ຂ່າວລະບຸວ່າ: ສະຖານະການເລີ່ມຜ່ອນຄາຍລົງ ຫຼັງຈາກສະໜາມບິນສາກົນເອເທນ ໄດ້ຄ່ອຍໆກັບມາເປີດບໍລິການຕາມປົກກະຕິ, ລວມທັງຖ້ຽວບິນຂາເຂົ້າ ແລະ ຂາອອກ. ລະບົບເກີດຄວາມຜິດປົກກະຕິໃນເວລາປະມານ 9:35 ໂມງເຊົ້າຕາມເວລາທ້ອງຖິ່ນ ຊຶ່ງສົ່ງຜົນໃຫ້ມີການປິດນ່ານຟ້າຂອງເກຣັກຢ່າງກະທັນຫັນ ທັງສະໜາມບິນເອເທນ ແລະ ສະໜາມບິນພາກພື້ນອື່ນໆ. ຜູ້ໂດຍສານຫຼາຍພັນຄົນຕິດຄ້າງຢູ່ສະໜາມບິນເປັນເວລາຫຼາຍຊົ່ວໂມງ, ໃນຂະນະທີ່ເຮືອບິນບາງລຳທີ່ກຳລັງເດີນທາງໄປເກຣັກຈຳເປັນຕ້ອງປ່ຽນເສັ້ນທາງໄປລົງທີ່ສະໜາມບິນອື່ນໆແທນ.
ການຄົ້ນພົບໃນເບື້ອງຕົ້ນຊີ້ບອກວ່າ: ສາເຫດເກີດຈາກການເຮັດວຽກຜິດປົກກະຕິໃນແຜງວົງຈອນລະບົບຄວາມຖີ່ວິທະຍຸສູນກາງຂອງສູນຄວບຄຸມການຈະລາຈອນທາງອາກາດ ຊຶ່ງສູນດັ່ງກ່າວຢູ່ພາຍໃຕ້ການຊີ້ນຳຂອງອົງການການບິນພົນລະເຮືອນເກຣັກ.
ກະຊວງຄົມມະນາຄົມເກຣັກ ລະບຸວ່າ: ເພື່ອຄວາມປອດໄພສູງສຸດ, ໃນເບື້ອງຕົ້ນຈຶ່ງອະນຸຍາດໃຫ້ມີພຽງແຕ່ ການບິນຜ່ານນ່ານຟ້າ ຫຼື ເຮືອບິນທີ່ບິນຜ່ານນ່ານຟ້າໂດຍບໍ່ມີການລົງຈອດເທົ່ານັ້ນ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນການຕາມປົກກະຕິ.
ໃນດ້ານຄວາມເສຍຫາຍໂດຍລວມແລ້ວ, ມີປະມານ 90 ຖ້ຽວບິນ ໄດ້ຮັບຜົນກະທົບຢູ່ສະໜາມບິນເອເທນ, ປະມານ 75 ຖ້ຽວບິນຢູ່ສະໜາມບິນເທສະໂລນິກິທາງພາກເໜືອ ແລະ ຍັງມີສະໜາມບິນອີກຫຼາຍສິບແຫ່ງທົ່ວປະເທດໄດ້ຮັບຜົນກະທົບ.
ປັດຈຸບັນ, ເຈົ້າໜ້າທີ່ເກຣັກ ໄດ້ສັ່ງໃຫ້ສ້າງຕັ້ງຄະນະກຳມະການສືບສວນຫາສາເຫດຂອງເຫດການດັ່ງກ່າວໂດຍດ່ວນ ແລະ ກຳລັງເຮັດວຽກເພື່ອຟື້ນຟູລະບົບທັງໝົດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວເທົ່າທີ່ຈະໄວ້ໄດ້.
ຄໍາເຫັນ