ກອງປະຊຸມ ສະຫຼຸບຄີລາຄາຄືນການພົວພັນຮ່ວມມື ໄລຍະຜ່ານມາ

ກະຊວງຍຸຕິທຳລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກະຊວງຍຸຕິທຳລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື
ກະຊວງຍຸຕິທຳ ແຫ່ງ ສປປ ລາວ -ກະຊວງຍຸຕິທຳສສ ຫວຽດນາມໄດ້ຈັດກອງປະຊຸມ ສະຫຼຸບຄີລາຄາຄືນການພົວພັນຮ່ວມມື ໄລຍະຜ່ານມາ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື,ຝ່າຍລາວ ນຳໂດຍ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ


ແລະ ສະຫາຍ ຫງວ້ຽນຫ໋າຍນິງ ກໍາມະການສູນກາງພັກກອມມູນິດຫວຽດນາມລັດຖະມົນຕີກະຊວງຍຸຕິທໍາ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ18 ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ,ໂດຍມີພະນັກງານທັງສອງຝ່າຍເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ໄພວີ ສີບົວລິພາ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຫງວ້ຽນຫ໋າຍນິງແລະ ຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດລາວ-ຫວຽດນາມ ອ້າຍນ້ອງ ໂດຍສະເພາະສອງກະຊວງຍຸຕິທຳ ທີ່ຈະໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນ ຂອງບົດບັນທຶກການຮ່ວມມື ລະຫວ່າງກະຊວງຍຸຕິທໍາ ສປປ ລາວ ແລະ ສສ ຫວຽດນາມ ໃນໄລຍະແຕ່ປີ 2021-2025ໃຫ້ເຂົ້າສູ່ລ່ວງເລິກ ແລະ ປະກົດຜົນເປັນຈິງຢ່າງມີປະສິດທິພາບ.
ການພົບປະສອງຝ່າຍຄັ້ງນີ້, ສອງຝ່າຍໄດ້ຕີລາຄາຄືນການພົວພັນຮ່ວມມືລະຫວ່າງ 2 ກະຊວງຍຸຕິທຳລາວ-ຫວຽດນາມ ໃນໄລຍະປີ 2022-2024 ສາມາດຍາດໄດ້ສໍາເລັດບາງໜ້າວຽກ ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນ; ການສຳມະນາຍົກລະດັບຄວາມຮູ້ ກ່ຽວກັບກໍ່ສ້າງວິຊາຊີບປະຕິບັດຄໍາຕັດສິນຂອງສານ, ວິຊາຊີບທະບຽນສານ, ວິຊາຊີບຍຸຕິທໍາ; ສຳເລັດການຝຶກອົບຮົມຫຼັກສູດທັກສະການສ້າງນິຕິກຳ; ສຳເລັດການຝຶກອົບຮົມທົດລອງຫຼັກສູດທັກສະການໂຄສະນາເຜີຍແຜ່ກົດໝາຍ; ສຳເລັດຝຶກອົບຮົມທົດລອງຫຼັກສູດທັກສະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍການໄກ່ເກ່ຍ, ການຕັດສິນໂດຍກຳມະການ; ການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ.
ສຳລັບຂະແໜງຍຸຕິທຳຢູ່ຂັ້ນທ້ອງຖິ່ນ ກໍໄດ້ມີການພົວພັນຮ່ວມມືກັນຢ່າງຕໍ່ເນື່ອງລຽນຕິດ ແລະ ດຳເນີນໄປດ້ວຍບັນຍາກາດດີ ຊຶ່ງບໍ່ສະເພາະແຕ່ບັນດາແຂວງ ທີ່ມີຊາຍແດນຕິດຈອດກັນເທົ່ານັ້ນ, ບັນດາແຂວງອື່ນໆ ທີ່ບໍ່ມີຊາຍແດນຕິດຈອດກໍໄດ້ມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ.
ສໍາລັບແຜນການຮ່ວມມືປີ 2025 ແລະ ແຜນບົດບັນທຶກການຮ່ວມມື 5 ປີ (2026-2030)ສອງຝ່າຍຈະໄດ້ສຸມໃສ່ ບາງວຽກງານທີ່ຂະແໜງຍຸຕິທໍາຂອງສອງປະເທດຕ້ອງໄດ້ພັດທະນາ ແລະ ແລກປ່ຽນນຳກັນ ເປັນຕົ້ນຄະນະນໍາກະຊວງຍຸຕິທໍາ ສປປ ລາວ ຈະເດີນທາງໄປພົບປະຢ້ຽມຢາມກະຊວງຍຸຕິທໍາ ສສ ຫວຽດນາມ, ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ; ສ້າງຂີດຄວາມສາມາດໃຫ້ແກ່ຂະແໜງຍຸຕິທໍາ ໂດຍການສ້າງຫຼັກສູດປະລິນຍາຕີ, ຫຼັກສູດປະລິນຍາໂທ, ປັບປຸງຫໍສະໝຸດ; ໂຄງການຫັນເປັນທັນສະໄໝຂອງຂະແໜງການຍຸຕິທໍາ ຂອງ ສປປ ລາວ; ໂຄງການສ້າງຂີດຄວາມສາມາດແກ່ການສ້າງກົດໝາຍ, ໂຄສະນາເຜີຍແຜ່ກົດໝາຍ ແລະ ປະເມີນນິຕິກໍາ ຊຶ່ງຝ່າຍລາວ ໄດ້ສະເໜີ ໃຫ້ຝ່າຍຫວຽດນາມ ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ນັກກົດໝາຍຫວຽດນາມ ມາສ້າງຕັ້ງຫ້ອງການທີ່ປຶກສາກົດໝາຍຢູ່ລາວ ແລະ ຝ່າຍ ລາວ ກໍຈະຊຸກຍູ້ໃຫ້ນັກກົດໝາຍລາວ ໄປສ້າງຕັ້ງຫ້ອງການທີ່ປຶກສາກົດໝາຍຢູ່ຫວຽດນາມ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກກັບ ສະຫາຍ ຟ້າມ ມິງເຊິນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ພ້ອມຄະນະ.
ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ໃນວັນທີ 28 ຕຸລາ ນີ້, ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາທິດສະດີ ສອງພັກຄັ້ງທີ XII ພາຍໃຕ້ຫົວຂໍ້ “ການຈັດຕັ້ງ, ສັບຊ້ອນກົງຈັກລະບົບການເມືອງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ: ບົດຮຽນຂອງລາວ ແລະ ຫວຽດນາມ” ທີ່ຫ້ອງປະຊຸມໂຮງແຮມໂນໂວເທວ ນະຄອນດານັງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຊວນ ຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ແລະ ຝ່າຍລາວ ນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ.
ເຊກອງ-ດານັງສືບຕໍ່ເສີມສ້າງສາຍພົວພັນຮ່ວມມືຮອບດ້ານ.

ເຊກອງ-ດານັງສືບຕໍ່ເສີມສ້າງສາຍພົວພັນຮ່ວມມືຮອບດ້ານ.

ວັນທີ 28 ຕຸລານີ້, ແຂວງເຊກອງ ສປປ ລາວ ແລະ ນະຄອນດານັງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງສອງແຂວງ ຢູ່ທີ່ຫ້ອງປະຊຸມຊັ້ນສາມຫ້ອງວ່າການແຂວງເຊກອງ ໂດຍມີສະຫາຍ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມຄະນະ, ມີທ່ານທ່ານ ຫງວຽນ ດິ່ງ ວິງ ຮອງເລຂາ ຜູ້ປະຈຳການພັກ ນະຄອນດານັງ ພ້ອມຄະນະ ເຂົ້າຮ່ວມ.
ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ

ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ

ພິທີຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ຂຶ້ນໃນວັນ 28 ຕຸລານີ້ ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນທັງເປັນຮອງປະທານ ແລະ ຜູ້ປະຈຳການຄະນະຊີ້ນໍາລະດັບຊາດໄດ້ຖະແຫຼງຂ່າວວ່າ: ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ຊຶ່ງຈະຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ” ແລະ ບັນດາປະເທດເພື່ອນມິດ, ວົງຄະນາຍາດ ສາກົນ, ຄູ່ຮ່ວມພັດທະນາ ແລະ ປະຊາຊົນທົ່ວປະເທດ, ທີ່ໃຫ້ການສະໜັບສະໜູນ, ການຮ່ວມມືດ້ວຍດີຕະຫຼອດມາ ໃນວຽກງານຂະບວນການໂຕະມົນ ກໍຄືວຽກງານການພັດທະນາ ສປປ ລາວ. ກອງປະຊຸມດັ່ງກ່າວເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທີ່ສຸດ ເນື່ອງຈາກເປັນປີທີ່ພວກເຮົາຈະໄດ້ທົບທວນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ກຽມພ້ອມເຂົ້າສູ່ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ລວມທັງເປັນເວທີແຫ່ງການປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດບັນດາຍຸດທະສາດ, ແຜນປະຕິບັດງານ, ມະຕິຄໍາສັ່ງຂອງ ລັດຖະບານ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກວິທີການ ແລະ ມາດຕະການແກ້ໄຂ ແນໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ. ສິ່ງສໍາຄັນອີກປະການໜຶ່ງ ກໍຄືການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026.
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ

ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ

ພາຍຫຼັງພິທີປະກາດຮັບຮອງການສ້າງຕັ້ງສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ, ກໍໄດ້ມີພິທີເປີດປ້າຍສຳນັກງານສະພາການຄ້າດັ່ງກ່າວຢ່າງເປັນທາງການ ໂດຍມີບັນດາການນຳແຂວງອຸດົມໄຊ ແລະ ຜູ້ຕາງໜ້າຈາກຝ່າຍ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ