶ້ນເປັນກ້າວໆ. 
ພ້ອມດຽວກັນນີ້, ທ່ານ ນາງ ໃບຄຳ ຂັດທິຍະ  ແລະ ທ່ານ ເຈົ້າແຂວງ ຍັງໄປຢ້ຽມມຢາມ ແລະ ຊຸກຍູ້ວຽກແຮງງານ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5  ແຂວງບໍລິຄຳໄຊ ຫາ ຈັງຫວັດບຶງການ ປະເທດໄທ ອີກດ້ວຍ.
(ຂ່າວສານຮສສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ວັນທີ 4 ສິງຫານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມ ດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ໃນວັນທີ 3 ສິງຫາຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ຊຶ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ໂດຍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ: ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ວັນທີ 31 ກໍລະກົດ ຜ່າມານີ້, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍະເດດ ໄຊຍະວົງ ຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈຳຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການເພື່ອເສລີພາບຂອງບັນດາຊາດ ຜ່ານວິດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 13 ພັກການເມືອງ ຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ.
ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ໃນທ້າຍອາທິດນີ້, ຄະນະບໍລິຫານງານສະຫະພັນ (ສພ) ແມ່ຍິງ ເມືອງເງິນ ແຂວງໄຊຍະບູລີ ໄດ້ສົບທົບ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນເມືອງ, ນໍາພາໂດຍທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ທີມງານຄະນະບໍລິຫານງານສະຫະພັນແມ່ຍິງເມືອງເງິນ ໄດ້ລົງມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດນ້ຳຖ້ວມ ເຮືອນປະຊາຊົນ
ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ ແມ່ນວຽກງານອັນໜຶ່ງທີ່ສໍາຄັນ. ໃນປະຫວັດສາດຂອງໜັງສືພິມປະຕິວັດ ນັບແຕ່ມື້ກໍ່ຕັ້ງ ກໍເຮັດໜ້າທີ່ໃນການຍ້ອງຍໍຊົມເຊີຍ ປຸກລະດົມນັກປະຕິວັດ, ນັກຮົບຜູ້ອາດຫານ ແລະ ປະຊາຊົນຜູ້ອຸທິດເຫຼື່ອແຮງ ສະຕິປັນຍາ ຊ່ວຍໜູນນັກຮົບຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນຕ່າງຊາດ ແລະ ລູກມືຂອງພວກເຂົາ. ຂະນະດຽວກັນ ກໍຕໍານິວິຈານ ໂທດກໍາອັນໂຫດຮ້າຍປ່າເຖື່ອນຂອງພວກເຂົາ ທີ່ມີຕໍ່ປະຊາຊົນລາວ ທໍາລາຍຕໍ່ຜືນແຜ່ນດິນອັນສັກກາລະບູຊາຂອງປະຊາຊົນລາວບັນດາເຜົ່າ.
ຕລຊລ ກ້າວເຂົ້າສູ່ການລົງທຶນປີ 2025

ຕລຊລ ກ້າວເຂົ້າສູ່ການລົງທຶນປີ 2025

ເມື່ອບໍ່ດົນມານີ້, ຕະຫຼາດຫຼັກຊັບລາວ ໄດ້ຈັດງານສໍາມະນາ ພາຍໃຕ້ຫົວຂໍ້ “ກ້າວເຂົ້າສູ່ການລົງທຶນໃນ ຕະຫຼາດຫຼັກຊັບລາວ ປະຈໍາປີ 2025” ແລະ ມອບຮັບລາງວັນການແຂ່ງຂັນຊື້ຂາຍຮຸ້ນປະຈໍາປີ 2024-2025 ຊຶ່ງດຳເນີນມາແຕ່ວັນທີ 10 ຕຸລາ 2024 ແລະ ສຳເລັດລົງ ໃນວັນທີ 30 ມິຖຸນາ 2025 ຜ່ານມາ ທີ່ຕຶກ ຕລຊລ ພາຍໃຕ້ການເປັນປະທານ ຂອງທ່ານ ສຽວສະຫວາດ ທີລະກຸນ ຜູ້ອໍານວຍໃຫຍ່ຕະຫຼາດຫຼັກຊັບລາວ (ຕລຊລ) ໂດຍມີຄະນະນໍາ ຈາກພາກສ່ວນກ່ຽວຂ້ອງ, ບັນດາບໍລິສັດຫຼັກຊັບ, ວິທະຍາກອນ ແລະ ສຳມະນາກອນ ເຂົ້າຮ່ວມ.
ມອບ-ຮັບໂຄງການກໍ່ສ້າງສູນດັບເພີງ ປກສ ແຂວງຜົ້ງສາລີ

ມອບ-ຮັບໂຄງການກໍ່ສ້າງສູນດັບເພີງ ປກສ ແຂວງຜົ້ງສາລີ

ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງຜົ້ງສາລີ, ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງສູນດັບເພີງ ປກສ ແຂວງຜົ້ງສາລີຂຶ້ນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ບຸນລຽນ ແສນວົງ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ເຫຼັກ ສຸກສັນ ອຳນວຍການບໍລິສັດ ບຸນທະວີໄຊ ກໍ່ສ້າງ, ສ້ອມແປງເຄຫະສະຖານ, ຕະຫຼອດຮອດນາຍຕຳຫຼວດພາຍໃນພະແນກກໍ່ສ້າງ-ຊັບສິນ ຫ້ອງພະລາທິການ ປກສ ແຂວງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ເພີ່ມເຕີມ