ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 19 ຕຸລາ ຜ່ານມາ ຢູ່ຫໍພິພິທະພັນສິລະປະລູຟ ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໄດ້ເກີດເຫດລັກລອບຊັບສິນ, ລວມມີເຄື່ອງປະດັບເພັດ 9 ຢ່າງ ທີ່ “ບໍ່ສາມາດປະເມີນມູນຄ່າທາງປະຫວັດສາດໄດ້” ຖືກລັກລອບ. ຜູ້ຕ້ອງຫາ “ນຳໃຊ້ລິບຂຶ້ນລົງຈາກທາງນອກເຂົ້າໃນຫໍພິພິທະພັນລູຟ”, ເພື່ອເຄື່ອນໄຫວລົງມືກໍ່ເຫດໂດຍໃຊ້ເວລາພຽງ 7 ນາທີເທົ່ານັ້ນ.
ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງກ່າວໃນຕອນຄ່ຳຂອງມື້ດຽວກັນວ່າ: ເຫດການລັກລອບຄັ້ງນີ້ແມ່ນການລ່ວງລ້ຳຢ່າງຮ້າຍແຮງຕໍ່ການອະນຸລັກມໍລະດົກວັດທະນະທຳອັນລ້ຳຄ່າຂອງຝຣັ່ງ ຊຶ່ງກ່ຽວພັນເຖິງປະຫວັດສາດແລະ ຄວາມຊົງຈຳແຫ່ງຊາດ.
ຄໍາເຫັນ