![]() |
ທ່ານ ພົນໂທ ວົງຄໍາ ພົມມະກອນ ໄດ້ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຕະຫຼອດໄລຍະ 77 ປີຜ່ານມາ ຊຶ່ງກອງທັບປະຊາຊົນລາວ ຍາມໃດກໍຖືເອົາປະຊາຊົນເປັນກົກ, ເປັນບໍ່ເກີດ, ເປັນເຫງົ້າພະລັງແຮງ ແລະ ເປັນບ່ອນອີງອັນແໜ້ນແກ່ນຂອງຕົນ, ການເພີ່ມທະວີກ້ອນກໍາລັງສາ ມັກຄີອັນແໜ້ນແກ່ນຂອງປະຊາຊົນບັນດາເຜົ່າ, ຄວາມເປັນເອກະພາບໃນລະດັບສູງທາງດ້ານການເມືອງ-ແນວຄິດ ລະຫວ່າງປະຊາຊົນກັບກອງທັບ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກຫອມຕອມຕຸ້ມ ແລະ ການປະກອບສ່ວນຊ່ວຍ ເຫຼືອຢ່າງຈິງໃຈຂອງປະຊາຊົນລາວບັນດາເຜົ່າຕໍ່ກອງທັບ, ນັ້ນເປັນກຳລັງແຮງຊະນະເລີດຂອງກອງທັບປະຕິວັດ, ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ກອງທັບປະຊາຊົນເຮົາຈະຕັ້ງໜ້າປະຕິ ບັດບັນດາໜ້າທີ່ອັນກ້າຫານ ເດັດດ່ຽວ ແລະ ມີກຽດສະງ່າງາມໃນຕໍ່ໜ້າ ດ້ວຍຄວາມໜັກແໜ້ນ ເຂັ້ມແຂງໃຫ້ສົມກັບເປັນກອງທັບຂອງປະຊາຊົນຢ່າງແທ້ຈິງ.
ທ່ານ ພົນໂທ ວົງຄໍາ ພົມມະກອນ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະ ຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ບັນດາພະນັກງານນັກຮົບ, ນາຍ ແລະ ພົນທະຫານໃນທົ່ວກອງທັບເຮົາ ຈົ່ງອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ, ຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃຫ້ສົມກັບຄໍາສັ່ງສອນຂອງປະທານ ໄກສອນ ພົມວິຫານ ເວົ້າວ່າ: " ເວລາໃດກອງທັບກໍນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນ ຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫຼມຂອງພັກ".
ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ