ກະຊວງການຕ່າງປະເທດ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2023 

ກະຊວງການຕ່າງປະເທດ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2023 
ໃນວັນທີ 5 ມັງກອນ 2024, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ສຳລັບປີ 2024, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ, ບັນດາພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ແລະ ບັນດາພະນັກງານນັກການທູດລາວ ທີ່ປະຈຳຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມ ໂດຍຜ່ານລະບົບປະຊຸມທາງໄກ.
ໃນກອງປະຊຸມ, ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ແຜນການຈຸດສຸມສຳລັບປີ 2024, ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນແມ່ນ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດໂລກ, ຂໍ້ຂັດແຍ່ງພາກພື້ນ ແລະ ສາກົນ, ອາຊະຍາກໍາຂ້າມຊາດ, ຜູ້ອົບພະຍົບ, ໄພທໍາມະຊາດ, ພະຍາດລະບາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ຄວາມປອດໄພທາງໄຊເບີ, ໄພເງິນເຟີ້ ເເລະ ບັນຫາອື່ນໆ. ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສ, ປີຊາສາມາດ, ມີຫົວຄິດປະດິດສ້າງ, ດ້ວຍຄວາມເອົາໃຈໃສ່ສູງ ແລະ ການຊີ້ນໍາ-ນຳພາຢ່າງໃກ້ຊິດຕິດແທດ ຈາກກົມການເມືອງສູນກາງພັກ-ລັດຖະບານ ກໍ່ຄື ຄະນະພັກ ຄະນະນຳກະຊວງການຕ່າງປະເທດ ເຮັດໃຫ້ຂະແຫນງການຕ່າງປະເທດ ສາມາດເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ຕະຫຼອດໄລຍະ 1 ປີ ຜ່ານມາ, ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງໄດ້ຢ່າງວ່ອງໄວທັນການ ແລະ ຢູ່ໃນທ່າບຸກຕະຫຼອດມາ, ສາມາດຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດອື່ນໆໃນໂລກ ທັງຢູ່ໃກ້ ແລະ ຢູ່ໄກ, ຍາດໄດ້ຜົນສຳເລັດພົ້ນເດັ່ນຫຼາຍດ້ານຢ່າງໜ້າພາກພູມໃຈ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຈາກປະເທດເພື່ອນມິດຍຸດທະສາດ, ປະເທດຄູ່ຮ່ວມພັດທະນາ ແລະ ຈາກສາກົນ ໄດ້ຢ່າງຫຼວງຫຼາຍ, ໃນນັ້ນ, ຜົນສໍາເລັດອັນພົ້ນເດັ່ນ ກໍ່ແມ່ນການຕ້ອນຮັບບັນດາຜູ້ນໍາປະເທດເພື່ອນມິດໃນການເດີນທາງມາຢ້ຽມຢາມ ສປປ ລາວ ແລະ ຜູ້ນຳລາວ ກໍ່ໄດ້ດຳເນີນການຢ້ຽມຢາມພົບປະ ແລະ ເຂົ້າຮ່ວມກອງປະຊຸມສາກົນຢູ່ຕ່າງປະເທດ ຫຼາຍຄັ້ງ, ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກໍ່ຄື ບັນດານັກການທູດລາວ ກໍ່ໄດ້ເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທຳ ຢ່າງຕັ້ງໜ້າ ແລະ ມີຜົນສຳເລັດສູງ, ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມືຈາກພາຍນອກ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກສາກົນ ໄດ້ຢ່າງຫຼວງຫຼາຍ, ປົກປ້ອງໄດ້ສິດຜົນປະໂຫຍດອັນຊອບທໍາຂອງ ສປປ ລາວ ຢູ່ເວທີພາກພື້ນ ແລະ ສາກົນ, ສາມາດດຶງດູດເອົາການລົງທຶນຈາກຕ່າງປະເທດ, ການທ່ອງທ່ຽວ ແລະ ການຮ່ວມມືດ້ານເສດຖະກິດ ມາສູ່ປະເທດຊາດ, ລວມເຖິງການຂົນຂວາຍດຶງດູດຄົນເຊື້ອຊາດລາວຢູ່ປະເທດຕ່າງໆ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນແຕ່ລະໄລະຍະ. ເຊິ່ງມາຮອດປັດຈຸບັນ, ສປປ ລາວ ໄດ້ມີການພົວພັນການທູດກັບ 149 ປະເທດໃນໂລກ (ຫຼ້າສຸດແມ່ນກັບ ສາທາລະນະລັດ ບົດສະວານາ), ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 42 ແຫ່ງ, ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ ຈໍານວນ 28 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 3 ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ. ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮ່ວມກັນປະກອບຄຳຄິດເຫັນຕື່ມໃສ່ບົດລາຍງານສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະປີຜ່ານມາ ແລະ ວຽກຈຸດສຸມໃນຕໍ່ຫນ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງຂຶ້ນ.
ໃນໂອກາດດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ໄດ້ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ເຫັນດີເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2024, ເຊິ່ງເຫັນວ່າ ໃນປີຜ່ານມາ ສປປ ລາວ ຍັງສືບຕໍ່ຕົກຢູ່ໃນສະພາບທີ່ຫຍຸ້ງຍາກ, ອັນເນື່ອງມາຈາກປັດໃຈພາຍໃນປະເທດທາງດ້ານເສດຖະກິດແຫ່ງຊາດ ສືບຕໍ່ໄດ້ຮັບຜົນກະທົບຈາກປັດໃຈພາຍນອກ, ບັນຫາຄວາມຂັດແຍ່ງຂອງພາກພື້ນ ແລະ ສາກົນ, ການລະບາດຂອງເຊື້ອພະຍາດໂຄວິດ-19 ຕະຫຼອດໄລຍະ 3 ປີຜ່ານມາ ໄດ້ສືບຕໍ່ສົ່ງຜົນກະທົບດ້ານລົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ຢູ່ໃນທົ່ວໂລກ, ໃນຂະນະດຽວກັນ ກໍ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ພໍສົມຄວນ. ແຕ່ດ້ວຍຄວາມຕັດສິນໃຈສູງ, ຄວາມເສຍສະຫຼະ, ບຸກບືນ ແລະ ຍົກສູງຄວາມຮັບຜິດຊອບຂອງຄະນະພັກ-ຄະນະນໍາກະຊວງ ລວມເຖິງບັນດາພະນັກງານ-ລັດຖະກອນ ທັງພາຍໃນ ແລະ ປະຈໍາຢູ່ບັນດາສໍານັກງານການທູດຢູ່ຕ່າງປະເທດ, ຈຶ່ງເຮັດໃຫ້ກະຊວງການຕ່າງປະເທດ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງສາມາດເສີມສ້າງຖານະບົດບາດຂອງ ສປປ ລາວ ໃຫ້ເປັນທີ່ຮູ້ຈັກ ແລະ ສູງເດັ່ນຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ, ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະເທດຊາດ ນັບມື້ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຂຶ້ນ. 
ພ້ອມນີ້ ເພື່ອຮັບປະກັນການປະຕິບັດວຽກງານການຕ່າງປະເທດ ໃນປີ 2024 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮຽກຮ້ອງໃຫ້ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ທັງຍັງໄດ້ເນັ້ນໃສ່ບາງວຽກທີ່ສໍາຄັນ ດັ່ງນີ້: ໃຫ້ພ້ອມກັນສືບຕໍ່ເຄື່ອນໄຫວວຽກງານຢ່າງມີປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຍຶດໝັ້ນໃນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ແລະ ປະຕິບັດຕາມຄໍາຂວັນ ຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເພື່ອຮັບປະກັນການເຄື່ອນໄຫວວຽກງານການທູດ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ມີປະສິດທິຜົນສູງ, ຍາດແຍ່ງການຊ່ວຍເຫຼືອ, ການສະໜັບສະໜູນ ແລະ ຄວາມເຫັນອົກເຫັນໃຈຈາກປະເທດເພື່ອນມິດຍຸດທະສາດ ແລະ ອື່ນໆ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ, ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ສືບຕໍ່ເອົາໃຈໃສ່ຂຶ້ນແຜນກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງ ພະນັກງານ-ລັດຖະກອນ ຢ່າງເປັນຮູບປະທຳ ເພື່ອແນໃສ່ສ້າງພະນັກງານ-ລັດຖະກອນ ໃຫ້ມີຄວາມຊ່ຽວຊານດ້ານພາສາຕ່າງປະເທດ ແລະ ດ້ານວິຊາສະເພາະ, ສືບຕໍ່ເອົາໃຈໃສ່ການປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິຜົນ ໃຫ້ໄດ້ຕາມລະດັບຄາດໝາຍ, ເອົາໃຈໃສ່ຕິດຕາມບັນດາໂຄງການ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຕາມ 6 ແຜນງານ ແລະ 38 ໂຄງການ ໃນໄລຍະປີ 2021-2025 ຂອງກະຊວງການຕ່າງປະເທດ, ສືບຕໍ່ປັບປຸງ ແລະ ສ້າງນິຕິກຳຂະແໜງການຕ່າງປະເທດ ໃຫ້ແທດເໝາະກັບສະພາບການປັດຈຸບັນ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນ, ສືບຕໍ່ຍົກສູງລະບົບການເຮັດວຽກຕາມຫຼັກການຜ່ານປະຕູດຽວ ແລະ ຊຸກຍູ້ໃຫ້ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ເພີ່ມທະວີການຕິດຕາມ, ກວດກາ, ປະເມີນ, ການລາຍງານ ແລະ ຊຸກຍູ້ການຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຜົນການເຄື່ອນໄຫວຕ່າງປະເທດ ຂອງ ການນຳຂັ້ນຕ່າງໆ ຂອງ ສປປ ລາວ ກັບຕ່າງປະເທດ, ສືບຕໍ່ເອົາໃຈໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ບັນດາແນວທາງນະໂຍບາຍຂອງພັກ-ລັດ, ນິຕິກໍາ ທີ່ພົວພັນກັບວຽກງານການຕ່າງປະເທດ, ການດຶງດູດການລົງທຶນ ກໍຄືວຽກງານການທູດເສດຖະກິດ, ການຂົນຂວາຍຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ອື່ນໆ.
                        ຂ່າວ:ກະຊວງການຕ່າງປະເທດ,ພາບ:ສຳນານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ