ແກ່ນທ້າວ ປະກາດ 3 ບ້ານເປັນບ້ານຂຽວສະອາດງາມຕາ.

ແກ່ນທ້າວ ປະກາດ 3 ບ້ານເປັນບ້ານຂຽວສະອາດງາມຕາ.
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປະກາດບ້ານຈອມແກ້ວ, ບ້ານຈອມເພັດ ແລະ ບ້ານເກົ່າເມືອງ ເປັນບ້ານຂຽວ, ສະອາດ, ງາມຕາຂອງແຂວງ ຂຶ້ນໃນວັນທີ 7 ມີນາຜ່ານມານີ້, ຢູ່ທີ່ຫໍປະຊຸມບ້ານຈອມແກ້ວ. ໂດຍການເຂົ້າຂອງທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ມີການຈັດຕັ້ງບ້ານ ແລະ ປະຊາຊົນບ້ານຈ້ອມແກ້ວເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຜ່ານບົດສະຫຼູບຕີລາປະເມີນຜົນການເກັບກໍາຂໍ້ມູນ ໃນການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ວ່າ: ບ້ານຈອມແກ້ວ ມີ 368 ຄອບຄົວ ຂຽວປະຕິບັດໄດ້  368 ຄອບຄົວ ເທົ່າກັບ 100%, ສະອາດ ປະຕິບັດໄດ້ 357 ຄອບຄົວ ເທົ່າກັບ 97%, ງາມຕາ ປະຕິບັດໄດ້ 352 ຄອບຄົວ ເທົ່າກັບ 95.6%. ບ້ານຈອມເພັດ ມີ 192 ຄອບຄົວ ຂຽວ ປະຕິບັດໄດ້ 192 ຄອບຄົວ ເທົ່າກັບ 100%, ສະອາດ ປະຕິບັດໄດ້ 186 ຄອບຄົວ ເທົ່າກັບ 96,8%, ງາມຕາ ປະຕິບັດໄດ້ 187 ຄອບຄົວ ເທົ່າກັບ 97,3% ແລະ ບ້ານເມືອງເກົ່າ ມີ 188 ຄອບຄົວ ຂຽວ ປະຕິບັດ 188 ຄອບຄົວ ເທົ່າກັບ 100%, ສະອາດ ປະຕິບັດ 185 ຄອບຄົວເທົ່າກັບ 98,4%, ງາມຕາ ປະຕິບັດໄດ້ 185 ຄອບຄົວເທົ່າກັບ 98,4%. ທັງ 3 ບ້ານ ແມ່ນປະຕິບັດໄດ້ຖືກຕ້ອງຕາມເງື່ອນໄຂ ຂອງມາດຕະຖານ ແລະ ຕົວຊີ້ວັດ 90% ຂຶ້ນໄປ. ຈາກນັ້ນ, ທ່ານ ສະເຫຼີມທອງ ລາດສະແກ້ວ ຮອງຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 202/ຈຂ.ຊຍ, ລົງວັນທີ 25 ມັງກອນ 2024 ວ່າດ້ວຍການຮັບຮອງບ້ານ ຂຽວ ສະອາດ ງາມຕາ ຂອງແຂວງໄຊຍະບູລີ. 
    ໂອກາດນີ້, ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ໄດ້ມອບໃບຢັ້ງຢືນໃຫ້ທັງ 3 ບ້ານ ແລະ ມີຄຳເຫັນຊີ້ນຳ ສຳລັບ3 ບ້ານທີ່ໄດ້ປະກາດຮັບຮອງເປັນບ້ານ ສີຂຽວ ສະອາດ ງາມຕາ.
(ຂ່າວ: ແກ່ນທ້າວ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ - ຮັບ ວຽກງານສື່ມວນຊົນ ແລະ ຖະແຫຼງຂ່າວມາຂຶ້ນກັບ ຄອສພ

ມອບ - ຮັບ ວຽກງານສື່ມວນຊົນ ແລະ ຖະແຫຼງຂ່າວມາຂຶ້ນກັບ ຄອສພ

ພິທີເຊັນບົດບັນທຶກການມອບ - ຮັບວຽກງານສື່ມວນຊົນ (ວຽກງານຖະແຫຼງຂ່າວ) ມາຂຶ້ນກັບຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດນີ້ ທີ່ ຄະນະໂຄສະນາອົບ ຮົມສູນກາງພັກ. ໂດຍການຮ່ວມລົງນາມໃນບົດບັນທຶກລະຫວ່າງ ທ່ານ ຄຳພັນ ເຜີຍຍະວົງ ຄະນະ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດເມືອງວຽງຄໍາ ແຂວງວຽງຈັນ ຄັ້ງທີ VI ໄດ້ໄຂຂຶ້ນ ແລະ ສຳເລັດລົງ ໃນວັນທີ 8 ກໍລະກົດຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງວຽງຈັນ, ທ່ານ ສົມໝາຍ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ.
ໄຟຟ້າຫົງສາ ຖວາຍທຽນພັນສາ-ຜ້າອາບນໍ້າຝົນ ໃຫ້ວັດພາຍໃນເມືອງຫົງສາ

ໄຟຟ້າຫົງສາ ຖວາຍທຽນພັນສາ-ຜ້າອາບນໍ້າຝົນ ໃຫ້ວັດພາຍໃນເມືອງຫົງສາ

ໃນລະຫວ່າງວັນທີ 3-7 ກໍລະກົດ ນີ້ ບໍລິສັດໄຟຟ້າຫົງສາ ຈໍາກັດ ໄດ້ຈັດກິດຈະກໍາ ຖວາຍທຽນພັນສາ ແລະ ຜ້າອາບນໍ້າຝົນໃຫ້ວັດພາຍໃນເຂດເມືອງຫົງສາ ລວມທັງໝົດຈໍານວນ 15 ວັດ ເນື່ອງໃນໂອກາດວັນບຸນເຂົ້າພັນສາ ປະຈໍາປີ 2025 ເພື່ອຮ່ວມສົ່ງເສີມພຸດທະສາສະໜາ ແລະ ອະນຸລັກຮີດຄອງປະເພນີອັນດີງາມຂອງຊາວພຸດໃນທ້ອງຖິ່ນ.
ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ໃນວັນທີ 7 ກໍລະກົດ ຜ່ານມາ ນີ້ ທີ່ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຖະແຫຼງຂ່າວ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວ່າ: ພັກ ແລະ ລັດຖະບານ ຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການຄຸ້ມຄອງ ການປົກປັກຮັກສາ ການພັດທະນາ ແລະ ການນຳໃຊ້ ປາ ແລະ ສັດນໍ້າ ເປັນວຽກສຳຄັນ ແລະ ມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ ຂອງປະຊາຊົນລາວ ຊຶ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ ຊຶ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 28 ປີ. ນອກຈາກນີ້ ວັນດັ່ງກ່າວ ຍັງກົງກັບ ວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຮັບຟັງການຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ຄັ້ງທີ IX (2021- 2025) ໃນວັນທີ 8 ກໍລະກົດນີ້ ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II, ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ.
ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ຄະນະປະຈຳພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024, ປະກາດພະນັກງານເຂົ້າຮັບອຸດໜູນບຳນານ ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ XI ຂຶ້ນໃນວັນທີ 8 ກໍລະກົດນີ້ ທີ່ ມຊ ໂດຍການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ  (20 ກໍລະກົດ1955-20 ກໍລະກົດ 2025)

ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ1955-20 ກໍລະກົດ 2025)

ໃນໂອກາດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ທ່ານ ນາງ ຜາສຸກ ວົງວິຈິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸກຂະພາບ ໄດ້ສະແດງຄວາມຄິດເຫັນຕໍ່ວັນດັ່ງກ່າວວ່າ: ວັນທີ 20 ກໍລະກົດ ປີ 1955 ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ ເປັນວັນກຳເນີດເກີດຂຶ້ນຂອງສະຫະພັນແມ່ຍິງລາວ ນັບແຕ່ ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ; ພັກກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນ​ຕົ້ນກຳເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ)
ແມ່ຍິງ ຄອສພ ປາຖະກະຖາສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ຄອສພ ປາຖະກະຖາສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຂຶ້ນໃນວັນທີ 8 ກໍລະກົດນີ້ ທີ່ຄອສພ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ຄອສພ, ມີ ສະຫາຍ ນາງ ຈັນສຸກ ພິມມະວັນ ປະທານສະຫະພັນແມ່ຍິງ ຄອສພ, ມີບັນດາປະທານ-ຮອງປະທານສະຫະພັນແມ່ຍິງ, ສະມະຊິກແມ່ຍິງອ້ອມຂ້າງ ຄອສພ ເຂົ້າຮ່ວມຮັບຟັງ.
ຮອງປະທານ ສນຊ ຍົກໃຫ້ເຫັນພາລະບົດບາດ ມູນເຊື້ອ ອັນສະຫງ່າງາມ ຂອງແນວລາວສ້າງຊາດ

ຮອງປະທານ ສນຊ ຍົກໃຫ້ເຫັນພາລະບົດບາດ ມູນເຊື້ອ ອັນສະຫງ່າງາມ ຂອງແນວລາວສ້າງຊາດ

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນແລກປ່ຽນບົດຮຽນ ກັບພະນັກງານນຳພາ-ຄຸ້ມຄອງ ໃນຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ຊຸດທີ XXI ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນວັນທີ 7 ກໍລະກົດ ນີ້.
ສຳມະນາການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ

ສຳມະນາການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ

ກອງປະຊຸມສຳມະນາ ໃນຫົວຂໍ້ “ການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ ແລະ ໃຫ້ຄວາມຮູ້ດ້ານສຸຂະພາບ (ພະຍາດມະເຮັງ) ແລະ ຫຼັກການຮັບປະທານ ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຳມະນາກອນເຂົ້າຮ່ວມ.
ເພີ່ມເຕີມ