ປາຖະກະຖາ ວັນສໍາຄັນຂອງຊາດ

ກະຊວງພາຍໃນ ປາຖະກະຖາວັນສໍາຄັນຂອງຊາດ

ກະຊວງພາຍໃນ ປາຖະກະຖາວັນສໍາຄັນຂອງຊາດ
ກະຊວງພາຍໃນ ໄດ້ຈັດກອງປະຊຸມປາຖະກະຖາ ວັນສໍາຄັນຂອງຊາດ ຄື: ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 33 ປີ (15 ສິງຫາ 1991–15 ສິງຫາ 2024),

ວັນຢຶດອໍານາດ 23 ສິງຫາ 1945 ແລະ 23 ສິງຫາ 1975 ຂຶ້ນໃນວັນທີ 23 ສິງຫາ ຜ່ານມາ, ໂດຍການໃຫ້ກຽດປາຖະກະຖາ ຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ມີຄະນະກົມ, ຄະນະພະແນກ, ພະນັກງານ-ລັດຖະກອນ ທີ່ສັງກັດຢູ່ບັນດາກົມ, ຫ້ອງການ ແລະ ສູນ ທົ່ວກະຊວງພາຍໃນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນິສິດ ແກ້ວປັນຍາໄດ້ຍົກໃຫເຫັນວ່າ: ນັບແຕ່ປີ 1986 ເປັນຕົ້ນມາພັກປະຊາຊົນປະຕິວັດລາວໄດ້ວາງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານມີຫຼັກການແລະຜ່ານການປະຕິບັດແນວທາງປ່ຽນແປງໃໝ່ດັ່ງກ່າວຊີວິດສັງຄົມໄດ້ເລັ່ງທວງໃຫ້ພັກແລະລັດເຮົາຕ້ອງຍົກລະດັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂຶ້ນສູ່ລະດັບໃໝ່ດ້ວຍການຄຸ້ມຄອງຕາມລັດຖະທຳມະນູນແລະກົດໝາຍ. ຍ້ອນແນວນັ້ນ, ສະພາປະຊາຊົນສູງສຸດຊຸດທີII ໃນຖານະເປັນສະພາຮ່າງລັດຖະທຳມະນູນທີ່ໄດ້ຮັບການເລືອກຕັ້ງຂຶ້ນໃນປີ 1989 ໂດຍມີຄະນະກຳມະການຮ່າງລັດຖະທຳມະນູນແຫ່ງຊາດເປັນເສນາທິການຈຶ່ງໄດ້ດໍາເນີນການຄົ້ນຄວ້າແລະສ້າງຮ່າງລັດຖະທຳມະນູນຈົນມາເຖິງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດຊຸດທີII ໃນວາລະປະຊຸມວັນທີ 14 ສິງຫາ 1991 ຈຶ່ງໄດ້ຮັບຮອງເອົາລັດຖະທຳມະນູນສະບັບທຳອິດແຫ່ງສປປລາວແລະຕໍ່ມາປະທານປະເທດແຫ່ງສປປລາວກໍໄດ້ອອກລັດຖະດຳລັດສະບັບເລກທີ 55/ປປທ, ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທຳມະນູນແຫ່ງສປປລາວສະບັບທຳອິດຢ່າງເປັນທາງການ.

ລັດຖະທຳມະນູນ ແມ່ນແນວທາງຂອງພັກກຳອຳນາດ ທີ່ຖືກຫັນເປັນກົດໝາຍພື້ນຖານຂອງຊາດ, ເປັນ ພາຫະນະທີ່ສໍາຄັນພື້ນຖານ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳອຳນາດ, ຄຸ້ມຄອງ ລັດ, ຄຸ້ມຄອງ ເສດຖະກິດ - ສັງຄົມ ຂອງປະເທດ. ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການປັບປຸງ ປີ 2003, ປີ 2015 ແລະ ຈະປັບປຸງປີ 2025ເທື່ອນີ້ເປັນຄັ້ງທີ 3 ໃນຕະຫຼອດໄລຍະດັ່ງກ່າວ, ລັດເຮົາກໍໄດ້ຜັນຂະຫຍາຍລັດຖະທຳມະນູນເປັນກົດໝາຍໃນຂົງເຂດຕ່າງໆ ມີຈຳນວນທັງໝົດ 167 ສະບັບ; ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດ ວັດທະນະທໍາ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ, ຂົງເຂດປ້ອງກັນຊາດ- ປ້ອງກັນຄວາມສະຫງົບ 13 ສະບັບ, ຂົງເຂດຕ່າງປະເທດ 5 ສະບັບຊຶ່ງລັດຖະທຳມະນູນ ແລະ ກົດໝາຍ ເຫຼົ່ານັ້ນ ໄດ້ກາຍເປັນພາຫະນະອັນແຫຼມຄົມ ໃນການດັດປັບການພົວພັນສັງຄົມ ຕາມແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ມີຫຼັກການຂອງພັກ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ - ສັງຄົມ ດ້ວຍກົດໝາຍມີ ຄວາມເຂັ້ມງວດ, ສັກສິດເປັນກ້າວໆ, ສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງຂຶ້ນ ຊຶ່ງໄດ້ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.

ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດ ຂອງການປະຕິວັດຊາດ-ປະຊາທິປະໄຕປະຊາຊົນ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ແລະ ແມ່ນຜົນງານອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຮົາ, ເປັນການຢືນຢັນເຖິງຄວາມເປັນ ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດຕໍ່ສາກົນ ທັງສ່ອງແສງ ຢ່າງຈະແຈ້ງ ແລະ ຄົບຖ້ວນ ເຖິງຄວາມມຸ່ງມາດປາຖະໜາອັນສູງສົ່ງ ແລະ ຄວາມເດັດດ່ຽວຕັດສິນໃຈຢ່າງແຮງກ້າ ຂອງວົງຄະນາຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນບຸກບືນສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ແນໃສ່ບັນລຸຈຸດໝາຍ ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຈາກນັ້ນ, ທ່ານ ນິສິດ ແກ້ວປັນຍາ ຍັງໄດ້ເລົ່າຄືນກ່ຽວກັບວັນຢຶດອໍານາດ 23 ສິງຫາ 1945 ແລະ 23 ສິງຫາ 1975ຕື່ມອີກ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ