ໃນວັນທີ31ສິງຫາ2026, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານນາງ ຄາມິລາ ຜູ້ຈັດການປະຈຳພາກພື້ນອາຊີ ແລະ ປາຊີຟິກ ພ້ອມດ້ວຍຄະນະຊ່ຽວຊານທະນາຄານໂລກ ແລະ ຄະນະຈາກສູນກາງ ເຂົ້າພົບປະທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ
ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທິປະຖາກະຖາ 4 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ(13 ສິງຫາ 1950 – 13 ສິງຫາ 2026), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ(15 ສິງຫາ 1991 - 15 ສິງຫາ 2026), ວັນຍຶດອໍານາດ(23 ສິງຫາ 1945 ແລະ 23 ສິງຫາ 1975 – 23 ສິງຫາ 2026 )ຄົບຮອບ 81 ປີແລະ 51 ປີ, ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ (13 ສິງຫາ 1950 – 13 ສິງຫາ 2026) ຄົບຮອບ 76 ປີ, ໃນວັນທີ 31 ສິງຫານີ້ ໂດຍການເປັນປະທານຂອງທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງ ແຕ່ທາງແຍກເສັ້ນ ທາງເລກທີ 13 ໃຕ້ ຫາ ດົງກະລໍ ມຸ່ງສູ່ດ່ານສາກົນໜອງນົກຂຽນ - ຕຣາປຽງກຽນ ຊາຍແດນລາວ-ກຳປູເຈຍ ເພື່ອພັດທະນາພື້ນຖານໂຄງລ່າງເຊື່ອມຈອດພາກພື້ນ.
ໃນລະຫວ່າງວັນທີ 29-30 ສິງຫາຜ່ານມາ, ເນື່ອງຈາກມີຝົນຕົກໜັກຢ່າງຕໍ່ເນື່ອງສົ່ງຜົນໃຫ້ເກີດນໍ້າຖ້ວມໃນຫຼາຍເຂດຂອງແຂວງອຸດົມໄຊ ແລະ ບ້ານວຽງສາ ກໍເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບຫຼາຍສົມຄວນ ໂດຍສະເພາະ ບໍລິເວນໂຮງຮຽນສາມັນກິນນອນຊົນເຜົ່າ, ເຮືອນພັກຄູ-ອາຈານ ແລະ ບ້ານເຮືອນຂອງປະຊາຊົນ ເນື່ອງຈາກພື້ນທີ່ດັ່ງກ່າວຕັ້ງຢູ່ຕິດກັບນ້ຳກໍ ແລະ ນ້ຳຫ້ວຍ. ປັດຈຸບັນປະຊາຊົນ ແລະ ຫຼາຍພາກສ່ວນ ໂດຍສະເພາະກຳລັງທະ ຫານໄດ້ຊ່ວຍກັນອະນາໄມ ແລະ ຟື້ນຟູຢ່າງເຕັມທີ່.
ໃນວັນທີ 31 ສິງຫານີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວຕິດຕາມເບິ່ງສະພາບນໍ້າຖ້ວມ ແລະ ໃຫ້ທິດຊີ້ນຳໃນການແກ້ໄຂໄພພິບັດຢູ່ແຂວງຫຼວງນໍ້າທາ, ໃຫ້ກຽດ ຕ້ອນຮັບຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມ ດ້ວຍຄະນະທີ່ສະໝາມບິນ ກອງບັນຊາການທະຫານແຂວງຫຼວງນໍ້າທາ.
ເນື່ອງຈາກຝົນຕົກໜັກຢ່າງຕໍ່ເນື່ອງໃນຫຼາຍພື້ນທີ່ຂອງແຂວງອຸດົມໄຊ ໃນລະຫວ່າງວັນທີ 29-30 ສິງຫາ 2026 ເຮັດໃຫ້ເກີດມີນໍ້າຖ້ວມຊຸ, ດິນສະໄລ້, ນ້ຳໄຫຼເຊາະ ແລະ ຕົ້ນໄມ້ລົ້ມຫຼາຍຈຸດ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ ລະບົບຕາຂ່າຍໄຟຟ້າ, ເສົາໄຟຟ້າ. ອີງຕາມການລາຍງານເບື້ອງຕົ້ນຈາກລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊໃນວັນທີ 31/8/2026 ກ່ຽວກັບຜົນເສຍຫາຍຂອງລະບົບຕາຂ່າຍໄຟຟ້າໃຫ້ຮູ້ວ່າ: ເຂດເມືອງໄຊ ສະພາບໄຟຟ້າໃນຂົງເຂດດັ່ງກ່າວພົບເຫັນຈຸດທີ່ໄດ້ຮັບຜົນກະທົບທັງໝົດ 5 ຈຸດຄື: ເສົາ 12 ແມັດລົ້ມຫັກຈໍານວນ 3 ຕົ້ນ ຢູ່ເຂດບ້ານທ້ຽວ, ດິນສະໄລ້ ເຮັດໃຫ້ຕົ້ນໄມ້ໃຫຍ່ລົ້ມທັບຕາຂ່າຍໄຟຟ້າ F5 ສະຖານີນາແລ ຢູ່ເຂດບ້ານຫ້ວຍຂຸມ, ເສົາຕາຂ່າຍເຂົ້າໝໍ້ແປງບ້ານກັດລົ້ມ 1 ຕົ້ນ, ນໍ້າໄຫຼຊຸຕີນເສົາ ເຮັດໃຫ້ເສົາໄຟຂອງສາຍແຈກ F2 ຂອງສະຖານີນາແລ ເນີ້ງຢູ່ເຂດບ້ານລ້ອງກໍເດື່ອ, ເສົາຕາຂ່າຍເຂົ້າໂຮງຂົບຫີນເອກະຊົນລົ້ມຢູ່ເຂດບ້ານນາແສນຄໍາ. ປັດຈຸບັນສາມາດສ້ອມແປງສໍາເລັດທັງ 4 ຈຸດ ແລະ ໄດ້ສ້ອມແປງໃຫ້ນໍາໃຊ້ໄດ້ຊົ່ວຄາວ 1 ຈຸດ ສັງລວມແລ້ວມີເສົາຫັກ 3 ຕົ້ນ, ເນີ້ງລົ້ມ 3 ຕົ້ນ ແລະ ເສົາ 8 ແມັດຫັກຈໍານວນ 4 ຕົ້ນ ແລະ ເນີ້ງລົ້ມ 4 ຕົ້ນ ຢູ່ເຂດຫົວນໍ້າບາກ ເຮັດໃຫ້ເຂດຫົວນໍ້າບາກຈໍານວນ 4 ບ້ານບໍ່ມີໄຟຟ້າໃຊ້. ໝໍ້ນັບໄຟເຂດເທສະບານເມືອງໄຊ ທີ່ນໍ້າຍື່ງຖ້ວມອີກຈໍານວນໜຶ່ງທີ່ຍັງຈະຕ້ອງໄດ້ລົງກວດກາຕົວຈິງຕື່ມອີກ.
ໃນວັນທີ 31 ສິງຫານີ້, ທີ່ຫ້ອງວ່າການເມືອງ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ນຳໂດຍທ່ານ ຄຳສະພອນ ໄຊຍະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການແຂວງອຸດົມໄຊ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ
ໃນວັນທີ 31 ສິງຫານີ້, ທ່ານ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ພ້ອມຄະນະ ໄດ້ສືບຕໍ່ລົງຕິດຕາມ, ກວດກາ ແລະ ປະເມີນສະພາບຜົນກະທົບຈາກໄພພິບັດນ້ຳຖ້ວມໃນເຂດເທສະບານເມືອງໄຊ.
ພິທີປາຖະກະຖາວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 44 ປີ (15 ສິງຫາ 1982-15 ສິງຫາ 2026) ຈັດຂຶ້ນໃນວັນທີ 31 ສິງຫານີ້, ທີ່ສະໂມສອນຫຼັກ 4 ແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານ (ຜູ້ປະຈໍາການ) ສະພາປະຊາຊົນແຂວງ, ທ່ານ ແກ້ວວິໄລ ໄຊຍະບຸດ ປະທານແນວລາວສ້າງຊາດແຂວງ, ມີບັນດາການນໍາພັກ-ລັດແຂວງ, ພະນັກງານອາວຸໂສບໍານານ, ບັນດາພະແນກການ, ຂະແໜງການອ້ອມຂ້າງແຂວງເຂົ້າຮ່ວມ.
ພິທີມອບ-ຮັບ ໂຄງການປັບປຸງເສັ້ນທາງເທສະບານຄືນໃໝ່ ພາຍໃນຕົວເມືອງວັງວຽງ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 30 ສິງຫາຜ່ານມາ, ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີຄະນະປະຈຳພັກແຂວງ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ເລຂາພັກເມືອງວັງວຽງ, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ, ບັນດາຫົວໜ້າກົມ, ຮອງກົມ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄໍາເຫັນ