ກະຊວງ ອຄ ຕັ້ງໜ້າ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ

ໂດຍ:ຕະວິນຍານ
 ໃນປີ 2023, ກະຊວງ ອຄ ໄດ້ຮັບງົບປະມານໂຄງການທັງໝົດ 203.379 ໂດລາ ຊຶ່ງມາຮອດປັດຈຸບັນ,ສາມາດຈັດຕັ້ງປະຕິບັດງົບປະມານໄດ້ 73%, ແຜນຈັດຕັ້ງປະຕິບັດໃນປີ 2023 ມີທັງໝົດ 20 ກິດຈະກໍາ ປະຕິບັດໄດ້ຕົວຈິງ 14 ກິດຈະກໍາ. ວຽກທີ່ສໍາເລັດ ແມ່ນວຽກພັດທະນາລະບົບຂໍ້ມູນຕະຫຼາດສິນຄ້າກະສິກໍາ (Agriculture Market Information System): ສໍາເລັດການສ້າງປຶ້ມຄູ່ມື ແລະ ວິດີໂອ ໃຫ້ກັບຄະນະຜູ້ຮັບຜິດຊອບ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດການປ້ອນຂໍ້ມູນ, ພ້ອມທັງຝຶກສອນວິທີການນໍາໃຊ້, ການເກັບກໍາຂໍ້ມູນ, ການປ້ອນຂໍ້ມູນ ແລະ ການອັບເດດຂໍ້ມູນເຂົ້າໃນລະບົບດັ່ງກ່າວ. ປັດຈຸບັນ Lao-AMIS ໄດ້ສໍາເລັດແລ້ວປະມານ 80%ຊຶ່ງຄາດວ່າຈະເປີດໂຕນໍາໃຊ້ລະບົບຢ່າງເປັນທາງການໃນໄວໆນີ້, ສໍາເລັດການຮັບຮອງແຜນງານສົ່ງເສີມການສົ່ງອອກເຂົ້າ ຈາກທະນາຄານໂລກ ແລະ ການຈັດກອງປະຊຸມເຜີຍແຜ່ແຜນວຽກຍຸດທະສາດການສົ່ງອອກເຂົ້າ ໃຫ້ກັບ 5 ແຂວງເປົ້າໝາຍ ເພື່ອນໍາເອົາແຜນວຽກດັ່ງກ່າວນີ້ ໄປຜັນຂະຫຍາຍ ແລະ ເຜີຍແຜ່ ຢູ່ພາຍໃນແຂວງ ແລະ ເພື່ອເຮັດໃຫ້ວຽກງານການຜະລິດເຂົ້າມີສັກກະຍະພາບ ແລະ ສາມາດສະໜອງຕະຫຼາດພາຍໃນ ແລະ ສົ່ງອອກໄດ້,ພ້ອມນັ້ນ, ຍັງໄດ້ສໍາເລັດການຈັດພິມຮ່າງຍຸດທະສາດສົ່ງອອກເຂົ້າ ແລະ ໄດ້ແຈກຢາຍຮ່າງດັ່ງກ່າວໃຫ້ກັບ 5 ແຂວງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ວຽກງານດັ່ງກ່າວ ໃຫ້ກັບຂະແໜງການ, ຫົວໜ່ວຍທຸລະກິດ ຢູ່ພາຍໃນແຂວງໄດ້ຮັບຊາບສໍາເລັດແລ້ວ 100%; ຮັບຮອງບົດແນະນໍາກາໝາຍຄຸນນະພາບສິນຄ້າກະສິກໍາ ຈາກທະນາຄານໂລກ. ພ້ອມນັ້ນ ຍັງໄດ້ສໍາເລັດການຈັດພິມ, ການແຈກຢາຍ ແລະ ການຈັດກອງປະຊຸມເຜີຍແຜ່ ‘‘ບົດແນະນຳກາໝາຍຄຸນນະພາບສິນຄ້າກະສິກຳ (ເຂົ້າ) ເພື່ອສົ່ງອອກ’’ໃຫ້ກັບແຂວງ ແລະ ເມືອງ ທີ່ນອນໃນເປົ້າໝາຍໂຄງການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ວຽກງານດັ່ງກ່າວ ໃຫ້ກັບຂະແໜງການ, ຫົວໜ່ວຍທຸລະກິດ ຢູ່ພາຍໃນແຂວງສໍາເລັດແລ້ວ 100%ສໍາເລັດຮ່າງຄູ່ມືຈັດຕັ້ງປະຕິບັດການປັບປຸງໂຮງງານສີເຂົ້າໃຫ້ໄດ້ມາດຕະຖານໃນຂັ້ນພື້ນຖານ ແລະ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມລະບຽບການທີ່ວາງໄວ້. ພ້ອມນັ້ນຍັງໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍມາດຕະຖານໂຮງງານສີເຂົ້າ ສະບັບເລກທີ 1319/ອຄ.ກອຫ ຢູ່ແຂວງວຽງຈັນ ແລະ ຄໍາມ່ວນ,ລົງການເກັບກໍາຂໍ້ມູນເພີ່ມ ຈາກຫົວໜ່ວຍທຸລະກິດທີ່ນອນໃນເມືອງເປົ້າໝາຍ ແລະ ບໍ່ນອນໃນເມືອງເປົ້າໝາຍໂຄງການ. ພ້ອມນັ້ນ, ຍັງໄດ້ຈັດກອງປະຊຸມປ້ອນຂໍ້ມູນ ເພື່ອສ້າງໃບດຸ່ນດ່ຽງເຂົ້າ ຢູ່ແຂວງໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ຄຳມ່ວນ. ນອກນັ້ນ ຍັງໄດ້ສຳເລັດການກວດກາຄືນຄວາມຖືກຕ້ອງຂອງຂໍ້ມູນສຳຫຼວດ ລວມທັງການປ້ອນຂໍ້ມູນທັງໝົດເຂົ້າໃນຖານຂໍ້ມູນ ແລະ ດຳເນີນການວິເຄາະຂໍ້ມູນ ເພື່ອສ້າງໃບດຸ່ນດ່ຽງເຂົ້າ ສຳລັບ 5 ແຂວງເປົ້າໝາຍ,ສໍາເລັດການຈັດຝຶກອົບຮົມໃນຫົວຂໍ້: ສ້າງຄວາມເຂັ້ມແຂງການຮ່ວມກຸ່ມທຸລະກິດ ໃນການເຊື່ອມໂຍງລະຫວ່າງຜູ້ປະກອບກິດຈະການໂຮງສີເຂົ້າ ແລະ ກຸ່ມຜູ້ຜະລິດເຂົ້າເປັນສິນຄ້າ ເພື່ອສົ່ງເສີມການຮ່ວມມື ລະຫວ່າງຜູ້ປະກອບກິດຈະການໂຮງສີເຂົ້າ,ພືດຜັກ ແລະ ກຸ່ມຜູ້ຜະລິດເຂົ້າເປັນສິນຄ້າພືດຜັກໃຫ້ເຊື່ອມໂຍງກັນຕາມຕ່ອງໂສ້ການຜະລິດ ແລະ ການບໍລິການ ໃຫ້ມີຄວາມຍືນຍົງ, ຕໍ່ເນື່ອງ, ມີປະສິດທິຜົນ, ມີຄວາມເຂັ້ມແຂງ, ມີການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ແລະ ສາມາດແຂ່ງຂັນ ແລະ ເຂົ້າເຖິງຕະຫຼາດ ຢູ່ ແຂວງໄຊຍະບູລີ, ຄໍາມ່ວນ, ບໍລິຄໍາໄຊ ແລະ ວຽງຈັນ. ນອກນັ້ນ, ຍັງໄດ້ສ້າງປຶ້ມຄູ່ມືຈັດຕັ້ງມາດຕະຖານ GMP, HACCP ພາກປະຕິບັດສໍາລັບໂຮງສີເຂົ້າ ເພື່ອໃຫ້ໂຮງສີເຂົ້າ ໄດ້ຮັບຮູ້ ແລະ ເຂົ້າໃຈແນວຄວາມຄິດ ແລະ ຫຼັກການຂອງ GMP/HACCP ແລະ ຮູ້ເຖິງຄວາມສໍາຄັນຂອງຄວາມປອດໄພຂອງອາຫານ, ສຸຂະອະນາໄມໃນການຜະລິດ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ.  

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ