ກະຊວງພາຍໃນ ເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດ

ກະຊວງພາຍໃນ ເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດ
ກະຊວງພາຍໃນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກ-ຂອງຊາດ ຄື: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ7 ສະໄໝທີ XI, ຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 48ປີ,ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103ປີ, ການສະເຫຼີມສະຫຼອງວັນເກີດປະທານຄໍາໄຕ ສີພັນດອນ ຄົບຮອບ 100ປີ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ75ປີ ຂຶ້ນໃນວັນທີ 14ທັນວານີ້ ທີ່ຫ້ອງປະຊຸມຂອງກະຊວງດັ່ງກ່າວ ໂດຍມີທ່ານ ນິສິດ ແກ້ວປັນຍາ ຮອງເລຂາຄະນະພັກກະຊວງພາຍໃນ, ທ່ານ ນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງພາຍໃນ, ພ້ອມດ້ວຍສະມາຊິກພັກ,ພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານ ນາງລີວົງ ລາວລີ ໄດ້ໃຫ້ກຽດເຜີຍແຜ່ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ວ່າ: ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2023 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວ, ກອງປະຊຸມ ດໍາເນີນບົນຈິດໃຈຍົກສູງຄວາມຮັບຜິດຊອບການເມືອງ,ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ, ໄດ້ເປັນເອກະພາບສູງຕີລາຄາວ່າ: ດ້ວຍຄວາມບຸກບືນສູ້ຊົນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ການຈັດຕັ້ງປະຕິບັດບັນດາແຜນໄດ້ດໍາເນີນໄປຢ່າງຕໍ່ເນື່ອງ, ຄາດຄະເນໝົດປີ 2023 GDP ຈະຂະຫຍາຍຕົວໃນລະດັບ 4,2%, ອັດຕາເງິນເຟີ້ຍັງສູງ ແຕ່ກໍມີທ່າອ່ຽງຫຼຸດລົງ ຈາກ 41,26% ໃນເດືອນກຸມພາ ຫຼຸດລົງມາຢູ່ທີ່ 25,69% ໃນເດືອນກັນຍາ 2023, ການຊຳລະໜີ້ສິນຕ່າງປະເທດ ປະຕິບັດໄດ້ຕາມແຜນ, ກອງປະຊຸມໄດ້ຮັບຮອງເອົາໃນດ້ານຫຼັກການຕໍ່ທິດທາງ, ແຜນການປະຈຳປີ 2024 ໂດຍເນັ້ນໜັກບັນຫາຈໍານວນໜຶ່ງ ເພື່ອໃຫ້ລັດຖະບານເອົາໃຈໃສ່ປັບປຸງ ແລ້ວນໍາສະເໜີຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ແຜນການປີ 2024 ຕ້ອງເປັນແຜນທີ່ບຸກບືນສູ້ຊົນສູງ ແລະ ທັງຕ້ອງມີລັກສະນະບຸກທະລຸຢ່າງແຂງແຮງ ແລະ ມີຈຸດສຸມແນໃສ່ສ້າງພື້ນຖານ ແລະ ທ່ວງທ່າໜັກແໜ້ນ ໃຫ້ແກ່ປີມ້ວນທ້າຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ດ້ວຍຜົນສໍາເລັດຕາມເປົ້າໝາຍ ແລະ ອື່ນໆອີກ.
    ກອງປະຊຸມ ໄດ້ວາງຈຸດສຸມນໍາພາຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ຮອດກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄໝທີ XI ຄື: ຊີ້ນຳການຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ຂອງປະເທດຊາດ ໃຫ້ໜັກແໜ້ນ, ສັງຄົມໃຫ້ມີຄວາມສະຫງົບປອດໄພ, ສືບຕໍ່ຊີ້ນໍາຄະນະສະເພາະກິດ 19/ກມສພ ສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ມີທ່ວງທ່າ ແລະ ການຫັນປ່ຽນໃໝ່, ຊີ້ນໍາການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະປະຕິຮູບລັດວິສາຫະກິດ ໃຫ້ເປັນລະບົບ ແລະ ເພື່ອແກ້ໄຂບັນຫາແລະ ວຽກງານອື່ນໆ.
    ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມປະຊຸມ ຍັງໄດ້ຮັບຟັງ ຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 48ປີ,ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103ປີ, ສະເຫຼີມສະຫຼອງວັນເກີດປະທານຄໍາໄຕ ສີພັນດອນ ຄົບຮອບ 100ປີ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ75ປີ.  
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ