ກະຊວງປ້ອງກັນປະເທດ ກຽມພ້ອມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ກະຊວງປ້ອງກັນປະເທດ ກຽມພ້ອມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ພິທີຖະແຫຼງຂ່າວການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີໄດ້ຈັດຂຶ້ນໃນວັນທີ 5 ມັງກອນນີ້, ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດຖະແຫຼງຂ່າວຂອງທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ທ່ານກ່າວວ່າ: ວັນສ້າງຕັ້ງກອງ ທັບປະຊາຊົນລາວໄດ້ໝູນວຽນມາບັນຈົບຄົບຮອບ 75 ປີ, ຊຶ່ງໃນປີ 2024 ນີ້, ກົມການເມືອງສູນກາງພັກໄດ້ຕົກລົງໃຫ້ຈັດຕັ້ງພິທີສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນຂະບວນກວ້າງຂວາງໃນທົ່ວສັງຄົມ ຊຶ່ງມີມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດ ຊອບຊີ້ນຳລະດັບຊາດ, ອະນຸກໍາມະການຮັບຜິດຊອບແຕ່ລະເນື້ອໃນໂດຍແມ່ນທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ເປັນຫົວໜ້າພາຍໃຕ້ການຊີ້ນຳຂອງຄະນະຊີ້ນຳລະດັບຊາດ, ມີບັນດາຄະນະຮັບຜິດຊອບ, ອະນຸກຳມະການຕ່າງໆຂັ້ນກະຊວງປ້ອງກັນປະເທດ, ໄດ້ຍົກສູງຄວາມຮັບຜິດຊອບເຂົ້າໃນການຫ້າງຫາກະກຽມວຽກງານດ້ານຕ່າງໆໃຫ້ທັນກັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີໃນວັນທີ 20 ມັງກອນ 2024, ຄະນະຮັບຜິດຊອບກະຊວງປ້ອງກັນປະເທດໄດ້ກະກຽມ ແລະ ດຳເນີນການເຄື່ອນໄຫວກິດຈະກຳຕ່າງໆ ຊຶ່ງມີຜົນສຳເລັດຄື: ສ້າງບັນດາເອກະສານທີ່ເປັນບ່ອນອີງກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ຈັດຕັ້ງຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານຜູ້ທີ່ເຮັດວຽກງານການເມືອງ, ພະນັກງານໂຄສະນາອົບຮົມຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນທົ່ວກອງທັບ, ປັບປຸງ-ຮຽບຮຽງບົດປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 75 ປີ ເພື່ອເຄື່ອນໄຫວປາຖະກະຖາຢູ່ແຕ່ລະອົງການ, ກະຊວງ, ກົມກອງ, ສຳເລັດການງານແຂ່ງຂັນສິລະປະ-ວັນນະຄະດີທົ່ວກອງທັບ ໂດຍຈັດຕັ້ງເປັນ 5 ເຂດ, ມີ 55 ຫົວໜ່ວຍກົມກອງເຂົ້າຮ່ວມ, ສໍາເລັດການຕ້ອນຮັບ ແລະ ນຳພາຄະນະສິລະປະກອນກອງທັບປົດປ່ອຍປະຊາຊົນຈີນ ເຄື່ອນໄຫວສະແດງມິດຕະພາບຢູ່ບາງກົມກອງເຂດໃຈກາງນະຄອນຫຼວງ ແລະ ແຂວງວຽງຈັນ, ສົມທົບພາກສ່ວນກ່ຽວຂ້ອງພິມ ແລະ ຕິດຕັ້ງຍ້າຍໂຄສະນາຮູບພາບມູນເຊື້ອກອງທັບຢູ່ຕໍ່ໜ້າສຳນັກງານກະຊວງປ້ອງກັນປະເທດ, ຢູ່ຕໍ່ໜ້າວິທະຍາຄານໄກສອນ ພົມວິຫານ ແລະ ໂຮງໝໍສູນກາງ 103 ແລະ ຢູ່ຕໍ່ໜ້າກອງພັນ 233, ບັນດາກົມກອງສື່ມວນຊົນກອງທັບເຄື່ອນໄຫວເກັບກໍາຂ່າວ, ຂຽນບົດຄວາມວຽກດີຄົນເດັ່ນ, ສຳພາດປະຫວັດພະນັກ ງານປະຕິວັດອາວຸໂສອື່ນໆ, ໂຄສະນາຜ່ານລະບົບພາຫະນະສື່ມວນຊົນກອງທັບຢ່າງເນື່ອງນິດລຽນຕິດ ເປີດຂະບວນການແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊົນລາວ ຄົບຮອບ 75 ປີທີ່ຈະມາເຖີງໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ, ສຳເລັດການກໍ່ສ້າງ, ປັບປຸງ ແລະ ຈັດວາງຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວຄືນໃໝ່ໃຫ້ມີຄວາມສວຍງາມ ແລະ ທັນສະໄໝ ໄດ້ຈັດພິທີເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 13 ທັນວາ 2023 ຜ່ານມາ, ຈັດຕັ້ງການຄັດເລືອກຜົນງານ, ຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ. ສຳເລັດການຈັດຕັ້ງແຂ່ງຂັນກິລາມວນຊົນຢູ່ 5 ເຂດ, ກິລາຍິງປືນທະຫານຮາບ-ກຳລັງໄຟແບກຫາບຢູ່ 6 ເຂດ ຊີງຂັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຄັດເລືອກເອົາຕົວແທນແຕ່ລະເຂດເຂົ້າຮ່ວມແຂ່ງຂັນກິລາກາຍະກຳຢູ່ນະຄອນຫຼວງວຽງຈັນ.
ນັບແຕ່ນີ້ຮອດວັນທີ 20 ມັງກອນ 2024 ພວກເຮົາຈະໄດ້ສືບຕໍ່ຈັດຕັ້ງເຄື່ອນໄຫວບັນດາກິດຈະກໍາຕ່າງໆເຊັ່ນ:
ເຄື່ອນໄຫວໂຄສະນາ, ປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 75 ປີໃຫ້ທົ່ວສັງຄົມຮັບຮູ້ຢ່າງກວ້າງຂວາງ,ຕ້ອນຮັບຄະນະສິລະປະກອນກອງທັບປະຊາຊົນຫວຽດນາມມາສະແດງມິດຕະພາບຢູ່ສປປ ລາວ, ຈັດຕັ້ງແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນໂດຍຈັດຕັ້ງແຂ່ງຂັນຢູ່ເຂດໃຈກາງນະຄອນຫຼວງ (ເດີ່ນກິລາກອງທັບຫຼັກ 5, ຈັດຕັ້ງຊ້ອມຮົບສະແດງຍິງລູກປືນແທ້ຂອງບັນດາເຫຼົ່າຮົບຢູ່ສະໜາມຝຶກແອບວິທະຍາຄານກົມມະດໍາໃນວັນທີ 17/1/2024 (ຕອນເຊົ້າ) ເຊີນການນຳພັກ-ລັດລົງຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີຢູ່ບັນດາກົມກອງຈໍານວນໜຶ່ງ, ຈັດຕັ້ງອວຍພອນການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ-ບຳນານ, ຢ້ຽມຢາມພະນັກງານຜູ້ຖືກບາດເຈັບ-ເຈັບປ່ວຍທີ່ນອນປິ່ນປົວຢູ່ໂຮງໝໍ ແລະ ບັນດາສູນເສຍອົງຄະ, ຈັດຕັ້ງວາງສະແດງຜະລິດຕະພັນສິນຄ້າການທະຫານຢູ່ເດີ່ນສະໜາມຫຼວງໃນລະຫວ່າງວັນທີ 12-18 ມັງກອນ 2024, ສຳລັບໃນວັນທີ 19 ມັງກອນ 2024 ການນຳພັກ-ລັດໄດ້ຕົກລົງຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງລະດັບຊາດ ແລະ ຖ່າຍທອດສົດພິທີດັ່ງກ່າວຜ່ານໂທລະພາບ ແລະ ວິທະຍຸຢູ່ຫໍປະຊຸມແຫ່ງຊາດ, ຈັດຕັ້ງຍ່າງມາລາທອນເພື່ອສຸຂະພາບຢູ່ສວນນ້ຳບຶງທາດຫຼວງໂດຍແມ່ນແນວລາວສ້າງຊາດເປັນຜູ້ຈັດ, ຈັດຕັ້ງພົບປະວິລະຊົນ, ນັກຮົບແຂ່ງຂັນ, ພະນັກງານປະຕິວັດອາວຸໂສ, ຈັດຕັ້ງຮັບພິທີການອວຍພອນຈາກບັນດາກະຊວງ, ອົງການຕ່າງໆໃນວັນທີ 18 ມັງກອນ 2024, ການກະກຽມຈັດຕັ້ງສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ກະຊວງປ້ອງກັນປະເທດໄດ້ດຳເນີນໄປຕາມຄຳສັ່ງຂອງຄະ ນະເລຂາທິການສູນກາງພັກ ແລະ ແຜນການທີ່ໄດ້ຕົກລົງເປັນເອກະພາບໃນທົ່ວກອງທັບ ເພື່ອເສີມຂະຫຍາຍມູນເຊື້ອ, ທາດແທ້ຜົນງານໄຊຊະນະອັນໃຫຍ່ຫຼວງ, ວິລະກຳອັນລ້ຳເລີດຂອງກອງທັບປະຊາຊົນລາວ ໃຫ້ທົ່ວທັງຊາດຮັບຮູ້-ເຂົ້າໃຈຢ່າງກວ້າງຂວາງທົ່ວເຖິງ ແລະ ເລິກເຊິ່ງ, ການເຄື່ອນໄຫວຈັດຕັ້ງສະເຫຼີມສະຫຼອງໂດຍຖືເອົາເນື້ອໃນຈິດໃຈເປັນຈຸດໜັກ. ຕາງໜ້າຄະນະນໍາກະຊວງປ້ອງກັນປະເທດ ຮຽກຮ້ອງມາຍັງບັນດາສະຫາຍຄະນະພັກ, ບັນດາກະຊວງ, ສື່ມວນຊົນທຸກພາກສ່ວນ ຈົ່ງໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງເປັນຂະບວນກວ້າງຂວາງ ຮັບຮູ້ເຂົ້າໃຈຕໍ່ໄຊຊະນະ, ຜົນງານຂອງກອງທັບຕະຫຼອດ 75 ປີຜ່ານມາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ