ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແລກປ່ຽນ ແລະ ຮ່ວມມືລະຫວ່າງກະຊວງຍຸຕິທຳ

ກະຊວງຍຸຕິທຳລາວ-ຈີນ ເພີ່ມທະວີການຮ່ວມມືສອງຝ່າຍ

ກະຊວງຍຸຕິທຳລາວ-ຈີນ ເພີ່ມທະວີການຮ່ວມມືສອງຝ່າຍ
ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແລກປ່ຽນ ແລະ ຮ່ວມມືລະຫວ່າງກະຊວງຍຸຕິທຳແຫ່ງສປປລາວແລະກະຊວງຍຸຕິທຳແຫ່ງສປຈີນເອີ້ນວ່າ

 

“ຄູ່ສັນຍາທັງສອງຝ່າຍ”ໄດ້ຈັດຂຶ້ນໃນວັນທີ 21 ພະຈິກນີ້ທີ່ໂຮງແຮມແລກມາກແມ່ຂອງລີເວີໄຊນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານໄພວີ ສີບົວລິພາລັດຖະມົນຕີກະຊວງຍຸຕິທຳ,ມີຮອງລັດຖະມົນຕີແລະພະນັກງານທັງສອງຝ່າຍເຂົ້າຮ່ວມ.

ຮ່ວມລົງນາມຄັ້ງນີ້, ຕາງໜ້າຝ່າຍລາວໂດຍທ່ານ ເກດສະໜາພົມມະຈັນຮອງລັດຖະມົນຕີກະຊວງຍຸຕິທຳສປປລາວ, ຝ່າຍສປຈີນໂດຍທ່ານຫວັງເຈີ້ນຈຽງ ຮອງລັດຖະມົນຕີກະຊວງຍຸຕິທຳສປ ຈີນ, ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເຫັນໄດ້ຄວາມສໍາຄັນຂອງການຮ່ວມມືສາກົນ ແລະ ພາກພື້ນເຊັ່ນດຽວກັນກັບການຮ່ວມມືໃນການຈັດຕັ້ງປະຕິບັດແນວຄິດລິເລີ່ມ “ໜຶ່ງເສັ້ນທາງໜຶ່ງແລວທາງ"ເພື່ອລົງເລິກ ແລະ ຂະຫຍາຍການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທຳ ເພື່ອສ້າງກອບການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທຳລະຫວ່າງ ສປຈີນ ແລະ ສປປລາວ.

ສຳລັບຂົງເຂດການຮ່ວມມືດ້ວຍຄວາມສາມາດຂອງຄູ່ສັນຍາ ໂດຍສອດຄ່ອງກັບຂໍ້ກຳນົດ ແລະ ເງື່ອນໄຂທີ່ໄດ້ລະບຸໄວ້ໃນບົດບັນທຶກຄວາມເຂົ້າໃຈສະບັບນີ້, ຄູ່ສັນຍາຕ້ອງຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແຕ່ບໍ່ຈຳກັດເຖິງຂົງເຂດດັ່ງຕໍ່ໄປນີ້: ການຮ່າງ ແລະ ການປັບປຸງກົດໝາຍ ແລະ ລະບຽບການ;ການປະຕິບັດຄໍາຕັດສິນຂອງສານ; ການໃຫ້ຄວາມຮູ້ທາງດ້ານກົດໝາຍໃຫ້ແກ່ປະຊາຊົນຂອງລັດຄູ່ສັນຍາ ແລະ ການໂຄສະນາເຜີຍແຜ່ຄວາມຮູ້ທາງດ້ານກົດໝາຍ;ການຄຸ້ມຄອງວິຊາຊີບຂອງທະນາຍຄວາມ ແລະ ທະບຽນສານ; ການຊ່ວຍເຫຼືອທາງດ້ານກົດໝາຍ; ການແກ້ໄຂຂໍ້ຂັດແຍ່ງໂດຍທາງເລືອກ ລວມທັງການຕັດສິນດ້ວຍກຳມະການ, ການໄກ່ເກ່ຍ ແລະ ການແກ້ໄຂທາງດ້ານບໍລິຫານ; ການຄຸ້ມຄອງການປະຕິບັດງານຂອງສະຖາບັນ ແລະ ການສົ່ງເສີມທາງດ້ານວິຊາການ, ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຄຸ້ມຄອງຄວາມຍຸຕິທຳ; ການໃຫ້ການບໍລິການທາງດ້ານກົດໝາຍໃຫ້ແກ່ປະຊາຊົນ; ຂົງເຂດອື່ນໆທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນຕາມການຕົກລົງຂອງຄູ່ສັນຍາ, ຮູບແບບການຮ່ວມມືຄູ່ສັນຍາ ສາມາດດໍາເນີນການຮ່ວມມືໃນຂົງເຂດການແລກປ່ຽນຂໍ້ມູນຂ່າວສານ ແລະ ເອກະສານກ່ຽວກັບວຽກບໍລິຫານທາງດ້ານກົດໝາຍ ແລະ ຍຸຕິທຳ; ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ; ການຈັດກອງປະຊຸມ ແລະ ສຳມະນາ; ຊຸກຍູ້ສົ່ງເສີມການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ການຫັນເປັນທັນສະໄໝກ່ຽວກັບວຽກງານກົດໝາຍ ແລະຍຸຕິທຳ, ຮູບແບບການຮ່ວມມືອື່ນຕາມການຕົກລົງເຫັນດີຂອງຄູ່ສັນຍາ, ແຜນງານການຮ່ວມມືເພື່ອຈຸດປະສົງຈັດຕັ້ງປະຕິບັດຂົງເຂດການຮ່ວມມືທີ່ກຳນົດຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້, ຄູ່ສັນຍາ, ຖ້າມີຄວາມຈຳເປັນຕ້ອງສ້າງແຜນການຮ່ວມມືສະເພາະ.ເວັ້ນເສຍແຕ່ໄດ້ຕົກລົງໄວ້ຢ່າງອື່ນ, ຄູ່ສັນຍາແຕ່ລະຝ່າຍຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຂອງຕົນ ແລະ ຄ່າໃຊ້ຈ່າຍທີ່ພົວພັນກັບການຮ່ວມມືພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້.ບັນດາກິດຈະກຳການຮ່ວມມືທັງໝົດພາຍໃຕ້ບົດບັນທຶກຄວາມເຂົ້າໃຈຕ້ອງໄດ້ອີງຕາມຖານະທາງດ້ານການເງິນຂອງແຕ່ລະຝ່າຍ.ໃນການຕິດຕໍ່ພົວພັນທີ່ກ່ຽວກັບປະເດັນຕ່າງໆ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈຄູ່ສັນຍາຕ້ອງນໍາໃຊ້ພາສາທາງການຂອງຕົນໄປຄຽງຄູ່ກັບການແປເປັນພາສາອັງກິດ.ການດັດແກ້ບົດບັນທຶກຄວາມເຂົ້າໃຈອາດຈະຖືກດັດແກ້ໄດ້ທຸກເວລາ ໂດຍການເຫັນດີຂອງຄູ່ສັນຍາ. ການດັດແກ້ນັ້ນຈະມີຜົນບັງຄັບໃຊ້ໃນວັນທີ່ທັງສອງຝ່າຍພິຈາລະນານຳກັນ.ການແກ້ໄຂຂໍ້ຂັດແຍ່ງທີ່ພົວພັນກັບການຕີຄວາມໝາຍ ຫຼືການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ໂດຍການປຶກສາຫາລື ແລະ ການເຈລະຈາຕໍ່ລອງລະຫວ່າງຄູ່ສັນຍາບົນພື້ນຖານຄວາມເຂົ້າໃຈຊຶ່ງກັນ ແລະ ກັນ.ຜົນບັງຄັບໃຊ້, ການດັດແກ້ ແລະ ການສິ້ນສຸດບົດບັນທຶກຄວາມເຂົ້າໃຈບໍ່ມີກຳນົດເວລາ, ຈະບໍ່ມີຜົນທາງດ້ານກົດໝາຍ ແລະ ຕ້ອງມີຜົນບັງຄັບໃຊ້ໃນວັນທີ່ໄດ້ລົງນາມ.

ຂ່າວ-ພາບ:ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ໃນວັນທີ 11 ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ພິທີມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກນີ້, ທີ່ສະໜາມກິລາດັ່ງກ່າວ, ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິຊຶໂຕມຸເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີຮອງປະທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ - ລັດຂອງສອງປະເທດລາວ - ຍີ່ປຸ່ນ, ແຂກຖືກເຊີນພ້ອມດ້ວຍມວນຊົນເຂົ້າຮ່ວມ.
ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

​ ສະຖານເອກອັກຄະລັດຖະທູດ ມາເລເຊຍປະຈໍາ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດງານສະເຫຼີມສະຫຼອງວັນຊາດມາເລເຊຍ ຄົບຮອບ 69 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ມາເລເຊຍ ຄົບຮອບ 60 ປີ ຢ່າງເປັນທາງການ ໃນວັນທີ 11 ພະຈິກຜ່ານມານີ້ ທີ່ໂຮງແຮມ ອາວານີ + ລ້ານຊ້າງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ບັນດາທູດ, ທູຕານຸທູດ ພ້ອມແຂກຖືກເຊີນ.
ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກອງປະຊຸມພົບປະແລກປ່ຽນການຮ່ວມມື ລະຫວ່າງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ແຫ່ງ ສປປ ລາວ ແລະ ກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ນະຄອນ ຫຼວງວຽງຈັນ, ຝ່າຍລາວນຳໂດຍທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ຝ່າຍກຳປູເຈຍ ນໍາໂດຍ ທ່ານ ພົນໂທ ສົກເວດສະນາ ຫົວໜ້າກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ  (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 (16th World Socialism Forum) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຫາ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ເປັນເຈົ້າພາບໂດຍ ສະຖາບັນວິທະຍາສາດສັງຄົມຈີນ, ສູນຄົ້ນຄວ້າສັງຄົມນິຍົມໂລກແຫ່ງສະຖາບັນວິທະຍາສາດສັງຄົມຈີນ, ສະຖາບັນຄົ້ນຄວ້າລັດທິມາກ, ສູນຄົ້ນຄວ້າແນວຄິດ (ສີ ຈິ້ນຜິງ) ວ່າດ້ວຍຍຸກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ແລະ ສູນຄົ້ນຄວ້າແນວຄິດການສ້າງຕັ້ງພັກຂອງ (ສີ ຈິ້ນຜິງ).
ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ວັນທີ 9 ພະຈິກຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ຄະນະສິລະປະກອນ ຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນໂທ ດິ່ງ ວັນ ເດ່ ຫົວໜ້າຄະນະສິລະປະກອນ ໄດ້ນຳພາຄະນະ ເຄື່ອນໄຫວສະແດງສິລະປະ ຢູ່ແຂວງອັດຕະປື ເພື່ອສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 51 ປີ ຄື: ວັນທີ 2 ທັນວາ 1975-2 ທັນວາ 2026 ແລະ ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄື: ວັນທີ 5 ກັນຍາ 1962-5 ກັນຍາ 2027 ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2027 ທີ່ຈະມາເຖິງ.
ເພີ່ມເຕີມ