ແກ່ນທ້າວ ອົບຮົມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V

ແກ່ນທ້າວ ອົບຮົມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V

ແກ່ນທ້າວ ອົບຮົມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V
ໃນວັນທີ 20 ຕຸລານີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຝຶກອົບຮົມ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ.
ແກນທາວ ອບຮມການສາຫວດພນລະເມອງ ແລະ ທຢອາໄສທວປະເທດຄງທ V - image 1
 

ທ່ານ ສີຄານ ແກ່ນມະນີ ໄດ້ກ່າວວ່າ: ວຽກສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ໄດ້ຈັດຕັ້ງປະຕິບັດຢູ່ໃນທຸກໆ 10 ປີ ຊຶ່ງມີຈຸດປະສົງ ເພື່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ທັງເກັບກຳສະພາບການຂະຫຍາຍຕົວຂອງພົນລະເມືອງ ແລະ ເກັບກຳສະພາບທີ່ຢູ່ອາໄສຂອງພົນລະເມືອງ. ເພື່ອເກັບກໍາຂໍ້ມູນພື້ນຖານຂອງພົນລະເມືອງລາວ ກ່ຽວກັບການສຶກສາ, ດ້ານສາທາລະນະສຸກ, ຄຸນລັກສະນະທີ່ຢູ່ອາໄສ, ການດຳລົງຊີວິດ, ສະພາບຄວາມພິການ ແລະ ສະພາບການຍົກຍ້າຍຂອງພົນລະເມືອງ. ເກັບກໍາສະພາບກໍາລັງແຮງງານ ແລະ ສະພາບການມີວຽກເຮັດງານທໍາ. ສ້າງຖານຂໍ້ມູນໃຫ້ແກ່ການຄາດຄະເນພົນລະເມືອງໃນການສຳຫຼວດສຳມະໂນຄົວ ແລະ ຂຶ້ນທະບຽນພົນລະເມືອງ. ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານ ສະຖິຕິດ້ານຕ່າງໆໃຫ້ມີຄວາມຄົບຖ້ວນສົມບູນຍິ່ງຂຶ້ນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ. ສຳຫຼວດຂໍ້ມູນທາງດ້ານເສດຖະກິດ ແລະ ສະພາບທ່າອ່ຽງໃນດ້ານສັງຄົມ ແລະ ຄວາມສະເໝີພາບຍິງ-ຊາຍ.

ທ່ານ ສີຄານ ແກ່ນມະນີ ຍັງໄດ້ກ່າວຕື່ມວ່າ: ການຝຶກອົບຮົມຄັ້ງນີ້, ແມ່ນເພື່ອຝຶກອົບຮົບບັນດານັກກວດກາ ແລະ ນັກເດີນສຳຫຼວດຂັ້ນເມືອງ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບກອບແນວຄວາມຄິດ, ຈຸດປະສົງ ແລະ ວິທີການເກັບກຳຂໍ້ມູນ, ກວດກາຂໍ້ມູນຂອງນັກເດີນສຳຫຼວດໃຫ້ມີຄວາມເປັນເອກະພາບຢ່າງເລິກເຊິ່ງ ແລະ ຮັບປະກັນຄວາມຖືກຕ້ອງ, ເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງ ນັກກວດກາ ແລະ ນັກເດີນສຳຫຼວດ ລວມທັງວິທີການ ແລະ ຂັ້ນຕອນ ໃນການເກັບກຳຂໍ້ມູນພາກສະໜາມ ແລະ ເອກະພາບກ່ຽວກັບແຜນການຝຶກອົບຮົມສຳລັບນັກກວດກາ, ນັກເດີນສຳຫຼວດຂັ້ນເມືອງ, ຈຳນວນເຂດສຳຫຼວດ, ຈຳນວນນັກເດີນສຳຫຼວດ, ນັກກວດກາ ທີ່ຮັບຜິດຊອບຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະ ໜາມ ຊຶ່ງການຝຶກອົບຮົມຈະໄດ້ຈັດຕັ້ງປະຕິບັດເປັນເວລາ 10 ວັນ ແລະ ທ່ານໄດ້ຮຽກຮ້ອງມາຍັງນັກສຳມະນາກອນທຸກທ່ານຈົ່ງສຸມສະຕິປັນຍາເອົາໃຈໃສ່ໃນການຕິດຕາມຮັບຟັງ, ແລກປ່ຽນບົດຮຽນສ້າງຄວາມເປັນເອກະພາບວິທີຈັດຕັ້ງປະຕິບັດ ແລະ ປະຕິບັດໂມງເວລາເຂັ້ມງວດ.

(ຂ່າວ: ແກ່ນທ້າວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

9 ເດືອນຜ່ານມາ ຄະນະບໍລິຫານງານພັກເມືອງນໍ້າບາກ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ

9 ເດືອນຜ່ານມາ ຄະນະບໍລິຫານງານພັກເມືອງນໍ້າບາກ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ

ເມື່ອບໍ່ດົນມານີ້, ອົງຄະນະພັກເມືອງນໍ້າບາກ ແຂວງຫຼວງພະບາງ, ໄດ້ຈັດກອງປະຊຸມ ຄົບບໍລິຫານງານພັກເມືອງ ຄັ້ງທີ່ 3 ສະໄຫມທີ່ X ໂດຍເປັນປະທານຂອງ ສະຫາຍ ສົມຫວັງ ພອນຄຳວົງສາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການຂອງເມືອງ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະ ກໍາມາທິການແຜນການ ການເງິນ ແລະ ການກວດສອບ

ກອງປະຊຸມຄົບຄະນະ ກໍາມາທິການແຜນການ ການເງິນ ແລະ ການກວດສອບ

ກໍາມາທິການແຜນການ, ການເງິນ ແລະ ກວດສອບ (ກຜງສ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຂອງຕົນຂຶ້ນ ໃນວັນທີ 17 ຕຸລານີ້ ທີ່ຫ້ອງປະຊຸມຂອງ ສພຊ, ໂດຍການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ກໍາມະການສູນກາງພັກ ກໍາມະການໃນຄະນະປະຈໍາສະພາແຫ່ງຊາດ ປະທານ ກໍາມາທິການ ແຜນການ, ການເງິນ ແລະ ການກວດສອບ, ເປັນກຽດເຂົ້າຮ່ວມ ມີທ່ານ ສົມມາດ ພົນເສນາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານ ກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ບັນດາທ່ານ ປະທານ, ຮອງປະທານກໍາມາທິການ ສະພາແຫ່ງຊາດ, ບັນດາທ່ານກໍາມະການຂອງ ກຜງສ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງໃນຂອບເຂດທົ່ວປະເທດພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມ ພຽງ.
ມອບ-ຮັບໜ້າທີ່ ປະທານສະມາຄົມນັກທຸລະກິດໜຸ່ມ ນວ

ມອບ-ຮັບໜ້າທີ່ ປະທານສະມາຄົມນັກທຸລະກິດໜຸ່ມ ນວ

ສະມາຄົມນັກທຸລະກິດໜຸ່ມ ນະຄອນຫຼວງວຽງຈັນ (ສທໜ ນວ) ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ປະທານສະມາຄົມຜູ້ເກົ່າ ແລະ ຜູ້ໃໝ່ ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງ ນວ ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ, ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນວ, ມີຮອງຫົວໜ້າຄະນະຈັດຕັ້ງ ນວ, ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ, ປະທານ - ຮອງປະທານ ສທໜ ນວ ພ້ອມດ້ວຍສະມາຊິກສະມາຄົມນັກທຸລະກິດໜຸ່ມ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ຫາລືການແກ້ໄຂບັນຫາຂາດແຄນແຮງງານຢູ່ພາຍໃນ

ຄໍາມ່ວນ ຫາລືການແກ້ໄຂບັນຫາຂາດແຄນແຮງງານຢູ່ພາຍໃນ

ວັນທີ 20 ຕຸລາ 2025ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງຄຳມ່ວນ ຮ່ວມກັບ ກົມການຈັດຫາງານ ກະຊວງ ຮສສ ໄດ້ຈັດກອງປະຊຸມປຶກສາຫາລືການແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ, ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າກົມການຈັດຫາງານ ກະຊວງ ຮສສ.
ສປປ ລາວ ຈະເປັນເຈົ້າພາບງານບຸນການສະແດງລະຄອນໄວໜຸ່ມອາຊຽນ

ສປປ ລາວ ຈະເປັນເຈົ້າພາບງານບຸນການສະແດງລະຄອນໄວໜຸ່ມອາຊຽນ

ສປປ ລາວ ຈະເປັນເຈົ້າພາບຈັດງານບຸນການສະແດງລະຄອນໄວໜຸ່ມອາຊຽນ ຊຶ່ງ​ພິ​ທີຖະແຫຼງຂ່າວງານບຸນດັ່ງ​ກ່າວໄດ້ຈັດຂຶ້ນໃນວັນທີ 20 ຕຸລານີ້ ທີ່ວິທະຍາໄລສິລະປະແຫ່ງຊາດ ໂດຍມີທ່ານ ລັດຕະນະກອນ ອິນສີຊຽງໃໝ່ ຫົວໜ້າບໍລິສັດເຂົ້າໜ່ຽວ ການສະແດງ, ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກວັດທະນະທຳ-ການທ່ອງທ່ຽວ ນະຄອນຫຼວງວຽງຈັນ, ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງອຸທຸມພອນ ຍົກລະດັບຄວາມຮູ້ໃຫ້ ນັກເດີນສໍາຫຼວດ ແລະ ນັກກວດກາ

ເມືອງອຸທຸມພອນ ຍົກລະດັບຄວາມຮູ້ໃຫ້ ນັກເດີນສໍາຫຼວດ ແລະ ນັກກວດກາ

ໃນຕອນເຊົ້າ​ວັນ​ທີ 20 ຕຸລາ2025 ທີ່ສະໂມສອນເມືອງ​ອຸ​ທຸມ​ພອນ,ແຂວງສະຫວັນນະເຂດ​ໄດ້ຍົກລະດັບຄວາມຮູ້ ກ່ຽວກັບນັກເດີນສໍາຫຼວດ ແລະ ນັກກວດກາ,ໂດຍການເຂົ້າຮ່ວມຂອງ​ທ່ານໂພໄຊ ອິນທະວົງສາ ຮັກສາການເຈົ້າ​ເມືອງ​ອຸ​ທຸມ​ພອນ
ກຸ່ມບໍລິສັດ ເອໄອເອັຟ ມອບລົດຈັກໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ

ກຸ່ມບໍລິສັດ ເອໄອເອັຟ ມອບລົດຈັກໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ

ພິທີມອບ-ຮັບ ການຊ່ວຍເຫຼືອຍານພາຫະນະ (ລົດຈັກ) ຈາກ ກຸ່ມບໍລິສັດ ເອໄອເອັຟ ຈຳກັດ (AIFGroup) ໃຫ້ແກ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ຕຸລາ ຜ່ານມາ ທີ່ ສຳນັກງານ ຄຕພ, ໂດຍການກ່າວມອບຂອງ ທ່ານ ລິດທິກອນ ພູມມະສັກ ປະທານກຸ່ມບໍລິສັດ ເອໄອເອັຟ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຊຶ່ງມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ແລະ ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງປະທານອາວຸໂສກຸ່ມບໍລິສັດ ເອໄອເອັຟ ຈຳກັດ; ມີບັນດາຄະນະກົມຈາກ ຄຕພ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ. ການຊ່ວຍເຫຼືອຄັ້ງນີ້ ປະກອບມີ ລົດຈັກຮອນດ້າເວບຈຳນວນ 10 ຄັນ ພ້ອມດ້ວຍໝວກກັນນັອກ ແລະ ເສື້ອກັນລົມ, ມູນຄ່າ 322 ລ້ານກີບ, ໂດຍຈຸດປະສົງແມ່ນເພື່ອປະກອບສ່ວນຊຸກຍູ້ການເຄື່ອນໄຫວວຽກງານຂອງ ຄຕພ ໃຫ້ມີຄວາມສະດວກກວ່າເກົ່າ.
ວັນຊາດທີ 2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ

ວັນຊາດທີ 2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ

ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025), ເປັນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງຊາດລາວເຮົາ ກໍຄືຂອງປະຊາຊົນລາວບັນດາເຜົ່າ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ ແລະ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ.
ຍ້ອນຖືເອົາກະສິກໍາອິນຊີເປັນຫຼັກລາຍຮັບປະຊາຊົນບ້ານທ່າຊ້າງຈຶ່ງໝັ້ນຄົງ

ຍ້ອນຖືເອົາກະສິກໍາອິນຊີເປັນຫຼັກລາຍຮັບປະຊາຊົນບ້ານທ່າຊ້າງຈຶ່ງໝັ້ນຄົງ

ການຜະລິດພືດຜັກ ແລະ ໝາກໄມ້ຕາມມາດຕະຖານກະສິກຳອິນຊີ ໄດ້ຍົກຊີວິດການເປັນຢູ່ຂອງຊາວສວນບ້ານທ່າຊ້າງດີຂຶ້ນໂດຍການສົ່ງຜົນຜະລິດໄປຂາຍໃນຕະຫຼາດອິນຊີຂອງນະຄອນຫຼວງວຽງຈັນ 271 ໂຕນ/ປີ, ມູນຄ່າ 5.9ຕື້ກີບ/ປີ, ສະເລ່ຍໃສ່ຄອບຄົວທີ່ເຮັດການຜະລິດໄດ້ຮັບ 73 ລ້ານກວ່າກີບ/ຄອບຄົວ/ປີ; ພ້ອມນີ້, ຍັງໄດ້ເຮັດສັນຍາຜູກພັນສອງສົ້ນໃນການສະໜອງພືດຜັກໃຫ້ຜູ້ປະກອບການເປັນຕົ້ນບໍລິສັດຊີພີ, ເມືອງລາວຟຸດ ໃນການເກັບຊື້ຜົນຜະລິດອາທິດລະ 1 ໂຕນ.
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V

ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V

ພິທີເປີດບັ້ນໂຄສະນາ ແລະ ຂະບວນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນ ໃນວັນທີ 20 ຕຸລານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ຮອງຫົວໜ້າຄະນະຊີ້ນໍາລະດັບຊາດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບັກຄາດໍ ກາເດຣົບ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ທ່ານ ບັກຕິຢໍ ຄາເດຍຣົບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ, ບັນດາທ່ານ ທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍແຂກຖືກເຊີນ.
ເພີ່ມເຕີມ