ກຳນົດລາຍການສິນຄ້າດ້ວຍມາດຕະການອະນຸຍາດໃຫ້ນໍາເຂົ້າໄດ້ແຕ່ດ່ານສາກົນ

ກະຊວງ ກປຈະກຳນົດລາຍການສິນຄ້າດ້ວຍມາດຕະການອະນຸຍາດໃຫ້ນໍາເຂົ້າໄດ້ແຕ່ດ່ານສາກົນ

ກະຊວງ ກປຈະກຳນົດລາຍການສິນຄ້າດ້ວຍມາດຕະການອະນຸຍາດໃຫ້ນໍາເຂົ້າໄດ້ແຕ່ດ່ານສາກົນ
ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2024 ໃນລະຫວ່າງວັນທີ 6-7 ມັງກອນຜ່ານມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້(ກປ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ:ໃນໄລຍະ 1 ປີ

 

 ຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຸ້ນຂ້ຽວ ສືບຕໍ່ສຸມໃສ່ຊຸກຍູ້ ແລະ ສົ່ງເສີມ ການຜະລິດສະບຽງອາຫານທີ່ຈຳເປັນ ແລະ ເປັນພື້ນຖານຂອງພວກເຮົາຄື: ການຜະລິດເຂົ້າ, ຊີ້ນ, ໄຂ່ໄກ່, ປາ ແລະ ພືດຜັກ (ຕາມທີ່ໄດ້ກໍານົດໄວ້ໃນ ມະຕິ 19/ກມສພ ທີ່ມອບ ໝາຍໃຫ້ ກະຊວງກະສິກຳ ແລະ ປ່າໄມ້). ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນໄດ້ວ່າ ໂດຍລວມແມ່ນ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການບໍລິໂພກພາຍໃນໄດ້ໂດຍພື້ນຖານ,ສໍາລັບບາງແຂວງທີ່ຍັງບໍ່ສາມາດຜະລິດບາງພືດສະບຽງອາຫານໄດ້ພຽງພໍ ກໍໄດ້ມີການດຸ່ນດ່ຽງຈາກແຂວງໃກ້ຄຽງ. ໂຕເລກການຜະລິດໃນປີຜ່ານມາ ສາມາດສະຫຼຸບໄດ້ ດັ່ງນີ້:ຜະລິດເຂົ້າເປືອກໄດ້ 3.7 ລ້ານໂຕນ ບັນລຸຕາມແຜນ ເຫຼືອກິນ ແລະແຮໄວ້,ຜະລິດສະບຽງອາຫານໄດ້ 2.6 ລ້ານໂຕນ, ລື່ນແຜນການ 6%,ຜະລິດເປັນສິນຄ້າໄດ້ 11ລ້ານໂຕນ, ລື່ນແຜນການ 12.9%,ຜະລິດຊີ້ນ, ໄຂ່ ແລະ ປາໄດ້ 554,600 ໂຕນ, ບັນລຸຕາມແຜນການ,ແຕ່ກໍຍອມຮັບວ່າ: ຍັງມີບາງເມືອງ ຂອງແຂວງຈຳນວນໜຶ່ງຕາມຊາຍແດນ, ບັນດາໂຮງແຮມ ແລະ ໂຄງການຂອງຕ່າງປະເທດ ຍັງນໍາເຂົ້າບາງລາຍການ ສິນຄ້າກະສິກຳໝວດອາຫານ ຈາກຕ່າງປະເທດ, ແຕ່ແນວໃດກໍຕາມ ເຫັນວ່າການນໍາເຂົ້າສິນຄ້າກະສິກຳໝວດອາຫານ ເປັນຕົ້ນແມ່ນໝາກໄມ້, ພືດຜັກ ໃນປີ 2024 ຜ່ານມາ ມີມູນຄ່າທັງໝົດ ປະມານ 6 ລ້ານກວ່າໂດລາ ທຽບໃສ່ປີ 2023 ແມ່ນຫຼຸດລົງ 3 ລ້ານກວ່າໂດລາ,ການຜະລິດທົດແທນການນໍາເຂົ້າ ດ້ານປັດໄຈການຜະລິດ ແມ່ນລື່ນແຜນການຄື:ຫົວອາຫານສັດ ສາມາດປະຕິບັດໄດ້ 475,000 ກວ່າໂຕນ ເທົ່າກັບ 91% ຂອງການສະໜອງຫົວອາຫານສັດ ຢູ່ຕະຫຼາດພາຍໃນ (ມະຕິສະພາແຫ່ງຊາດ ໃຫ້ໄດ້ຫຼາຍກວ່າ 70%); ຝຸ່ນຊີວະພາບ ສາມາດປະຕິບັດໄດ້ 1,300,000 ໂຕນ, ເທົ່າກັນ 65% ຂອງການສະໜອງ ຝຸ່ນຊີວະພາບ ຢູ່ຕະຫຼາດພາຍໃນ (ມະຕິສະພາແຫ່ງຊາດ 50%).ແຕ່ແນວໃດກໍຕາມ ສິນຄ້າກະສິກຳຫຼັກທີ່ພວກເຮົານໍາເຂົ້າແມ່ນ ໝວດວັດຖຸດິບເພື່ອການປຸງແຕ່ງ ເປັນຕົ້ນ: ກະຖິນນະລົງ, ກາກຖົ່ວເຫຼືອງ, ກາກທັນຍະພືດ, ກາກສາລີ.

ທ່ານກ່າວຕື່ມວ່າ:ໃນຕໍ່ໜ້າຂະແໜງການຈະໄດ້ສຸມໃສ່ ບັນດາໜ້າວຽກຕ່າງໆ ເປັນຕົ້ນ:ສືບຕໍ່ຜັນຂະຫຍາຍ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 1115/ຫສນຍ, ກຳນົດລາຍການສິນຄ້າທີ່ສາມາດຜະລິດໄດ້ພາຍໃນ ດ້ວຍມາດຕະການອະນຸຍາດໃຫ້ນໍາເຂົ້າໄດ້ສະເພາະແຕ່ດ່ານສາກົນເທົ່ານັ້ນ, ບໍ່ອະນຸຍາດໃຫ້ນໍາເຂົ້າຜ່ານດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ເພື່ອໃຫ້ສາມາດຄຸ້ມຄອງໄດ້ ທັງປະລິມານ ແລະ ຄຸນນະພາບຂອງສິນຄ້ານໍາເຂົ້າ ພ້ອມທັງເປັນການປົກປ້ອງ ແລະ ສົ່ງເສີມການຜະລິດພາຍໃນ; ໃນນັ້ນ:ສຳລັບການຈັດຕັ້ງຜັນຂະຫຍາຍມະຕິ04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຫຼື (ສອຈ),ໂດຍ ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ຜັນຂະຫຍາຍ ເຂົ້າໃນແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນແຕ່ລະໄລຍະ ໂດຍສະເພາະ ແມ່ນແຜນການປີ 2025, ແຜນການ 5 ປີ ຄັ້ງທີ IX (2026-2030) ແລະ ຍຸດທະສາດພັດທະນາກະສິກໍາ ຮອດປີ 2035, ວິໄສທັດ 2050, ໂດຍໄດ້ກໍານົດອອກເປັນແຜນງານ, ແຜນການ ແລະ ໂຄງການລະອຽດ ໃນບັນດາໜ້າວຽກຈຸດສຸມ ດັ່ງນີ້:ໄດ້ມີການກຳນົດແຜນງານຜະລິດເປັນສິນຄ້າຄືນໃໝ່ ໂດຍໃຫ້ມີການຕິດພັນກັບການປຸງແຕ່ງ ເພື່ອໃຫ້ກຸ້ມຕົນເອງໃນການສະໜອງຜົນຜະລິດກະສິກຳພາຍໃນໃຫ້ພຽງພໍ ແລະ ສ້າງເປັນສິນຄ້າສົ່ງອອກໄດ້,ກໍານົດນະໂຍບາຍສະເພາະ ເພື່ອເຮັດໃຫ້ການຜະລິດບັນດາປັດໄຈການຜະລິດໃຫ້ພຽງພໍ ໂດຍສຸມໃສ່ການຜະລິດແນວພັນພືດ ແລະ ສັດ, ຝຸ່ນ, ຫົວອາຫານສັດ ແລະ ອື່ນໆ ໃຫ້ເປັນ ເຈົ້າຕົນເອງ ແລະ ສາມາດສະໜອງໃຫ້ພາຍໃນພຽງພໍ ເພື່ອຫຼຸດຜ່ອນການນໍາເຂົ້າ ທັງຫຼຸດຕົ້ນທຶນການຜະລິດ, ສາມາດແຂ່ງຂັນໄດ້, ໂດຍໄດ້ມອບໃຫ້ບັນດາກົມວິຊາການ ສ້າງເປັນໂຄງການ ຜະລິດແນວພັນຂອງຕົນ ໃນແຕ່ລະປີ, ເພີ່ມທະວີຈັດສັນເຂດການຜະລິດ ໃຫ້ສອດຄ່ອງກັບຈຸດພິເສດຂອງແຕ່ລະທ້ອງຖິ່ນ, ສືບຕໍ່ຍູ້ແຮງການປັບປຸງກໍາລັງການຜະລິດ ດ້ວຍການຈັດຕັ້ງເປັນກຸ່ມການຜະລິດ, ເປັນສະຫະກອນແບບໃໝ່, ເອົາໃຈໃສ່ສະໜອງປັດໄຈການຜະລິດ ເພື່ອເຮັດໃຫ້ຜູ້ປະກອບການມີຄວາມເຂັ້ມແຂງ, ສືບຕໍ່ສຸມໃສ່ດຸ່ນດ່ຽງການຜະລິດ ການບໍລິໂພກ ໂດຍສົມທົບກັບພະແນກກະກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ໃນການສຶກສາ ແລະ ເກັບກຳຂໍ້ມູນກ່ຽວກັບ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ອັນໃດສາມາດກຸ້ມຕົນເອງ, ອັນໃດຍັງບໍ່ສາມາດກຸ້ມຕົ້ນ ແລະ ອັນໃດເຫຼືອ ເພື່ອໃຫ້ສາມາດກຳນົດເປັນໂຄງການໃນການສົ່ງເສີມໃຫ້ຖືກເປົ້າໝາຍ ແລະ ພັດທະນາບັນດາສູນສົ່ງເສີມ, ສູນຄົ້ນຄວ້າໃຫ້ມີຄວາມເຂັ້ມແຂງ ສາມາດເປັນເຈົ້າການ ຮັບປະກັນທາງດ້ານເຕັກນິກ, ການຜະລິດແນວພັນ ເພື່ອສະໜອງ ແລະ ຊຸກຍູ້ສົ່ງເສີມການ ຜະລິດຂອງປະຊາຊົນ ໃຫ້ໄດ້ຫຼາຍຂຶ້ນ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ການຮ່ວມມືອາຊຽນ (ASEAN) ເປັນວຽກງານໜຶ່ງທີ່ສຳຄັນທີ່ເປັນພັນທະຂອງຂະແໜງການປູກຝັງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ໂດຍສະເພາະແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ຄູ່ຮ່ວມມືພັດທະນາ ບັນດາປະເທດສາມະຊິກອາຊຽນຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ເພື່ອພັດທະນາວຽກງານບຸລິມະສິດ ຂອງຂະແໜງການປູກຝັງທີ່ມີຄວາມຈຳເປັນໃນການສະໜັບສະໜູນ ຈັດຕັ້ງປະຕິບັດວຽກງານບຸລິມະສິດ ຂະແໜງການປູກຝັງກັບອາຊຽນ; ດັ່ງນັ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ ປີ 2025
ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄະນະກຳມະການດ້ານໂພຊະນາການຂັ້ນແຂວງປະຈຳປີ 2025 ແລະ ແຜນປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ທັງເປັນຮອງປະທານຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຂັ້ນແຂວງ, ເມືອງ, ຕ່າງຫນ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ທ່ານ ນາງ ສິຣິຄຸນ ພູມລາວັນ ຜູ້ອໍານວຍການໂຮງງານນໍ້າດື່ມໂອວີ້ ຮອງປະທານສະມາຄົມນັກທຸລະກິດແມ່ຍິງລາວ ປະທານສະຫະພັນແມ່ຍິງຂອງສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນໂອກາດເຂົ້າຮ່ວມເປີດງານເທດສະການອາຫານລາວ ເມື່ອບໍ່ດົນຜ່ານມາ, ກ່ອນອື່ນທ່ານໄດ້ເລົ່າໃຫ້ຮູ້ກ່ຽວກັບການມາສ້າງຕັ້ງເປັນໂຮງງານນໍ້າດື່ມໂອວີ້ ຍ້ອນໄດ້ຊື່ເອີ້ນມາຈາກຊື່ຫຼານຊາຍໂອວີ້, ໂອວີ້ໝາຍເຖິງຊີວິດ ນໍ້າດື່ມໂອວີ້ ກໍເປັນສ່ວນໜຶ່ງໃນການລໍ່ລ້ຽງຊີວິດຂອງຄົນເຮົາ ຄືດັ່ງສະໂລແກນທີ່ວ່າ: ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ.
ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ໃນຕອນເຊົ້າຂອງ ວັນທີ 28 ມັງກອນ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການກວດສອບແຫ່ງລັດ (ອກລ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ໂດຍສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານອົງການກວດສອບແຫ່ງລັດ. ເຂົ້າຮ່ວມຮັບຟັງມີ ຄະນະບໍລິຫານງານສະຫະພັນກໍາມະບານ, ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານອົງການກວດສອບແຫ່ງລັດ ທັງໝົດເຂົ້າຮ່ວມຮັບຟັງ
ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ຈາກຜົນໄດ້ຮັບຂອງກອງປະຊຸມລະດັບສາກົນ ໃນການປຶກສາຫາລື ກ່ຽວກັບການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ (LAAES) ໃນເດືອນຕຸລາ ປີ 2025 ຜ່ານມາ, ໄດ້ສຳເລັດການປຶກສາຫາລື ຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຊຶ່ງຜົນຂອງກອງປະຊຸມເຫຼົ່ານັ້ນ ໄດ້ສະແດງເຖິງ ຄວາມເປັນເອກະພາບສູງ ແລະ ເຫັນໄດ້ເຖິງຄວາມຈຳເປັນພາວະວິໄສທີ່ຈະຕ້ອງໄດ້ຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນວັນທີ 23 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ.
ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ຂຶ້ນໃນວັນທີ 28 ມັງກອນ ນີ້ທີ່ ສປສສ ໃຫ້ກຽດປາຖະກະຖາໂດຍ ທ່ານ ພົຈວ ສຸລິນພອນ ຄຳພິຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ຂຸນສຸວັນ ສຸທຳມະວົງ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານອ້ອມຂ້າງ ສປສສ ເຂົ້າຮ່ວມຮັງຟັງ.
ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026, ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ.
ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມ ເປີດງານເທດສະການອາຫານລາວ 2026. ທ່ານ ນາງ ຈໍາປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ທັງເປັນຜູ້ອຳນວຍການບໍລິສັດເອອີຊີການຄ້າ ຈຳກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງງານເທດສະການອາຫານລາວ. ປີນີ້ພວກເຮົາຈັດເປັນປີທີ 21 ແລ້ວ ພາຍໃຕ້ຫົວຂໍ້: ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ. ງານໃນຄັ້ງນີ້ໄດ້ລວມເອົາຜະລິດຕະພັນລາວມາຈາກ 18 ແຂວງວາງສະແດງ-ຂາຍ ຊຶ່ງແຕ່ລະແຂວງກໍມີເອກະລັກຕ່າງກັນເຊັ່ນ: ແຂວງສະຫວັນນະເຂດກໍມີ ປີ້ງໄກ່ເຊໂນ; ແຂວງອັດຕະປື ໝົກຊີ້ນໝູໃສ່ໃບຫຸ່ງ. ແຂວງໄຊສົມບູນ (ເຂດພິເສດ) ຕຸນໄກ່ດໍາໃສ່ຢາພື້ນເມືອງຂອງພີ່ນ້ອງລາວສູງ ຈະຊ່ວຍໃຫ້ແມ່ຢູ່ກຳໜຸ່ມ.
ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກຳມະບານລາວ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະ ກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງ ເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ  + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ກ່ອນອື່ນຢາກເຂົ້າໃຈ ສິດເປັນເຈົ້າອໍານາດລັດແມ່ນແນວໃດນັ້ນ, ພວກເຮົາຈົ່ງຮັບຮູ້ ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບ ຄໍາສັບທີ່ວ່າ: ອຳນາດລັດແມ່ນແນວໃດ ເສຍກ່ອນ. ອຳນາດລັດ ທີ່ນີ້ໝາຍເຖິງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ປະທານປະເທດ, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທັງໝົດເຫຼົ່ານັ້ນ ເອີ້ນວ່າອໍານາດລັດ ຫຼື ອົງການອໍານາດລັດ.
ເພີ່ມເຕີມ