ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ໂດຍທົ່ວໄປ ລາຄາສິນຄ້າມີການເໜັງຕີງ ອາດເກີດຂຶ້ນຈາກໜຶ່ງ ຫຼື ຫຼາຍປັດໄຈ

ກະ​ຊວງ ອ​ຄ ວາງ 14 ມາດຕະການຄຸ້ມຄອງ​ລາ​ຄາ​ສິນ​ຄ້າ

ກະ​ຊວງ ອ​ຄ ວາງ 14 ມາດຕະການຄຸ້ມຄອງ​ລາ​ຄາ​ສິນ​ຄ້າ
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຊີ້ແຈງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ ນີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ໂດຍທົ່ວໄປ ລາຄາສິນຄ້າມີການເໜັງຕີງ ອາດເກີດຂຶ້ນຈາກໜຶ່ງ ຫຼື ຫຼາຍປັດໄຈ ເຊັ່ນ: ຄວາມຕ້ອງການເພີ່ມຂຶ້ນ, ຄວາມສາມາດສະໜອງຫຼຸດລົງ, ອັດຕາເງິນເຟີ້, ການຄວບຄຸມຕະຫຼາດຂອງເຈົ້າຂອງສິນຄ້າ, ຄວາມຄາດຫວັງຈາກຄວາມສ່ຽງ, ອັດຕາແລກປ່ຽນ ແລະ ການອ່ອນຄ່າຂອງເງິນທ້ອງຖິ່ນ, ນະໂຍບາຍ ແລະ ມາດຕະການ ທີ່ກະທົບໃສ່ການຄ້າ, ການເງິນ, ການດໍາເນີນທຸລະກິດ ແລະ ອື່ນໆ. ສໍາລັບປະເທດເຮົາ, ສາເຫດຕົ້ນຕໍ ມາຈາກສະຖຽນລະພາບທາງດ້ານເສດຖະກິດ-ການເງິນບໍ່ໝັ້ນທ່ຽງ, ອັດຕາເງິນເຟີ້ສູງ, ການເໜັງຕີງຂອງອັດຕາແລກປ່ຽນ ແລະ ເງິນກີບອ່ອນຄ່າ, ການຜະລິດບໍ່ເຂັ້ມແຂງ ແລະ ການສະໜອງພາຍໃນ ບໍ່ພຽງພໍ, ການດຸ່ນດ່ຽງ-ດັດສົມສິນຄ້າ ຍັງບໍ່ທັນມີປະສິດທິຜົນ, ຄວາມສ່ຽງທາງດ້ານການຄ້າຍັງສູງ, ການຕິດຕາມກວດກາ ແລະ ປະຕິບັດມາດຕະການ ຍັງບໍ່ທັນທົ່ວເຖິງ, ເຂັ້ມງວດ ແລະ ເດັດຂາດ.

ການປະຕິບັດມາດຕະການຄຸ້ມຄອງ ແລະ ຄວບຄຸມລາຄາໃນໄລຍະຜ່ານມາ, ເຖິງວ່າໄດ້ເຮັດຫຼາຍ ແຕ່ກໍຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ, ສະແດງອອກຍັງບໍ່ສາມາດຄວບຄຸມລາຄາສິນຄ້າໄດ້ດີ. ບັນຫາ ແລະ ສິ່ງທ້າທາຍ ຕົ້ນຕໍແມ່ນຄວາມເຂົ້າໃຈກ່ຽວກັບບັນຫາລາຄາສິນຄ້າ (ກົນໄກຕະຫຼາດ, ສາເຫດຂອງລາຄາຂຶ້ນ-ລົງ); ນິຕິກໍາ ຍັງບໍ່ທັນເປັນລະບົບ, ບໍ່ທັນຮັດກຸມ ແລະ ບາງອັນກໍຍັງບໍ່ແທດກັບຕົວຈິງ; ງົບປະມານຂອງລັດມີຈໍາກັດ; ລັດວິສາຫະກິດບໍ່ເຂັ້ມແຂງ; ການປະສານງານ ລະຫວ່າງ ຂະແໜງການ ແລະ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນຄ່ອງຕົວ ແລະ ມີປະສິດທິພາບ; ການໂຄສະນາປະຊາສໍາພັນ, ໃຫ້ຄວາມຮູ້, ຄວາມເຂົ້າໃຈ ແລະ ຂໍ້ມູນທີ່ຖືກຕ້ອງ ແກ່ສັງຄົມ ຍັງເຮັດບໍ່ທັນໄດ້ຫຼາຍ; ພະນັກງານເຮັດວຽກດ້ານນີ້ ຍັງຈໍາກັດ ທັງທາງດ້ານຈໍານວນ ແລະ ຄວາມຮູ້-ຄວາມສາມາດ. ເພື່ອຄຸ້ມຄອງລາຄາໃຫ້ໄດ້ດີຂຶ້ນ, ກະຊວງ ອຄ ໄດ້ວາງ 14 ທິດທາງ ແລະ ມາດຕະການຄຸ້ມຄອງລາຄາໃນຕໍ່ໜ້າຄື:

1). ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເລັ່ງແກ້ໄຂບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີປະສິດທິຜົນໄວຂຶ້ນຕື່ມ ເພື່ອຫຼຸດຜ່ອນຜົນກະທົບຂອງອັດຕາເງິນເຟີ້ ແລະ ອັດຕາ ແລກປ່ຽນ ຕໍ່ລາຄາສິນຄ້າ.

2). ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເລັ່ງຄົ້ນຄວ້າ ແລະ ແກ້ໄຂຕົ້ນທຶນການຜະລິດສິນຄ້າ ທີ່ຈໍາເປັນໃຫ້ມີມູນຄ່າຕໍ່າລົງ, ໂດຍສະເພາະສິນຄ້າກະສິກໍາ ເຊັ່ນ: ເຂົ້າ, ຊີ້ນ, ປາ, ເປັດ, ໄກ່, ພືດ, ຜັກ, ໝາກໄມ້ ແລະ ອື່ນໆ ທີ່ສາມາດຜະລິດໄດ້ພາຍໃນ. ຄວນເບິ່ງປັດໄຈທີ່ເຮັດໃຫ້ສິນຄ້າເຫຼົ່ານີ້ແພງ ເຊັ່ນ: ຫົວອາຫານ, ຝຸ່ນ, ແນວພັນ, ເຕັກໂນໂລຊີ ແລະ ການເພີ່ມຜະລິດຕະພາບ.

3). ສົ່ງເສີມການຮ່ວມມື ລະຫວ່າງສະຖາບັນຄົ້ນຄວ້າ ເພື່ອເຮັດການວິໄຈ ຢ່າງມີວິທະຍາສາດ ແລະ ມີຈຸດສຸມ, ຕິດພັນກັບການແກ້ໄຂບັນຫາເສດຖະກິດທີ່ຊໍາເຮື້ອ, ມີຄວາມສະລັບສັບຊ້ອນ ແລະ ພົວພັນກັບຫຼາຍຂະແໜງການ ເປັນຕົ້ນ: ຂະແໜງເສດຖະກິດປາຍແຫຼມ ທີ່ພົວພັນກັບ ທ່າແຮງ ແລະ ການຜະລິດພາຍໃນ ທີ່ພວກເຮົາສາມາດແຂ່ງຂັນໄດ້, ຫຼຸດຜ່ອນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກ.

4). ປັບປຸງແບບແຜນວິທີເຮັດວຽກ ແລະ ເພີ່ມປະສິດທິພາບພາຍໃນການເຮັດວຽກຂອງຄະນະຕ່າງໆ ທີ່ລັດຖະບານໄດ້ແຕ່ງຕັ້ງ ເປັນຕົ້ນ:ຄະນະຄຸ້ມຄອງລາຄາສິນຄ້າ; ຄະນະຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ; ຄະນະສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ; ຄະນະສະກັດກັ້ນ ແລະ ແກ້ໄຂການຄ້າສິນຄ້ານອກລະບົບ; ຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຂົນສົ່ງ.

5) ປະສານກັບຂະແໜງການກ່ຽວຂ້ອງ (ໂດຍສະເພາະ ຂະແໜງກະສິກໍາ ແລະ ປ່າໄມ້) ປັບປຸງ ແລະ ຍົກລະດັບຄວາມຊັດເຈນ ແລະ ທັນກັບສະພາບການຂອງຂໍ້ມູນ ແລະ ສະຖິຕິສິນຄ້າທີ່ຜະລິດໄດ້ພາຍໃນ, ສິນຄ້ານໍາເຂົ້າ, ສິນຄ້າສົ່ງອອກ, ລາຄາ ແລະ ຄຸນນະພາບສິນຄ້າ ເພື່ອເປັນພື້ນຖານໃຫ້ແກ່ການວາງແຜນ, ວາງມາດຕະການ ເພື່ອສົ່ງເສີມ, ຈໍາກັດ ແລະ ປົກປ້ອງການຜະລິດພາຍໃນ ແລະ ເພື່ອເປັນຂໍ້ມູນໃຫ້ແກ່ຜູ້ຊື້-ຜູ້ຂາຍ ໃນຕະຫຼາດ.

6). ປະສານກັບຂະແໜງການກ່ຽວຂ້ອງ ໂດຍສະເພາະຂະແໜງການທີ່ປະຈໍາຢູ່ດ່ານສາກົນ ເພື່ອຄຸ້ມຄອງການນໍາເຂົ້າສິນຄ້າ ໃຫ້ສອດຄ່ອງກັບລະບຽບການ ແລະ ມາດຕະການ ໂດຍສະເພາະ ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ (SPS) ແລະ ມາດຕະການເຕັກນິກ ຕໍ່ການຄ້າ (TBT ) ໂດຍສະເພາະການນໍາເຂົ້າສິນຄ້າ ທີ່ຕ້ອງຜ່ານການກວດກາ ສໍາລັບການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.

7). ຄົ້ນຄວ້າ ແລະ ປັບປຸງ ນະໂຍບາຍທີ່ກ່ຽວຂ້ອງ ເປັນຕົ້ນ ນະໂຍບາຍການເງິນ, ເງິນຕາ, ໄຟຟ້າ , ແຮງງານ, ພະລັງງານ, ການຂົນສົ່ງ...ແລະ ບັນດາລະບຽບການ ແລະ ປັບປຸງກົນໄກໃນການປະສານງານ ແລະ ອໍານວຍຄວາມສະດວກ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍຊຸກຍູ້ ແລະ ສົ່ງເສີມການລົງທຶນເຂົ້າສູ່ພາກການຜະລິດ ໃຫ້ຫຼາຍຂຶ້ນ,ໃຫ້ແຂງແຮງຂຶ້ນ ແລະ ໃຫ້ມີປະສິດທິພາບຫຼາຍຂຶ້ນ ກວ່າທີ່ເປັນຢູ່ໃນປັດຈຸບັນ.

8). ຄົ້ນຄວ້າ ແລະ ປະເມີນປະສິດທິຜົນຂອງການຈັດຕັ້ງປະຕິບັດ ນະໂຍບາຍຖົມຂຸມໃນໄລຍະຜ່ານມາ ເຊັ່ນ: ນະໂຍບາຍຫຼຸດອາກອນນໍ້າມັນເຊື້ອໄຟ, ທຶນເພື່ອຫຼຸດຜ່ອນອັດຕາດອກເບ້ຍ ພ້ອມທັງຄົ້ນຄວ້າກໍານົດເປົ້າໝາຍ ແລະ ວິທີການທີ່ຈະຊ່ວຍເຫຼືອຜູ້ບໍລິໂພກ ຫຼື ຊົມໃຊ້ໃນສັງຄົມ ທີ່ຖືກຜົນກະທົບຈາກການເໜັງຕີງຂອງສິນຄ້າ.

9). ຄົ້ນຄວ້າ ແລະ ປັບປຸງ ນະໂຍບາຍທີ່ກ່ຽວຂ້ອງ ເປັນຕົ້ນສົ່ງເສີມການພັດທະນາອຸດສາຫະກໍາປຸງແຕ່ງ, ການສົ່ງເສີມການລົງທຶນໃນນິຄົມອຸດສາຫະກໍາ, ການແກ້ໄຂສິ່ງກີດຂວາງ-ອຸດຕັນ ແລະ ເພີ່ມຕົ້ນທຶນ ໃຫ້ແກ່ການຄ້າ, ການລົງທຶນ ແລະ ການດໍາເນີນທຸລະກິດ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ, ຊຸກຍູ້ ແລະ ສົ່ງເສີມການລົງທຶນເຂົ້າສູ່ພາກການຜະລິດ ໃຫ້ຫຼາຍຂຶ້ນ, ໃຫ້ແຂງແຮງຂຶ້ນ ແລະ ໃຫ້ມີປະສິດທິພາບຫຼາຍຂຶ້ນ.

10). ປະສານກັບຂະແໜງການກ່ຽວຂ້ອງ (ສະຖາບັນຄົ້ນຄວ້າ ແລະ ກະຊວງການເງິນ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ) ຄົ້ນຄວ້າ ແລະ ປະເມີນປະສິດທິຜົນຂອງການຈັດຕັ້ງປະຕິບັດ ນະໂຍບາຍຖົມຂຸມຜ່ານມາ ເຊັ່ນ: ນະໂຍບາຍຫຼຸດອາກອນນໍ້າມັນເຊື້ອໄຟ, ພ້ອມທັງຄົ້ນຄວ້າກໍານົດເປົ້າໝາຍ ແລະ ວິທີການທີ່ຈະຊ່ວຍເຫຼືອກຸ່ມປະຊາຊົນ-ພົນລະເມືອງ ທີ່ມີລາຍຮັບຕໍ່າ ແລະ ໄດ້ຮັບຜົນກະທົບ ຈາກການເໜັງຕີງຂອງລາຄາສິນຄ້າ ແລະ ຄ່າຄອງຊີບ ທີ່ສູງຂຶ້ນ.

11). ສືບຕໍ່ຕິດຕາມການເໜັງຕີງຂອງລາຄາສິນຄ້າ ແລະ ກວດກາການປະຕິບັດມາດຕະການຄວບຄຸມຂອງລາຄາສິນຄ້າ ເປັນຕົ້ນ ການສວຍໂອກາດຂຶ້ນລາຄາ,ການຕິດລາຄາສິນຄ້າ, ການກັກຕຸນ, ການລະເມີດລິຂະສິດ, ການປອມແປງ, ສິນຄ້າໝົດອາຍຸ ແລະ ອື່ນໆ, ພ້ອມທັງຮ່ວມມືກັບຜູ້ປະກອບການຄຸ້ມຄອງຕະຫຼາດ ເພື່ອປະສານ ແລະ ແຈ້ງລາຄາສິນຄ້າຄວບຄຸມ ໃຫ້ສັງຄົມຮັບຮູ້.

12). ຮ່ວມມືກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພາກສ່ວນ ກ່ຽວຂ້ອງ ປຸກລະດົມທົ່ວສັງຄົມຫຼຸດຜ່ອນ ຫຼື ປະຢັດ ການຊົມໃຊ້ສິນຄ້ານໍາເຂົ້າ ໃຫ້ຫຼາຍຂຶ້ນ ເພື່ອຈໍາກັດການໄຫຼອອກຂອງເງິນຕາຕ່າງປະເທດ ແລະ ຫັນມາຊົມໃຊ້ສິນຄ້າທີ່ຜະລິດໄດ້ພາຍໃນ ໃຫ້ແຂງແຮງຂຶ້ນກວ່າເກົ່າ ໂດຍການເລີ່ມຕົ້ນ ແລະ ເປັນແບບຢ່າງຂອງພາກລັດ, ພະນັກງານລັດ ແລະ ຂະຫຍາຍໄປທົ່ວສັງຄົມ.

13). ຄົ້ນຄວ້າ ຜັນຂະຫຍາຍມະຕິ ແລະ ທິດນໍາຂອງພັກ, ໂດຍສະເພາະ ມິຕິ 04/ກມສພ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ເປັນແຜນປະຕິບັດລະອຽດ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

14). ເພີ່ມທະວີວຽກງານໂຄສະນາ, ປະຊາສໍາພັນ, ສະໜອງຂໍ້ມູນຂ່າວສານ ແລະ ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບບັນຫາລາຄາ ເພື່ອໃຫ້ສັງຄົມໄດ້ຮັບຂໍ້ມູນຂ່າວສານ ທີ່ຖືກຕ້ອງ, ຊັດເຈນ ແລະ ທັນການ.

(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດພິມເມືອງ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ