ກະຊວງ ຖວທ ສະຫຼຸບການສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງທຳມະຊາດ

ກະຊວງ ຖວທ ສະຫຼຸບການສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງທຳມະຊາດ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໃນນາມປະທານຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ພ້ອມດ້ວຍຄະນະກຳມະການໃນຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ຮ່ວມກັບຄູ່ຮ່ວມງານໂຄງການຮ່ວມມືເຢຍລະມັນການປົກປັກຮັກສາ ແລະ ສົ່ງເສີມການນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (PROFEB) ໄດ້ຈັດພິທີສະຫຼຸບລາຍງານຜົນສຳເລັດເບື້ອງຕົ້ນຂະບວນການນໍາສົ່ງເອກະສານຄໍາຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ແຂວງຄຳມ່ວນເຂົ້າເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍລະດົກໂລກທາງທຳມະຊາດ ແຂວງກວາງບິ່ງ ສສ ຫວຽດນາມໂດຍການເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໃນນາມຜູ້ປະຈຳການ ຂອງຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ; ທ່ານ ວັນໄຊ ພອງສະຫວັນເຈົ້າແຂວງຄຳມ່ວນໃນນາມເປັນເຈົ້າຂອງທີ່ຕັ້ງແຫຼ່ງມໍລະດົກໂລກທາງທຳມະຊາດ; ທ່ານນາງ ເອັນເນັດເຕ ຄະນົບບລັອກ (Annette Knobloch)ເອກອັກຄະລັດຖະທູດແຫ່ງສະຫະພັນເຢຍລະມັນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອລາຍງານ ແລະ ແຈ້ງໃຫ້ແຕ່ລະພາກສ່ວນທົ່ວສັງຄົມໄດ້ຮັບຊາບຂໍ້ມູນຂ່າວສານກ່ຽວກັບຄວາມຄືບໜ້າຂະບວນການນຳສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທຳມະຊາດ ພາຍໃຕ້ສົນທິສັນຍາປົກປັກຮັກສາມໍລະດົກໂລກທາງວັດທະນະທຳ ແລະ ທຳມະຊາດ ຫຼືສົນທິສັນຍາ 1972 ຂອງອົງການອຸຍແນັສໂກ (UNESCO) ແລະ ເພື່ອເປັນການຂອບໃຈແກ່ທຸກພາກສ່ວນທີ່ໄດ້ມີສ່ວນຮ່ວມໃນທຸກໄລຍະຂະບວນການກະກຽມເອກະສານຄຳຮ້ອງ.
ທ່ານ ວັນສີ ກົວມົວ ໄດ້ລາຍງານໂດຍຫຍໍ້ເຖິງຜົນສຳເລັດເບື້ອງຕົ້ນຂອງຂະບວນການນຳສົ່ງເອກະສານຄຳຮ້ອງໃຫ້ຮູ້ວ່າ: ເອກະສານຄຳຮ້ອງແມ່ນໄດ້ສຳເລັດສົມບູນ ແລະ ໄດ້ນຳສົ່ງເຖິງສູນມໍລະດົກໂລກອົງການອຸຍແນັສໂກ ພ້ອມດ້ວຍຈົດໝາຍສະໜັບສະໜູນເອກະສານຄຳຮ້ອງດັ່ງກ່າວຂອງ ສປປ ລາວ ຈາກອົງການກ່ຽວຂ້ອງຂອງລັດຖະບານ ສສ ຫວຽດນາມໃນວັນທີ 1 ກຸມພາ 2024 ທີ່ຜ່ານມາ ແລະ ມາເຖິງວັນທີ 1 ມີນາ 2024 ສູນມໍລະດົກໂລກອົງການອຸຍແນັສໂກ ກໍໄດ້ສົ່ງໜັງສືທາງການຮັບຮອງເອົາຄວາມຄົບຖ້ວນຂອງເອກະສານຄຳຮ້ອງດັ່ງກ່າວ ແລະ ໄດ້ແຈ້ງໃຫ້ ສປປ ລາວ ຊາບວ່າ: ປັດຈຸບັນສູນມໍລະດົກໂລກກຳລັງຄົ້ນຄວ້າເພື່ອສົ່ງຄະນະຊ່ຽວຊານກ່ຽວຂ້ອງເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອກວດກາອົງປະກອບມໍລະດົກໂລກຢູ່ແຫຼ່ງມໍລະດົກອຸທິຍານແຫ່ງຊາດຫີນໜາມໜໍ່ຕາມທີ່ໄດ້ກຳນົດໄວ້ໃນເອກະສານຄຳຮ້ອງ ຊຶ່ງຄະນະຊ່ຽວຊານດັ່ງກ່າວອາດເດີນທາງມາ ສປປ ລາວ ໃນລະຫວ່າງເດືອນສິງຫາ ຫາ ເດືອນຕຸລາ ປີ 2024 ນີ້ ແລະ ຖ້າແຫຼ່ງມໍລະດົກຜ່ານການກວດກາຂອງຄະນະກຳມະການທີ່ປຶກສາ ແລະ ບັນດາຄະນະກຳມະການມໍລະດົກໂລກໃນກອງປະຊຸມຄະນະກຳມະການມໍລະດົກໂລກຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນມິຖຸນາ-ກໍລະກົດ 2025, ອຸທິຍານແຫ່ງຊາດຫີນໜາມໜໍ່ຈະກາຍເປັນແຫຼ່ງມໍລະດົກໂລກທາງທຳມະຊາດແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍລະດົກໂລກທາງທຳມະຊາດຂອງ ສສ ຫວຽດນາມ ຊຶ່ງຜົນສຳເລັດດັ່ງກ່າວຈະກາຍເປັນໝາກຜົນທີ່ສຳຄັນຂອງການຮ່ວມມືກັນຂອງສອງປະເທດລາວ-ຫວຽດນາມ ແລະ ຄູ່ຮ່ວມມືສາກົນເພື່ອສະເຫຼີມສະຫຼອງການຮັບຮູ້ຄວາມໂດດເດັ່ນທາງດ້ານທຳມະຊາດ ແລະ ຊີວະນາໆພັນທີ່ສຳຄັນຂອງສອງອຸທິຍານ ແລະເປັນແຫຼ່ງມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນແຫ່ງທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ກາຍເປັນເປັນເຂດພູຫີນປູນທີ່ໃຫຍ່ທີ່ສຸດຂອງພາກພື້ນ.
ຕໍ່ກັບຜົນສຳເລັດດັ່ງກ່າວ ຫຼາຍພາກສ່ວນໄດ້ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວຕໍ່ກັບການປົກປັກຮັກສາມໍລະດົກທາງທຳມະຊາດ ແລະ ຊີວະນາໆພັນຂອງ ສປປ ລາວ ທ່ານ ວັນສີ ກົວມົວ ໄດ້ກ່າວຕື່ມວ່າ:"ຜົນສໍາເລັດຄັ້ງນີ້ແມ່ນບາດກ້າວທີ່ສຳຄັນອັນໜຶ່ງໃນການອະນຸລັກ ແລະ ການຮັບຮູ້ຄຸນຄ່າອັນໂດດເດັ່ນຂອງອຸທິຍານແຫ່ງຊາດຫີນໜາມໜໍ່ຂອງ ສປປ ລາວ." ອຸທິຍານແຫ່ງຊາດຫີນໜາມໜໍ່ໄດ້ຖືກຮັບຮູ້ໃຫ້ເປັນສະຖານທີ່ສຳຄັນລະດັບໂລກແຫ່ງໜຶ່ງດ້ານການອະນຸລັກຊີວະນາພັນ ໂດຍອີງຕາມຄຸນລັກສະນະຂອງທີ່ຢູ່ອາໄສຂອງສັດປ່າ ແລະ ປ່າໄມ້, ຄຸນລັກສະນະອັນໂດດເດັ່ນທາງທໍລະນີວິທະຍາ ແລະ ຄວາມຫຼາກຫຼາຍຂອງບັນດາສັດ ແລະ ພັນພືດລວມທັງສາຍພັນທີ່ຖືກຄຸກຄາມໃກ້ຈະສູນພັນ, ສາຍພັນທີ່ມີສະເພາະຖິ່ນ ແລະ ສາຍພັນສັດສະເພາະທີ່ມີໃນເຂດປ່າຫີນປູນ. ດັ່ງນັ້ນ, ການຍົກລະດັບຂຶ້ນເປັນສະຖານທີ່ມໍລະດົກໂລກຂອງອົງການອຸຍແນັສໂກ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການອະນຸລັກລະບົບນິເວດວິທະຍາທີ່ມີເອກະລັກສະເພາະແຫ່ງນີ້.ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ