ກະຊວງການເງິນ ຊີ້ແຈງຫຼາຍບັນຫາກ່ຽວກັບຜົນການກວດສອບແຫ່ງລັດ ແລະ ກວດກາແຫ່ງລັດ

ກະຊວງການເງິນ ຊີ້ແຈງຫຼາຍບັນຫາກ່ຽວກັບຜົນການກວດສອບແຫ່ງລັດ ແລະ ກວດກາແຫ່ງລັດ
ກະຊວງການເງິນ ຊີ້ແຈງຫຼາຍບັນຫາທີ່ພົວພັນກັບກະຊວງການເງິນ ກ່ຽວກັບຜົນການກວດສອບແຫ່ງລັດ ແລະ ກວດກາແຫ່ງລັດ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ. ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8 ພະຈິກນີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງວ່າ: ຄໍາຖາມທີ 1: ການຈັດຕັ້ງປະຕິບັດ ມະຕິ 77/ສພຊ ເປັນຕົ້ນ ການແກ້ໄຂ 5 ກົມ ຂອງກະຊວງການເງິນ ແລະ ບັນຫາອື່ນໆ ກະຊວງການເງິນ ໄດ້ແກ້ໄຂຄືແນວໃດ? ທິດທາງຕໍ່ໜ້າຈະແກ້ໄຂແນວໃດໃຫ້ຂາດຕົວ.
ທ່ານໄດ້ຊີ້ແຈງດັ່ງນີ້: ການແກ້ໄຂຜົນການກວດສອບ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 14/ສພຊ ຢູ່ 7 ກົມຂອງກະຊວງການເງິນ ຕາມບົດບັນທຶກຜົນການກວດສອບ ມີທັງໝົດ 136 ກໍລະນີ,ໃນນີ້: 1 ຕາມຜົນການກວດສອບ ມີ 115 ກໍລະນີ, ໄດ້ແກ້ໄຂຂາດຕົວ 47 ກໍລະນີ ເປັນເງິນ 127,42 ຕື້ກີບ ແລະ 2,89 ລ້ານໂດລາ (ໄດ້ມອບເຂົ້າງົບປະມານແລ້ວ); ແກ້ໄຂບໍ່ຂາດຕົວ (ສືບຕໍ່) ມີຈຳນວນ 46 ກໍລະນີ ແລະ ບໍ່ໄດ້ຮັບການແກ້ໄຂ 22 ກໍລະນີ,2 ສໍາລັບການແກ້ໄຂຕາມມະຕິສະພາແຫ່ງຊາດ 21 ກໍລະນີ, ໄດ້ຮັບການແກ້ໄຂຂາດຕົວ 2 ກໍລະນີ ເປັນເງິນ 8,54 ຕື້ກີບ (ໄດ້ມອບເຂົ້າງົບປະມານແລ້ວ); ແກ້ໄຂບໍ່ຂາດຕົວ (ສືບຕໍ່) 7 ກໍລະນີ ແລະ ຍັງບໍ່ໄດ້ຮັບການແກ້ໄຂ 12 ກໍລະນີ. 
ນອກຈາກນີ້, ຍັງໄດ້ດຳເນີນການແກ້ໄຂຜົນຂອງການກວດກາ ດັ່ງນີ້: 1. ໄດ້ເລັ່ງທວງໜີ້ຄ້າງມອບ ຕາມສັນຍາຊື້-ຂາຍໄມ້ຢຶດຕາມຄຳສັ່ງ ສະບັບເລກທີ 15/ນຍ ຕາມຂໍ້ຕົກລົງສະບັບເລກທີ 3200/ກງ, ລົງວັນທີ 01 ທັນວາ 2020, ສາມາດເກັບກູ້ເງິນໄດ້ຈຳນວນ 5,09 ຕື້ກີບແລະ 7.000 ໂດລາ, 2.ລົງແກ້ໄຂໜີ້ສິນຈາກຜົນການກວດກາໂຄງການລົງທຶນຂອງລັດ ໃນຂອບເຂດທົ່ວປະເທດ (ໂຄງການທີ່ມີມູນຄ່າ10 ຕື້ກີບຂຶ້ນໄປ ແລະ 10 ຕື້ກີບລົງມາ ຕາມແຈ້ງການ ສະບັບເລກທີ 130/ຫສນຍ) ຈຳນວນ 241 ໂຄງການ ທີ່ຕ້ອງເກັບກູ້ເງິນຄືນທັງໝົດ 266,30 ຕື້ກີບ ແລະ 294.567 ໂດລາ,ກະຊວງການເງິນ ໄດ້ລົງເກັບກຳຂໍ້ມູນ ແລະ ຊຸກຍູ້ການແກ້ໄຂທັງໝົດ 15 ແຂວງ. ປັດຈຸບັນ, ກຳລັງສັງລວມ ຜົນການກວດກາຄືນ ຕາມຄວາມເປັນຈິງ ແລະ ສັງລວມໂຕເລກຜົນການກວດກາໃຫ້ຊັດເຈນເສຍກ່ອນ ຈຶ່ງຈະລາຍງານໃນຂັ້ນຕອນຕໍ່ໄປ, 3. ການແກ້ໄຂ້ຜົນການກວດກາ ແລະ ເກັບກູ້ເງິນ ຈຳນວນ 31 ຫົວໜ່ວຍທຸລະກິດ ປ່ອຍຜ່ານ 2 ທະນາຄານທຸລະກິດ. ຜ່ານການສັງລວມ ເຫັນວ່າ ຍັງເຫຼືອ 23 ຫົວໜ່ວຍທຸລະກິດ ລວມມີ 28 ສັນຍາແຈກຢາຍຢູ່ 9 ແຂວງ, ມີໜີ້ສິນທັງໝົດ ຈຳນວນ 82,21 ຕື້ກີບ, ສາມາດເກັບກູ້ຄືນ ຈຳນວນ 1 ຕື້ກີບ,ສ່ວນທີ່ຍັງເຫຼືອ ຈະສົມທົບກັບຫົວໜ່ວຍທຸລະກິດ ສືບຕໍ່ເລັ່ງທວງ, 4. ສຳລັບການແກ້ໄຂຜົນການກວດກວດກາ ຕາມມະຕິ ສະບັບເລກທີ 77/ສພຊ, ລົງວັນທີ 30 ທັນວາ 2022ຜ່ານມາ, ກະຊວງການເງິນ ກໍໄດ້ສະເໜີອົງການກວດກາແຫ່ງລັດ ເພື່ອສະໜອງຂໍ້ມູນ ຜົນຂອງການກວດກາຕາມມະຕິດັ່ງກ່າວເປັນຕົ້ນ: ບົດບັນທຶກຜົນຂອງການກວດກາກັບບັນດາຫົວໜ່ວຍວິສາຫະກິດ. ແຕ່ເຖິງຢ່າງໃດກໍຕາມ, ກະຊວງການເງິນ ຈະສືບຕໍ່ອອກແຈ້ງການໄປຫາເປົ້າໝາຍທີ່ກ່ຽວຂ້ອງ ເພື່ອກະກຽມຂໍ້ມູນ ແລະ ເຮັດວຽກຮ່ວມ ກັບຄະນະກວດກາ ຕາມລະບຽບການ.
ຄຳຖາມທີ 2: ການຈັດຕັ້ງປະຕິບັດ ມະຕິ 76/ສພຊ ເປັນຕົ້ນການໄຈ້ແຍກລາຍຮັບ-ລາຍຈ່າຍ ທີ່ກວດເຫັນເພີ່ມ ອັນໃດສາມາດເກັບກູ້ໄດ້ແລ້ວມອບເຂົ້າງົບປະມານ ແລະ ໃຫ້ລັດຖະບານສະເໜີດັດແກ້ແຜນງົບປະມານ 6 ເດືອນທ້າຍປີ 2023, ສ່ວນທີ່ຍັງບໍ່ທັນເກັບກູ້ຄືນໄດ້ ໃຫ້ກວດກາຄວາມຮັບຜິດຊອບຂອງຫົວໜ່ວຍງົບປະມານທີ່ຖືກກວດສອບ ແລະ ມີມາດຕະການແກ້ໄຂຢ່າງເຂັ້ມງວດ ແລະ ເດັດຂາດຕໍ່ຫົວໜ່ວຍງົບປະມານທີ່ລະເມີດ ກະຊວງໄດ້ຈັດຕັ້ງປະຕະບັດຄືແນວໃດ.ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຄືແນວໃດ?.
ທ່ານໄດ້ຊີ້ແຈງວ່າ: ກ່ຽວກັບບັນຫາດັ່ງກ່າວ ໄດ້ຊີ້ແຈງຕໍ່ກອງປະຊຸມອາທິດຜ່ານແລ້ວຊຶ່ງໄດ້ແກ້ໄຂ 9 ແຂວງ ເປັນເງິນ 694 ຕື້ກີບ ແລະ 1,29 ລ້ານໂດລາ (ເທົ່າກັບ 24%) ແລະ ໄດ້ມອບເຂົ້າເປັນລາຍຮັບງົບປະມານແລ້ວ. ສ່ວນທີ່ຍັງເຫຼືອ 8 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 5 ກະຊວງ ກໍາລັງດໍາເນີນແກ້ໄຂ.
ຄຳຖາມທີ 3: ຕາມຜົນຂອງການກວດສອບປະຈໍາປີ 2023 ເຫັນຫຼາຍບັນຫາ ຕິດພັນກັບກະຊວງການເງິນ. ຕໍ່ກັບການສະເໜີ 3 ມາດຕະການປັບປຸງແກ້ໄຂຜົນການກວດສອບ: (1) ມາດຕະການທາງດ້ານເສດຖະກິດ, (2) ມາດຕະການປັບປຸງ, ແກ້ໄຂທາງດ້ານນິຕິກໍາ, (3) ມາດຕະການດ້ານຄວາມຮັບຜິດຊອບແຕ່ລະຂັ້ນ, ກະຊວງຈະມີທິດທາງແກ້ໄຂຄືແນວໃດ.ຄວນມີການກໍານົດໄລຍະເວລາແກ້ໄຂຄືແນວໃດ ?.
ທ່ານໄດ້ຊີ້ແຈງວ່າ: ບັນຫາດັ່ງກ່າວ ຕິດພັນກັບ ການຈັດຕັ້ງປະຕິບັດ 12 ມາດຕະການ ຕໍ່ກະຊວງການເງິນ ໃນການປັບປຸງແກ້ໄຂຜົນຂອງການກວດສອບ, ປະກອບມີ 3 ມາດຕະການ ດ້ານເສດຖະກິດ, ປັບປຸງ-ແກ້ໄຂ ດ້ານນິຕິກໍາ ແລະ ດ້ານຄວາມຮັບຜິດຊອບ, 
ຂ່າວ: ບຸນຕອມ ຮູບ ສຸກສະຫວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ