ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ

ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ

ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ
ໃນວັນທີ 9 ເມສາ ນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຜູ້ຊີ້ນຳການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງ ອຄ,

ທ່ານ ບົວຄົງ ນາມມະວົງ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີກຳມະການຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ທ່ານ ມະໄລທອງ ກົມມະສິດລັດຖະມົນຕີ ກະຊວງ ອຄ ເຂົ້າຮ່ວມມີ ຄະນະປະຈຳພັກ, ຮອງລັດຖະມົນຕີ, ຄະນະພັກ, ຄະນະກົມ, ຄະນະພະແນກ ຂອງກະຊວງ ອຄ ແລະ ບັນດາສະຫາຍໃນຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຈາກ ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ.

ທ່ານ ມະໄລທອງ ກົມມະສິດ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງທົ່ວອົງຄະນະພັກກະຊວງ ອຄ ລາຍງານໂດຍສັງເຂບ ສະພາບກົງຈັກການຈັດຕັ້ງຂອງກະຊວງໃນໄລຍະຜ່ານມາ ແລະ ຄວາມຄືບໜ້າການຄົ້ນຄວ້າປັບປຸງກົງຈັກ ຕາມມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ກໍຄື ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025.

ກະຊວງອຸດສາຫະກຳ ແລະ ການຄ້າ ເປັນກົງຈັກໜຶ່ງຂອງລັດຖະບານຊຸດທຳອິດ ທີ່ສ້າງຕັ້ງຂຶ້ນ ພາຍຫຼັງສະຖາປະນາ ສປປ ລາວ ໃນປີ 1975 ແລະ ໄດ້ຮັບການປັບປຸງມາເປັນແຕ່ລະໄລຍະ ອີງໃສ່ໜ້າທີ່ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງການຂະຫຍາຍຕົວຂອງເສດຖະກິດ ແລະ ການພົວພັນກັບສາກົນ.

ປັດຈຸບັນ ກະຊວງ ອຄ ແມ່ນເຄື່ອນໄຫວຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ອຄ ສະບັບເລກທີ 275/ນຍ, ລົງວັນທີ 1 ກັນຍາ 2023 ຊຶ່ງມີພາລະບົດບາດຕົ້ນຕໍໃນການຄຸ້ມຄອງວຽກງານອຸດສາຫະກໍາ, ນິຄົມອຸດສາຫະກໍາ, ຫັດຖະກໍາ, ການຄຸ້ມຄອງເຄມີ, ວຽກງານການຄ້າພາຍໃນ ແລະ ການຄ້າຕ່າງປະເທດ, ການຄ້າຜ່ານເອເລັກໂຕຣນິກ, ການຄຸ້ມຄອງຕະຫຼາດ, ການຄຸ້ມຄອງລາຄາ, ການປົກປ້ອງຜູ້ຊົມໃຊ້, ການສົ່ງເສີມການແຂ່ງຂັນທາງທຸລະກິດ, ການຂຶ້ນທະບຽນວິສາຫະກິດ, ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ; ການອໍານວຍຄວາມສະດວກທາງດ້ານການຄ້າ, ວຽກງານຄົ້ນຄວ້າພັດທະນາອຸດສາຫະກໍາ ແລະ ການຄ້າ ແລະ ວຽກງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ.

ໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງ ປັດຈຸບັນມີ 1 ຫ້ອງການ, 11 ກົມ, 1 ສໍານັກງານ ແລະ 1 ສະຖາບັນ. ຢູ່ຂັ້ນທ້ອງຖິ່ນ ປະກອບມີ 18 ພະແນກ ອຄ ແຂວງ, ນະຄອນຫຼວງ ແລະ 148 ຫ້ອງການ ອຄເມືອງ, ນະຄອນ (ໝາຍວ່າກວມເອົາທຸກເມືອງທົ່ວປະເທດ) ແລະ ມີ 1 ຫ້ອງການອຸດສາຫະກຳ ແລະ ການຄ້າ ປະຈຳເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ມີຖານະທຽບເທົ່າ ຫ້ອງການ ອຄ ເມືອງ.

ວິສາຫະກິດລັດລົງທຶນ ທີ່ຂຶ້ນກັບກະຊວງ ອຄ ມີ 9 ຫົວໜ່ວຍ, ລັດວິສາຫະກິດ ນ້ຳມັນເຊືຶ້ອໄຟລາວ; ລັດວິສາຫະກິດ ລ້ານຊ້າງພັດທະນາ ແລະ ບໍລິການຂາອອກ-ຂາເຂົ້າ; ລັດວິສາຫະກິດ ການຄ້າສາກົນ-ລາວບໍລິການ; ລັດວິສາຫະກິດ ສະໜອງວັດຖຸເຕັກນິກ; ລັດວິສາຫະກິດ ລາວຂາອອອກ-ຂາເຂົ້າ. ບໍລິສັດ ເບຍລາວ ຈຳກັດ; ບໍລິສັດ ຢາສູບລາວ ຈຳກັດ; ບໍລິສັດ ລາວ ວິຕ້າ ພັດທະນາ ຈໍາກັດ; ບໍລິສັດ ຄ້ຳປະກັນສິນເຊື່ອລາວ ຈຳກັດຜູ້ດຽວ;ທົ່ວຂະແໜງ ອຄ ມີລັດຖະກອນ ທັງໝົດ 3.105 ຄົນ (ຍິງ 985 ຄົນ). ໃນນີ້ ຢູ່ຂັ້ນກະຊວງ 625 ຄົນ (ຍິງ 250 ຄົນ); ຂັ້ນແຂວງ 1.080 ຄົນ (ຍິງ 344 ຄົນ) ແລະ ຂັ້ນເມືອງ 1.400 ຄົນ (ຍິງ 391 ຄົນ).

ທົ່ວອົງຄະນະພັກກະຊວງ ອຄ ປະກອບມີ: 19 ໜ່ວຍພັກຮາກຖານ, 1 ຄະນະພັກຮາກຖານ ທີ່ມີ 4 ໜ່ວຍພັກຂຶ້ນກັບ. ມີຄະນະບໍລິຫານງານພັກກະຊວງ ຈໍານວນ 17 ສະຫາຍ (ຍິງ 3 ສະຫາຍ), ຄະນະປະຈໍາພັກກະຊວງ 5 ສະຫາຍ (ຍິງ 1ສະຫາຍ), ມີສະມາຊິກພັກທັງໝົດ ຈໍານວນ 798 ສະຫາຍ (ຍິງ 294 ສະຫາຍ). ໃນນີ້, ມີສະມາຊິກພັກສໍາຮອງ 41 ສະຫາຍ (ຍິງ 18 ສະຫາຍ).

ນັບແຕ່ສ້າງຕັ້ງໃນປີ 1975, ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ການປັບປຸງ ເປັນແຕ່ລະໄລຍະ ອີງໃສ່ໜ້າທີ່ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ຄວາມຄືບໜ້າໃນການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຕາມມະຕິ ເລກທີ 03/ຄບສພ ເພື່ອກະກຽມໃຫ້ແກ່ການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງ ອຄພາຍຫຼັງ ມີມະຕິຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025, ຄະນະພັກ-ຄະນະນຳກະຊວງ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກຂອງກະຊວງ ແລະ ໄດ້ຊີ້ນຳກະກຽມຮອບດ້ານ ພ້ອມນີ້, ກໍໄດ້ຈັດປະຊຸມປຶກສາຫາລື ລະຫວ່າງ ຄະນະປະຈຳພັກ ແລະ ລະຫວ່າງຄະນະນຳ-ຫົວໜ້າກົມ ຫຼາຍຄັ້ງເພື່ອພິຈາລະນາ ປັບປຸງກົງຈັກຕາມທິດຊີ້ນຳຂອງຂັ້ນເທິງ ໄດ້ເປັນເອກະພາບວ່າ ໃນການດຳເນີນການປັບປຸງກົງຈັກ ຕ້ອງເປັນຂະບວນການການຮ່ວມມືສົມທົບແໜ້ນລະຫວ່າງຄະນະຮັບຜິດຊອບຂອງ 2 ກະຊວງ ເພື່ອຄົ້ນຄວ້າອອກແບບອົງກອນກົງຈັກ ທີ່ເໝາະສົມທີ່ສຸດ ສາມາດຕອບສະໜອງໄດ້ການຈັດຕັ້ງປະຕິບັດໜ້າທີ່ທີ່ຖືກມອບໝາຍໃຫ້, ຫຼີກເວັ້ນການຄົ້ນຄວ້າແບບເອກະລາດໃຜລາວ ແລະ ຕ້ອງວິເຄາະໄຈ້ ສັບຊ້ອນວຽກທີ່ຄ້າຍກັນ ເຂົ້າກັນຢ່າງເໝາະສົມ.

ໃນພິທີ ທ່ານ ຄຳພັນ ພົມມະທັດ ໄດ້ມີຄໍາເຫັນ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນສະຫາຍຄະນະພັກ, ຄະນະນຳ, ສະມາຊິກພັກ ແລະ ພະນັກງານຂະແໜງອຸດສາຫະກໍາ ແລະ ການຄ້າ ທີ່ຍາດໄດ້ຜົນສຳເລັດໃນໄລຍະທີ່ຜ່ານມາ ແລະ ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະພັກ, ຄະນະນໍາແຕ່ລະຂັ້ນ ຕ້ອງເພີ່ມທະວີເອົາໃຈໃສ່ ໂດຍໃຫ້ຖືສໍາຄັນນໍາພາວຽກງານການເມືອງ - ແນວຄິດ ຕໍ່ສະມາຊິກພັກ, ພະນັກງານ ພ້ອມທັງຮັບຜິດຊອບໂດຍກົງ ໃນການປັບປຸງກົງຈັກການຈັດຕັ້ງ, ປັບປຸງພາລະບົດບາດ ແລະ ການສັບຊ້ອນຈັດວາງບຸກຄະລາກອນ ໃນຄັ້ງນີ້ໄປຕາມລະບົບ ແລະ ມີຜົນສໍາເລັດຕາມໄລຍະເວລາ, ຮັບປະກັນໄດ້ຄວາມສາມັກຄີ ແລະ ຄວາມສະຫງົບ ແລະ ໃຫ້ບັນດາສະມາຊິກພັກ, ພະນັກງານທຸກສະຫາຍ ຈົ່ງມີຄວາມອຸ່ນອ່ຽນ, ອົດທົນ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດວຽກງານຕາມຄວາມຮັບຜິດຊອບໃຫ້ຫຼ້ອນໜ້າທີ່ການເມືອງຂອງຕົນ.

ແຫຼ່ງຂ່າວ:ໜັງສືພິມເສດຖະກິດການຄ້າ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມນ້ອຍຊັ້ນ II ຂອງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ); ກົມອົບຮົມ ຄອສພ ໄດ້ຈັດຕັ້ງຂະບວນການແຂ່ງຂັນວິຊາສະເພາະຂອງກົມ ຄັ້ງທີ 2 ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຂອງປະທານ ໄກສອນ ພົມວິຫານ” ຊຶ່ງພິທີຈັດຂຶ້ນ ໂດຍ ການເປັນປະທານ ຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມອົບຮົມ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ການນຳຂອງຫຼາຍພະແນກການ ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ16 ທັນວາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າ ຮອງຫົວໜ້າພະແນກການ ກອງບັນຊາການ, ອົງການ ແລະ ພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ພິທີເຊັນສັນຍາວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມດິຈີຕອນແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ລະຫວ່າງກະຊວງການເງິນແລະບໍລິສັດພູນຜົນນະຄອນຈໍາກັດ, ໄດ້ຈັດຂຶ້ນ ໃນວັນທີ12ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ເພີ່ມເຕີມ