ແກ່ນພັນ ແຫ່ງອານາຄົດ ໄດ້ຮ່ວມກັນສ້າງຜູ້ນໍາດ້ານດີຈີຕອນ ເພື່ອພາກພື້ນຂອງເຮົາ

ແກ່ນພັນ ແຫ່ງອານາຄົດ ໄດ້ຮ່ວມກັນສ້າງຜູ້ນໍາດ້ານດີຈີຕອນ ເພື່ອພາກພື້ນຂອງເຮົາ
ໂດຍ: ສ.ບຸດປະຊາ
    ເມື່ອເວົ້າເຖິງການບໍາລຸງສ້າງໄວໜຸ່ມ ເພື່ອສົ່ງເສີມເຂົາເຈົ້າເປັນທ່າແຮງໃຫ້ແກ່ການພັດທະນາດ້ານດີຈີຕອນ ສໍາລັບ 10 ປະເທດອາຊຽນ ແລະ ພາກພື້ນອາຊີປາຊີຟິກ, ໜຶ່ງບໍລິສັດເອກະຊົນ ທີ່ໂດດເດັ່ນກໍຄື ຫົວເຫວີຍ ຂອງ ສປ ຈີນ ແມ່ນມີສ່ວນສຳຄັນຕໍ່ກັບວຽກງານນີ້ ໂດຍໄດ້ດຳເນີນໂຄງການ “ແກ່ນພັນ ແຫ່ງອານານົດ” ຢູ່ບັນດາປະເທດໃນໂລກເມື່ອປີ 2008 ແລະ ສຳລັບ ສປປ ລາວ ແມ່ນເລີ່ມໃນປີ 2016. 
    “ແກ່ນພັນ ແຫ່ງອານາຄົດ” ຄືໂຄງການສົ່ງເສີມຜູ້ມີຄວາມສາມາດທີ່ໂດດເດັ່ນຂອງຫົວເຫວີຍ ຊຶ່ງຜູ້ທີ່ເຂົ້າຮ່ວມຈະໄດ້ສໍາຜັດກັບເຕັກໂນໂລຊີ ແລະ ປະສົບການດ້ານວັດທະນະທໍາທີຫຼາກຫຼາຍ, ການສະເໜີແນວທາງແກ້ໄຂບັນຫາສັງຄົມ ຜ່ານໂຄງການ Tech4Good ທີ່ມີິເປົ້າໝາຍໃນການສ້າງຜູ້ນໍາດ້ານໄອຊີທີ ແຫ່ງອານາຄົດ. ໃນປີນີ້, ຫົວເຫວີຍ, ມູນນິທິອາຊຽນ ແລະ ອົງການລັດຖະມົນຕີສຶກສາແຫ່ງອາຊີຕາເວັນອອກສຽງໃຕ້ (SEAMEO) ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມສຸດຍອດ “ແກ່ນພັນ ແຫ່ງອານາຄົດ” ປະຈໍາປີ 2023 ທີ່ ສປ ຈີນ ໂດຍຮ່ວມກັນ ເພື່ອອານາຄົດດີຈີຕອນຂອງພວກເຮົາ; ພ້ອມດຽວກັນນີ້, ການຮ່ວມມືແບບກວມລວມ ລະຫວ່າງ ຫົວເຫວີຍ ແລະ ສະຫະພັນໂທລະຄົມມະນາຄົມສາກົນ (ITU) ກໍໄດ້ເລີ່ມຕົ້ນ ດ້ວຍທ່າອ່ຽງຂອງການພັດທະນາດີຈີຕອນສໍາລັບພາກພື້ນ.
    ກອງປະຊຸມສຸດຍອດ “ແກ່ນພັນ ແຫ່ງອານາຄົດ” ປະຈໍາປີ 2023 ໄດ້ເປີດຂຶ້ນຢ່າງເປັນທາງການເມື່ອວັນທີ 19 ກັນຍາ 2023 ເພື່ອຮ່ວມກັນດຳເນີນງານ ການເສີ່ມສ້າງທັກສະດ້ານດີຈີຕອນ ພາຍໃຕ້ຫົວຂໍ້; “ເຊື່ອມຕໍ່, ຝຶກຝົນ, ມີສ່ວນຮ່ວມ ເພື່ອການເຕີບໂຕຂອງຜູ້ທີ່ມີຄວາມສາມາດດ້ານດີຈີຕອນຂອງພວກເຮົາ” ຊຶ່ງມີຜູ້ເຂົ້າຮ່ວມໂຄງການຈໍານວນ 91 ທ່ານ ທີ່ມາຈາກ 19 ປະເທດ ລວມທັງ 10 ປະເທດອາຊຽນ, ສປຈີນ ເຈົ້າພາບ ແລະ ສ ເກົາຫຼີ, ຍີ່ປຸ່ນ, ບັງກລາເທດ, ເນປານ, ສີລັງກາ, ມານດິບ, ຟີຈິ ແລະ ໝູ່ເກາະໂຊໂລມອນ. ທັງໝົດທີ່ເຂົ້າຮ່ວມໄດ້ຮັບການຄັດເລືອກໂດຍ ຫົວເຫວີຍ, ມູນນິທິອາຊຽນ ແລະ ITU. ໃນໂອກາດນີ້ ຫົວເຫວີຍ ກໍໄດ້ເນັ້ນເຖິງບົດບາດສຳຄັນຂອງໄວໜຸ່ມ ໃນວິວັດທະນາການທາງດີຈີຕອນຂອງພາກພື້ນ. ພ້ອມດຽວກັນນີ້, ທ່ານ ໄຊມອນ ຫຼິນ ປະທານບໍລິສັດຫົວເຫວີຍ ປະຈໍາອາຊີປາຊີຟິກ ກ່າວວ່າ: ປີນີ້, ເປັນອີກປີໜຶ່ງທີ່ ຫົວເຫວີຍ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ແກ່ນພັນ ແຫ່ງອານາຄົດ ຂອງອາຊີປາຊີຟິກ. ທຸກປີ, ພວກເຮົາຈະເຫັນໄດ້ວ່າ ໂຄງການນີ້ ເຕີບໂຕໄປພ້ອມກັບສິ່ງ ໃໝ່ໆ ໂດຍມີຄູ່ຮ່ວມງານເຂົ້າຮ່ວມເພີ່ມຂຶ້ນ. ໃນຂະນະດຽວກັນ, ສິ່ງທີ່ບໍ່ມີການປ່ຽນແປງຄື: ການຮ່ວມມື, ຄວາມໄວ້ວາງໃຈ ແລະ ການເສີ່ມສັກຍະພາບໃຫ້ໄວໜຸ່ມ.
    ກ່ອນເປີດກອງປະຊຸມສຸດຍອດ, ໄດ້ມີການເລີ່ມງານດ້ວຍຂະບວນພາເລດ ວັດທະນະທໍາ ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງ 19 ປະເທດ ລວມທັງນັກສຶກສາ ທີ່ເປັນຕົວແທນຈາກບໍລິສັດຫົວເຫວີຍລາວ ດ້ວຍການແຕ່ງກາຍຊຸດປະຈໍາຊາດ ທັງມີການທັກທາຍຜູ້ຊົມ ແລະ ແບ່ງປັນວັດທະນະທໍາຂອງຕົນເອງຢ່າງພາກພູມໃຈ. ກ້າວສູ່ພິທີເປີດຢ່າງເປັນທາງການ, ທ່ານ ເກົາ ຄິມ ຮວນ ເລຂາທິການອາຊຽນ ກ່າວວ່າ: ຂ້າພະເຈົ້າຂໍສະໜັບສະໜູນຄວາມຄິດລິເລີ່ມ ນໍາໂດຍເອກະຊົນ ທີ່ມີວິໄສທັດໃນການດຶງດູດຄືກັນ ແລະ ບົ່ມເພາະຜູ້ມີຄວາມສາມາດດ້ານດີຈີຕອນເຊັ່ນ: “ໂຄງການ ແກ່ນພັນ ແຫ່ງອານາຄົດ”. ຂ້າພະເຈົ້າ ຫວັງວ່າ ໂຄງການນີ້ ຈະຊ່ວຍໃຫ້ໂອກາດແກ່ໄວໜຸ່ມ ພ້ອມທັງໃຫ້ຄວາມສຳຄັນກັບກຸ່ມທີ່ມີຄວາມສ່ຽງ ກໍຄືເພດຍິງ, ຄົນພິການ ແລະ ຜູ້ທີ່ມາຈາກຊົນນະບົດ ເພື່ອໃຫ້ເກີດການມີສ່ວນຮ່ວມ ແລະ ໃຫ້ມີຄວາມສົມດຸນ ບໍ່ມີການແບ່ງແຍກ.
    ໃນພິທີເປີດ. ຜູ້ແທນທີ່ເຂົ້າຮ່ວມ ຕາງກໍຕີລາຄາສູງຕໍ່ກອງປະຊຸມສູດຍອດ ຄັ້ງນີ້, ທ່ານ  ໂຫວ ຢານສີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາອາຊຽນ ໄດ້ກ່າວວ່າ: ສິ່ງນີ້ບໍ່ພຽງແຕ່ເປັນການປູກຝັງ “ແກ່ນພັນ” ເພື່ອການປ່ຽນແປງທາງດີຈີຕອນຂອງປະເທດໃນອາຊຽນເທົ່ານັ້ນ, ແຕ່ຍັງເປັນການຊຸກຍູ້ ໄວໜຸ່ມຄົນຮຸ່ນໃໝ່ ຍົກລະດັບການຮ່ວມມື ຈີນ-ອາຊຽນ. ທ່ານ ເຮັງ ສາຣິດ ຜູ້ແທນຖາວອນ ແຫ່ງຣາຊະອານາຈັກກຳປູເຈຍ ປະຈໍາອາຊຽນ ແລະ ປະທານຄະນະຮັບຜິດຊອບມູນນິທິອາຊຽນ ກໍໄດ້ກ່າວຂອບໃຈມາຍັງ ຫົວເຫວີຍ ວ່າ: ການຮ່ວມມືກັບມູນນິທິອາຊຽນ ເພື່ອສ້າງເວທີທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມໃນພາກພື້ນອາຊີປາຊີຟິກ ເຮັດໃຫ້ເຂົາເຈົ້າສາມາດເສີມຂະຫຍາຍທັກສະດ້ານດີຈີຕອນ ແລະ ຂະຫຍາຍເຄືອຂ່າຍຂອງເຂົາເຈົ້າ ລື່ນກາຍຂອບເຂດລະດັບຊາດ. ທ່ານ ກິດສະໄຊ ສົມສະໝານ ຜູ້ອຳນວຍການສູນພູມມິພາ ວ່າດ້ວຍສະແຕມສຶກສາຂອງ SEAMEO (ສະເຕມສຶກສາ: STEM Education ຊຶ່ງແມ່ນການສຶກສາທີ່ບໍາລຸງກໍ່ສ້າງຄວາມຮູ້ໃນ 4 ສາຂາວິຊາຄື:  ວິທະຍາສາດ ທໍາມະຊາດ, ເຕັກໂນໂລຊີ, ວິສະວະກຳສາດ, ຄະນິດສາດ) ໄດ້ກ່າວຍໍ້າເຖິງຄວາມເລັ່ງດ່ວນຂອງການຝຶກຝົນຜູ້ມີຄວາມສາມາດດ້ານດີຈີຕອນວ່າ: ໃນສະພາບແວດລ້ອມທີ່ດີຈີຕອນ ມີການພັດທະນາຢ່າງວ່ອງໄວ, ການຝຶກຝົນຄວາມສາມາດດ້ານດີຈີຕອນ ມີຄວາມສຳຄັນຫຼາຍຂຶ້ນກວ່າແຕ່ກ່ອນ ຊຶ່ງເປັນຂໍກະແຈສຳຄັນໃນການສົ່ງເສີມການເຕີບໂຕ ແລະ ການປັບຕົວ ທັງມີອິດທິພົນຕໍ່ການປະຕິວັດອຸດສາຫະກຳ, ສັງຄົມ ແລະ ເສດຖະກິດ. ໂຄງການ “ແກ່ນພັນ ແຫ່ງອານາຄົດ” ຈຸດໃຈກາງຂອງໂຄງການ ໄດ້ຮັບການອອກແບບມາເພື່ອສ້າງແຮງບັນດານໃຈ ແລະ ອົບຮົມສັ່ງສອນຜູ້ນໍາຮຸ່ນຕໍ່ໄປ.
    ພ້ອມນີ້, ຫົວເຫວີຍ ແລະ ITU ໄດ້ປະກາດຖະແຫຼງການຮ່ວມ ໂດຍເນັ້ນ 6 ປະເດັນສຳຄັນຂອງການຮ່ວມມືທາງດີຈີຕອນ ໃນທົ່ວອາຊີປາຊີຟິກ ລວມເຖິງນະໂຍບາຍດ້ານໄອຊີທີ ແລະ ລະບຽບຂໍ້ບັງຄັບຕ່າງໆ, ການວິໄຈຮ່ວມກັນ, ວາງໂຄງຮ່າງພື້ນຖານຮ່ວມກັນ, ສ້າງຄວາມສາມາດດ້ານດີຈີຕອນ, ສ້າງຄວາມເຂັ້ມແຂງຂອງເດັກຍິງ ແລະ ໄວໜຸ່ມ, ການແບ່ງປັນການປະຕິບັດຕົວຈິງດ້ານດີຈີຕອນ. ໃນວາລະປິດທ້າຍ, ກໍໄດ້ມີເວທີເສວະນາ ນໍາໂດຍ ທ່ານ ປິຕິ ສີແສງນາມ ກຳມະການບໍລິຫານມູນນິທິອາຊຽນ; ຮ່ວມເວທີເສວະນາມີຜູ້ຊ່ຽວຊານຈາກ ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕົວແທນຈາກຫົວເຫວີຍ ແລະ ຜູ້ເຂົ້າຮ່ວມ “ແກ່ນພັນ ແຫ່ງອານາຄົດ” ຊຶ່ງໄດ້ມີອະພິປາຍເຈາະເລິກເຂົ້າໄປໃນຄວາມຊັບຊ້ອນຂອງການສ້າງຜູ້ນໍາແຫ່ງອານາຄົດ ດ້ວຍການປິດຊ່ອງວ່າງ, ໝູນໃຊ້ທັກສະດ້ານດີຈີຕອນ ແລະ ບໍາລຸງສ້າງທັກສະໄປຕະຫຼອດຊີວິດ.
    ກ່ອນກອງປະຊຸມສຸດຍອດນີ້, ນັກສຶກສາ 91 ຄົນ ໄດ້ໄປທັດສະນະສຶກສາທີ່ວິທະຍາເຂດຂອງຫົວເຫວີຍ ໃນ ເຊີນເຈິ້ນ ແລະ ຕົງກວນ ປະເທດຈີນ ຊຶ່ງເປັນສ່ວນເສີມຂະຫຍາຍປະສົບການອັນໜ້າຈົດຈໍາຂອງເຂົາເຈົ້າ. ໃນບ່ອນນັ້ນ, ເຂົາເຈົ້າໄດ້ຮັບຂໍ້ມູນທີ່ເປັນເອກະລັກໃນດ້ານຕ່າງໆ ເປັນຕົ້ນ ດ້ານທິດສະດີ, ພະລັງງານດີຈີຕອນ, ເຕັກໂນໂລຊີລົດຍົນ ແລະ ຄວາມປອດໄພທາງໄຊເບີ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ